ອັດຕາການສູບຢາຂອງຄົນລາວ ຍັງສືບຕໍ່ເພີ່ມຂຶ້ນໃນແຕ່ລະປີ

0
1099

ຄາດຮອດປີ 2030 ສປປ ລາວ ຈະມີຄົນເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບ 6.700 ຄົນຕໍ່ປີ

ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວ ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຕອນເຊົ້າຂອງວັນທີ 12 ພະຈິກ 2021 ໃນການນຳສະເໜີ ຮ່າງກົດໝາຍວ່າດ້ວຍການຄວບຄຸມຢາສູບ (ສະບັບປັງປຸງ) ວ່າ: ຈາກການສຳຫຼວດລະດັບຊາດ ກ່ຽວກັບການສູບຢາ ສະແດງໃຫ້ເຫັນວ່າ ອັດຕາການສູບຢາຂອງຄົນລາວ ຍັງສືບຕໍ່ເພີ່ມຂຶ້ນຈາກ 25,5% ໃນປີ 2012 ເປັນ 27,9% ໃນປີ 2015 ແລະ ການສໍາຫຼວດໃນໄວໜຸ່ມ ອາຍຸ 13-15 ປີ ໃນປີ 2016 ພົບວ່າ ຊາວໜຸ່ມນໍາໃຊ້ຢາສູບໄຟຟ້າເພີ່ມຂຶ້ນ ໃນນັ້ນ, ເພດຊາຍ 5% ແລະ ຍິງ 3,7%.

ອີງຕາມການສຶກສາຄ່າໃຊ້ຈ່າຍລະດັບຊາດ ປີ 2009 ຂອງການປິ່ນປົວພະຍາດທີ່ເກີດຈາກຢາສູບເຊັ່ນ: ເສັ້ນເລືອດໃນສະໜອງຕີບ-ຕັນ-ແຕກ, ປອດອຸດຕັນຊໍ້າເຮື້ອ ແລະ ມະເຮັງປອດ ເຊິ່ງການເຂົ້ານອນໂຮງໝໍພຽງເທື່ອດຽວ ຈະມີມູນຄ່າຫຼາຍກວ່າ 28 ຕື້ກີບ ຫຼື ເທົ່າກັບ 0,08% ຂອງລາຍຮັບແຫ່ງຊາດ ຫຼື 22% ຂອງຄ່າໃຊ້ຈ່າຍໃນວຽກກງານສາທາລະນະສຸກຂອງ ສປປ ລາວ.

ໃນນີ້, 77% ຄອບຄົວເປັນຜູ້ຈ່າຍ, 21% ແມ່ນລັດຖະບານ ແລະ ປະກັນສຸຂະພາບ ຈ່າຍໃຫ້ພຽງ 2% ເທົ່ານັ້ນ.

ໃນປີ 2019, ອົງການສະຫະປະຊາຊາດ ແລະ ອົງການອະນາໄມໂລກ ຄິດໄລ່ຄ່າໃຊ້ຈ່າຍທາງກົງ ແລະ ທາງອ້ອມ ໃນການປິ່ນປົວພະຍາດທີ່ເກີດຈາກການສູບຢາໃນລາວ ສູງເຖິງ 350 ລ້ານໂດລາຕໍ່ປີ ຫຼື ປະມານ 2,3% ຂອງລວມຍອດຜະລິດຕະພັນພາຍໃນ (GDP).

ນອກຈາກນີ້, ຂໍ້ມູນຂອງອົງການອະນາໄມໂລກ ຍັງໃຫ້ຮູ້ວ່າ ທົ່ວໂລກມີຄົນຕາຍຍ້ອນພະຍາດທີ່ເກີດຈາກຢາສູບ ປະມານ 8 ລ້ານຄົນຕໍ່ປີ ແລະ ຖ້າຂາດມາດຕະການຄວບຄຸມຢາສູບທີ່ມີປະສິດທິຜົນ ຈະສືບຕໍ່ເພີ່ມຂຶ້ນເປັນ 10 ລ້ານຄົນຕໍ່ປີ ພາຍໃນປີ 2030 ແລະ ສຳລັບ ສປປ ລາວ ມີຄົນເສຍຊີວິດປະມານ 6.700 ຄົນຕໍ່ປີ ຫຼື ປະມານ 18 ຄົນຕໍ່ມື້.

LEAVE A REPLY

Please enter your comment!
Please enter your name here