ລາຍລະອຽດຜູ້ເສຍຊີວິດໃໝ່ ແລະ ຜູ້ຕິດເຊື້ອໃໝ່ 13 ພະຈິກ 2021

0
3481

ຕາມການລາຍງານ ຂອງຄະສະສະເພາະກິດປະຈຳວັນທີ່ 13 ພະຈິກ 2021 ໃຫ້ຮູ້ວ່າ:

ສໍາລັບ ຄົນເຈັບເສຍຊີວິດ 2 ຄົນໃນມື້ວານນີ້ ດັ່ງນີ້:

ຜູ້ທີ 1, ເພດຍີງ, ອາຍຸ 56 ປີ, ບ້ານແກ້ງຍາງ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ

  • ພະຍາດປະຈໍາຕົວ: ພະຍາດເບົາຫວານ
  • ໄດ້ສັກຢາວັກຊີນ Pfizer ຄົບ 02 ເຂັ້ມ
  • ເວລາ 16:00 ໂມງ ຂອງວັນທີ 11 ພະຈິກ 2021: ຜູ້ກ່ຽວເຂົ້າໂຮງຫມໍດ້ວຍ ອາການງ່ວງຊຶມ ແລະ ຫາຍໃຈຝຶດ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄ ວິດ-19 ແລະ ຜົນກວດ ແມ່ນພົບເຊື້ອ
  • ເວລາ 03:15 ໂມງ ຂອງວັນທີ 12 ພະຈິກ 2021: ຜູ້ກ່ຽວ ໄດ້ເສຍຊີວິດ
  • ສາຍເຫດຂອງການເສຍຊີວິດ ແມ່ນຊຸດໂຊມລະບົບຫາຍໃຈ+COVID-19

ຜູ້ທີ 2. ເພດຊາຍ, ອາຍຸ 36 ປີ, ບ້ານຂຸນຕາທ່າ, ເມືອງສີໂຄດຕະບອງ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ຄວາມດັນເລືອດສູງ
  • ໄດ້ສັກຢາວັກຊີນ J&J – ເວລາ 18:50 ໂມງ ຂອງວັນທີ 06 ພະຈິກ 2021: ຄົນເຈັບເຂົ້າໂຮງຫມໍດ້ວຍອາການ ງ້ວງຊືມ ແລະ ບໍ່ໄດ້ສະຕິ, ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດ ແມ່ນພົບເຊື້ອ
  • ໄລຍະເວລານອນປິ່ນປົວ ຢູ່ໂຮງຫມໍດັ່ງກ່າວ ແຕ່ວັນທີ 06-12 ພະຈິກ 2001, ເປັນ ເວລາ 07 ວັນ ອາການບໍ່ດີຂຶ້ນ ແພດຊ່ວບສຸດຄວາມສາມາດ
  • ເວລາ 05:57 ໂມງ ຂອງວັນທີ 12 ພະຈິກ 2021: ຜູ້ກ່ຽວ ໄດ້ເສຍຊີວິດ
  • ສາຍເຫດຂອງການເສຍຊີວິດ ແມ່ນຊຸດໂຊມລະບົບຫາຍໃຈ +COVID-19

ຂໍ້ມູນໂດຍຫຍໍ້ ກ່ຽວກັບຄົນຕິດເຊື້ອໃຫມ່ 1.032 ຄົນ (ພາຍໃນ 1.018) ມີດັ່ງນີ້ 

ສໍາລັບການຕີດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈໍານພາຍໃນນັ້ນ 14 ຄົນ ຄື: ບໍ່ແກ້ວ 2 ຄົນ, ນະຄອນຫຼວງ 1 ຄົນ, ບໍລິຄໍາໄຊ 1 ຄົນ ແລະ ສະຫວັນນະເຂດ 10 ຄົນ ນັ້ນແມ່ນໄດ້ມີການເກັບຕົວຢ່າງແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຂອງແຕ່ລະແຂວງແຕ່ມື້ເດີນທາງ ເຂົ້າມາສປປລາວ, ເມືອຜົນກວດເປັນບວກພວກກ່ຽວຈະຖືກນໍາສົ່ງໄປປິ່ນປົວຢູ່ສະຖານທີ່ທີ່ ແຂວງກໍານົດໄວ້ 0 ສ່ວນການຕິດເຊື້ອພາຍໃນປະເທດຈໍານວນ 1.018 ຄົນ ຄື:

1. ນະຄອນຫຼວງ 409 ຄົນ: ມາຈາກ 166 ບ້ານ, ໃນ 8 ເມືອງ

  • ເມືອງຈັນທະບູລີ ມີ 15 ບ້ານ (48 ຄົນ)
  • ເມືອງສີໂຄດຕະບອງ ມີ 33 ບ້ານ (78 ຄົນ)
  • ເມືອງໄຊເສດຖາ ມີ 31 ບ້ານ (99 ຄົນ)
  • ເມືອງສີສັດຕະນາກມີ 15 ບ້ານ (26 ຄົນ)
  • ເມືອງ ນາຊາຍທອງ ມີ 08 ບ້ານ (15 ຄົນ)
  • ເມືອງໄຊທານີ ມີ 33 ບ້ານ (76 ຄົນ)
  • ເມືອງຫາດຊາຍຟອງ ມີ 27 ບ້ານ (58 ຄົນ)
  • ເມືອງປາກງື່ມ ມີ 04 ບ້ານ ( 07 ຄົນ)
  • ຕ່າງແຂວງ (02 ຄົນ)

2. ຫຼວງພະບາງ ມີ 137 ຄົນ ໃນ 26 ບ້ານ ແລະ 8 ເມືອງ

3. ຜົ້ງສາລີ ມີ 97 ຄົນ ໃນ 20 ບ້ານ ແລະ 4 ເມືອງ

4. ວຽງຈັນ ມີ 74 ຄົນ

5. ຄໍາມ່ວນ ມີ 53 ຄົນ ໃນ 4 ບ້ານ ແລະ 1 ເມືອງ

6. ຈໍາປາສັກ ມີ 51 ຄົນ ໃນ 23 ບ້ານ ແລະ 4 ເມືອງ

11.ເຊກອງ ມີ 17 ຄົນ ໃນ 10 ບ້ານ ແລະ 2 ເມືອງ

12. ຫຼວງນ້ໍາທາ ມີ 18 ຄົນ ໃນ 9 ບ້ານ ແລະ 2 ເມືອງ

13. ສະຫວັນນະເຂດ ມີ 03 ຄົນ ໃນ 1 ບ້ານ ແລະ 1 ເມືອງ

14. ຊຽງຂວາງ ມີ 3 ຄົນ ໃນ 2 ບ້ານ ແລະ 2 ເມືອງ

15. ອັດຕະປື ມີ ມີ 3 ຄົນ

16. ສາລະວັນ ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ

17. ຫົວພັນ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ (ເດີນທາງມາແຕ່ຕ່າງແຂວງ)

LEAVE A REPLY

Please enter your comment!
Please enter your name here