ຫາລັກເຫຼັກຝາປິດທໍ່ລະບາຍນ້ຳຕາມຖະໜົນ ສຸດທ້າຍຖືກຈັບໄດ້

0
2787

ຈັບຜູ້ຖືກຫາ 3 ຄົນ ທີ່ລັກເຫຼັກຝາປິດທໍ່ລະບາຍນ້ຳຕາມຖະໜົນ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເວລາ 4:00 ໂມງ ຂອງວັນທີ 13 ພະຈິກ 2021, ປກສ ກຸ່ມ ໜອງດ້ວງ ໄດ້ສົມທົບກັບ ປກສ-ປກຊ ບ້ານໜອງດ້ວງໃຕ້ ໄດ້ອອກເຄື່ອນໄຫວກວດກາລາດຕະເວນ ພົບເຫັນກຸ່ມເປົ້າໝາຍເຄື່ອນໄຫວລັກຊັບ ຈຳນວນ 3 ຄົນ ຊື່ ນາງ ກັນຈະນາ ອາຍຸ 34 ປີ ຄ້າຂາຍ ຢູ່ບ້ານສີຫອມ ເມືອງຈັນທະບູລີ, ທ້າວ ສົມສະນິດ ອາຍຸ 17 ປີ ຫວ່າງງານ ຢູ່ບ້ານ ສີເມືອງ ເມືອງ ສີສັດຕະນາກ ແລະ ທ້າວ ແສງເພັດ ອາຍຸ 29 ປີ ອາຊີບ ກຳມະກອນ ເປັນຄົນບໍ່ມີທີ່ຢູ່ແນ່ນອນ ເຊິ່ງຜູ້ກ່ຽວໄດ້ມາຈາກ ບ້ານຊຽງເງິນ ເມືອງຊຽງເງິນ ແຂວງຫຼວງພະບາງ ພ້ອມຂອງກາງເຫຼັກແປັບ ແລະ ເຫຼັກຝາປິດທໍ່ລະບາຍນ້ຳຕາມຖະໜົນ 1 ອັນ ມາດໍາເນີນຄະດີ. ຜ່ານການສອບສວນເບື້ອງຕົ້ນ ຂອງເຈົ້າໜ້າທີ່ ປກສ ກຸ່ມໜອງດ້ວງ ໃຫ້ຮູ້ວ່າ:

ຜ່ານມາ ພວກກ່ຽວທັງ 3 ເຄີຍສົມຮູ້ຮ່ວມຄິດເຄື່ອນໄຫວລັກຊັບ (ປະເພດເຫຼັກຝາປິດທໍ່ລະບາຍນ້ຳ ຕາມຖະໜົນ), ພາຍຫຼັງ ພວກກ່ຽວລັກຊັບມາໄດ້ ແມ່ນນຳໄປຂາຍຢູ່ຮ້ານຮັບຊື້ເຫຼັກ ແຕ່ບໍ່ທັນໄດ້ຂາຍກໍ່ຖືກເຈົ້າໜ້າທີ່ຈັບຕົວໄວ້ທັນ.

ປັດຈຸບັນ ພວກກ່ຽວ ຖືກເຈົ້າໜ້າທີ່ນໍາສົ່ງໃຫ້ ປກສ ເມືອງສີໂຄດຕະບອງ ດຳເນີນຄະດີຕາມກົດໝາຍ.

LEAVE A REPLY

Please enter your comment!
Please enter your name here