ປຸ້ນແລ້ວຫຼົບໜີກວ່າ 50 ປີ ສຸດທ້າຍເສຍຊີວິດດ້ວຍພະຍາດປະຈຳໂຕ

0
3923

ໂຈນປຸ້ນທະນາຄານທີ່ໜີຄະດີ ທີ່ທາງການຂອງສະຫະລັດອາເມລິກາຕ້ອງການໂຕຫຼາຍທີ່ສຸດ ໂດຍໃຊ້ເວລາໃນການສືບຄົ້ນດົນເຖິງ 52 ປີ ໃນຄະດີປຸ້ນເງິນຈາກທະນາຄານເປັນຈໍານວນເງິນ 215,000 ດອລລ້າ.

ໂຈນຄົນດັ່ງກ່າວມີຊື່ວ່າ ທີໂອດໍ ຈອນ ຄອນຣາດ ເປັນຊາຍໜຸ່ມອາຍຸ 20 ປີ ທີ່ເຮັດວຽກເປັນພະນັກງານປະຈໍາໜ້າເຄົາເຕີຂອງທະນາຄານໂຊໄຊຕີ ເນເຊິ່ນນໍ ແບັງ ທີ່ເມືອງ ຄລິຟແລນ ໂດຍການລັກເອົາເງິນສົດໃສ່ຖົງກະເຈ້ຍແລ້ວຫາຍໂຕໄປ ເຊິ່ງເຫດການດັ່ງກ່າວເກີດຂຶ້ນໃນປີ 1968.

ຈາກການສືບສວນຂອງເຈົ້າໜ້າທີ່ໜ່ວຍງານ US Marshals Service ພົບວ່າ ໂຈນຄົນດັ່ງກ່າວນັ້ນຍ້າຍໄປຢູ່ເມືອງບອສຕັນ ຕັ້ງແຕ່ປີ 1970 ໂດຍປ່ຽນຊື່ໃໝ່ເປັນ ໂທມັສ ແຣນເດເລ.

ການສືບສວນເຫັນວ່າ ໂຈນຄົນນີ້ໄດ້ກໍ່ເຫດໃນວັນສຸກ ໂດຍທີ່ທະນາຄານບໍ່ຮູ້ເລີຍວ່າເງິນເສຍຈາກຕູ້ນິລະໄພ ຈົນຮອດວັນຈັນ ຜູ້ກໍ່ເຫດບໍ່ໄດ້ມາເຮັດວຽກ ແລະ ຄະດີດັ່ງກ່າວກໍງຽບຫາຍໄປ.

ເຈົ້າໜ້າທີ່ໃຊ້ເວລາຫຼາຍທົດສະວັດໃນການຕິດຕາມ ແລະ ຄົ້ນຫາໂຈນຄົນດັ່ງກ່າວ ຈົນເຮັດໃຫ້ຄະດີນີ້ກາຍເປັນຄະດີປິດສະໜາ ແລະ ໂຈນຄົນນີ້ກໍຖືກຂຶ້ນບັນຊີເປັນບຸກຄົນທີ່ທາງການຕ້ອງການໂຕຫຼາຍທີ່ສຸດໃນອາເມລິກາ.

ເວລາຜ່ານໄປຫຼາຍສິບປີ ທາງເຈົ້າໜ້າທີ່ໄດ້ເດີນທາງໄປຍັງລັດແມສຊາຊູເລຕ ແລະ ໄດ້ເຫັນວ່າໂຈນທີ່ທາງການຕ້ອງການໂຕໄດ້ໜີມາໃຊ້ຊີວິດແບບລຽບງ່າຍ ຢູ່ພາຍໃຕ້ຊື່ປອມທີ່ເມືອງບອສຕັນ ແລະ ເສຍຊີວິດໄປໃນເດືອນພຶດສະພາທີ່ຜ່ານມາ ດ້ວຍພະຍາດມະເຮັງປອດ ລວມອາຍຸໄດ້ 71 ປີ.

ແຫຼ່ງຂ່າວ: ສຳນັກຂ່າວຕ່າງປະເທດ

LEAVE A REPLY

Please enter your comment!
Please enter your name here