ລັກລອບເຂົ້າເມືອງຜິດກົດໝາຍ ຈະຖືກປັບ 25.000 ບາດ ພ້ອມສົ່ງກັບປະເທດ

0
1847

ໄທ ຈະປັບໃໝ 25.000 ບາດ/ຄົນ ພ້ອມສົ່ງຄືນກັບປະເທດ ກໍລະນີແຮງງານລັກລອບເຂົ້າເມືອງຜິດກົດໝາຍ

ເມື່ອວັນທີ 12 ພະຈິກ 2021 ຜ່ານມາ, ສະຖານເອກອັກຄະລັດຖະທູດ ສປປລາວ-ບາງກອກ, ໄດ້ແຈ້ງເຖິງ ກະ ຊວງການຕ່າງປະເທດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່ຽວກັບ ລັດຖະບານໄທ ເຫັນດີອະນຸຍາດໃຫ້ແຮງງານຕ່າງປະເທດທັງ 3 ສັນຊາດຄື: ກຳປູເຈຍ, ມຽນມາ ແລະ ລາວ ສືບຕໍ່ຢູ່ເຮັດວຽກໃນປະເທດໄທ ເປັນກໍລະນີພິເສດຕາມມະຕິຂອງ ຄຣມ.​

ເຊິ່ງໃນແຈ້ງການຂອງສະຖານເອກອັກຄະລັດຖະທູດ ໄດ້ລະບຸວ່າ:

ເລີ່ມແຕ່ວັນທີ 1 ພະຈິກ 2021 ເປັນຕົ້ນມາ, ລັດ ຖະບານຂອງໄທ ໄດ້ປະກາດເປີດປະເທດຮັບເອົານັກທ່ອງທ່ຽວຈາກ 63 ປະເທດໃຫ້ສາມາດເດີນທາງເຂົ້າປະເທດໂດຍບໍ່ຕ້ອງຈຳກັດບໍລິເວນ 14 ວັນ ເພື່ອເລັ່ງການຟື້ນຟູເສດຖະກິດ ພາຍຫຼັງທີ່ໄດ້ຮັບຜົນກະທົບຢ່າງໜັກຕໍ່ການລະບາດຂອງເຊື້ອພະຍາດໂຄວິດ-19, ຈາກການປະກາດດັ່ງກ່າວ ໄດ້ສ້າງຄວາມບໍ່ເຂົ້າໃຈຕໍ່ກັບບາງກຸ່ມຄົນ ເປັນຕົ້ນ ບັນດາຜູ້ອອກ ແຮງງານຈາກປະເທດໃກ້ຄຽງເຂົ້າໃຈຜິດວ່າ ສາມາດເດີນທາງກັບເຂົ້າມາເຮັດວຽກຢູ່ໄທໄດ້ແລ້ວ, ເຊິ່ງໃນສອງອາທິດຜ່ານມາ ໄດ້ມີແຮງງານຈາກປະເທດມຽນມາ 342 ຄົນ ພາກັນລັກລອບເຂົ້າເມືອງແບບຜິດກົດໝາຍ ແລະ ຖືກເຈົ້າໜ້າທີ່ຂອງຝ່າຍໄທຈັບກຸມ, ປັບໄໜ ແລະ ສົ່ງຄືນປະເທດ, ກ່ອນການເດີນທາງແຮງງານກຸ່ມນີ້ຕ້ອງໄດ້ຈ່າຍເງິນປະມານ 25,000 ບາດ/ຄົນ ໃຫ້ກັບຂະບວນການນາຍໜ້າ ເພື່ອແລກກັບການອໍານວຍຄວາມສະດວກໃນການເດີນທາງ, ຕໍ່ກັບເຫດການແບບນີ້ຍັງບໍ່ທັນປະກົດເຫັນເກີດຂື້ນກັບແຮງງານລາວເຮົາເທື່ອ, ແຕ່ໃນອະນາຄົດອັນໃກ້ນີ້ ຄາດວ່າອາດຈະມີແຮງງານລາວຈຳນວນໜຶ່ງທີ່ຈະລັບລອບກັບເຂົ້າມາໄທແບບບໍ່ຖືກຕ້ອງ.

ໃນວັນທີ 5 ພະຈິກ 2021, ກະຊວງມະຫາດໄທ ໄດ້ອອກປະກາດຕາມມະຕິຂອງ ຄຣມ ເຫັນດີອະນຸຍາດໃຫ້ແຮງງານຕ່າງປະເທດທັງ ກຳປູເຈຍ, ມຽນມາ ແລະ ລາວ ສືບຕໍ່ຢູ່ເຮັດວຽກໃນປະເທດໄທເປັນກໍລະນີພິເສດ ເຖິງວ່າແຮງງານເຫຼົ່ານັ້ນ ຈະຢູ່ຢ່າງຖືກຕ້ອງ ຫຼື ບໍ່ຖືກຕ້ອງຕາມກົດໝາຍກໍຕາມ. ຕໍ່ກັບນະໂຍບາຍ ແລະ ມາດຕະການຕ່າງໆທີ່ລັດຖະບານໄທ ອອກມານັ້ນ ເປັນວິທີການແກ້ໄຂບັນຫາການຂາດ ແຄນແຮງງານຕ່າງປະເທດ, ໃນປັດຈຸບັນ ຕະຫຼາດແຮງງານຂອງໄທ ຕ້ອງການນຳໃຊ້ແຮງງານຈາກ 3 ສັນຊາດ: ກຳປູເຈຍ, ມຽນມາ ແລະ ລາວ ປະມານ 4 ແສນກວ່າຄົນ ເພື່ອສະໜອງເຂົ້າໃນຫົວໜ່ວຍທຸລະກິດ, ໂຮງຈັກໂຮງງານ ແລະ ປະເພດຕຳແໜ່ງງານທີ່ແຮງງານຄົນໄທມີໜ້ອຍ, ນອກນັ້ນ ການເປິດປະເທດຍັງເຮັດໃຫ້ຄວາມຕ້ອງການນຳໃຊ້ແຮງງານເພີ່ມຂື້ນ ແລະ ຈະສົ່ງຜົນໃຫ້ບັນຫາການຂາດແຄນແຮງງານເພີ່ມທະວີຄວາມຮຸນແຮງຂື້ນ.

ສະນັ້ນ ເມື່ອຕະຫຼາດແຮງງານຂອງໄທ ມີຄວາມຕ້ອງການນຳເຂົ້າແຮງງານຕ່າງປະເທດຈຳນວນຫຼາຍ, ແນ່ນອນວ່າກຸ່ມຄົນບໍ່ຫວັງດີ, ນາຍໜ້າ ແລະ ຂະບວນການຕົວະຍົວະຫຼອກລວງເອົາແຮງງານຈາກປະເທດໃກ້ຄຽງເຂົ້າມາສະໜອງໃຫ້ຕະຫຼາດພາຍໃນປະເທດ ຈະນັບມື້ນັບມີຫຼາຍ ແລະ ຍາກທີ່ຈະສະກັດກັ້ນໄດ້, ສະຖານທູດ ຈຶ່ງສະເໜີມາຍັງພາກສ່ວນທີ່ກ່ຽວຂ້ອງຂອງລາວເຮົາ ເພື່ອຮ່ວມກັນວາງແຜນ ແລະ ແກ້ໄຂບັນຫາຄວາມຫຍຸ້ງຍາກທີ່ອາດຈະເກີດຂື້ນໃນອະນາຄົດອັນໃກ້.

ຂ່າວສານ: ຮສສ

LEAVE A REPLY

Please enter your comment!
Please enter your name here