ລາວ ແລະ ອົງການສະຫະປະຊາຊາດລົງນາມຂອບການຮ່ວມມືກັນ, ສົກປີ 2022-2026

0
1537

ໃນ ວັນທີ 16 ພະຈິກ 2021 – ລັດຖະ ບານແຫ່ງ ສປປ ລາວ, ຕາງໜ້າໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າອົງການ ສປຊ, ທ່ານ ນາງ ຊາຣາ ເຊເກັນເນສ (Ms. Sara Sekkenes), ຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ ໄດ້ຮ່ວມລົງນາມ ຂອບການຮ່ວມມືລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ສົກປີ 2022-2026 ຢ່າງເປັນທາງການ (Lao PDR-United Nations Sustainable Development Cooperation Framework ຫຼື ເອີ້ນຫຍໍ້ວ່າ UNSDCF).

ພິທີລົງນາມໃນຄັ້ງນີ້ຈັດຂຶ້ນ 1 ວັນ ທີ່ ກະຊວງການຕ່າງປະເທດ ກ່ອນການຈັດກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 13, ດ້ວຍມາດຕະການຈຳກັດຜູ້ເຂົ້າຮ່ວມຈາກທັງສອງຝ່າຍ ໂດຍຄຳນຶງເຖິງການລະບາດຂອງພະຍາດໂຄວິດ-19 ທີ່ກຳລັງເພີ່ມຂຶ້ນຢູ່ ນະຄອນຫຼວງວຽງຈັນ ໃນປັດຈຸບັນ.

ຂອບການຮ່ວມມື UNSDCF ສົກປີ 2022-2026 ແມ່ນແຜນງານສະບັບໃໝ່ນັບແຕ່ມີການປະຕິຮູບລະບົບຂອງ ອົງການສະຫະປະຊາຊາດ ອີງຕາມຍັດຕິຂອງເລຂາທິການໃຫ່ຍ ສປຊ ສະບັບເລກທີ 72/279 ທີ່ຖືກຮັບຮອງເອົາໃນປີ 2018, ເຊິ່ງມີເປົ້າໝາຍຕົ້ນຕໍໃນການປະຕິຮູບກົນໄກການປະຕິບັດງານຂອງ ອົງການ ສປຊໃຫ້ມີການປະສານງານທີ່ໂລ່ງລຽນ, ສອດຄ່ອງ, ມີປະສິດທິພາບ ແລະ ສ້າງຜົນປະໂຫຍດດ້ານການພັດທະນາໃຫ້ຫຼາຍທີ່ສຸດ.

ຂອບການຮ່ວມມື UNSDCF ສົກປີ 2022-2026 ນີ້ແມ່ນເນັ້ນໜັກເຖິງຄວາມສໍາຄັນຂອງການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ ສປຊ ເພື່ອແກ້ໄຂຄວາມຕ້ອງການດ້ານການພັດທະນາ ແລະ ສິ່ງທ້າທາຍຢູ່ໃນປະເທດ ໂດຍສອດຄ່ອງກັບທິດທາງລວມ ແລະ ຫົກເປົ້າໝາຍຂອງ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ສົກປີ 2021-2025. ຂະບວນການສ້າງຂອບການຮ່ວມມືສະບັບໃໝ່ນີ້ ແມ່ນຖືກສ້າງຂື້ນໂດຍຜ່ານຂະບວນການປຶກສາຫາລືຢ່າງກວ້າງຂວາງ ພ້ອມທັງການແລກປ່ຽນກັນຫຼາຍຄັ້ງລະຫວ່າງໜ່ວຍງານ ສປຊ, ຮ່ວມກັບໂຕແທນຈາກ ລັດຖະບານ ສປປ ລາວ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ ເພື່ອສົ່ງເສີມການມີສ່ວນຮ່ວມໃນການປະກອບຄໍາເຫັນ, ທັດສະນະ ແລະ ແຮງບັນດານໃຈໃນການພັດທະນາຮ່ວມກັນ.

ຂອບການຮ່ວມມືສະບັບໃໝ່ແມ່ນໄດ້ກຳນົດເອົາ 4 ຂົງເຂດບຸລິມະສິດຍຸດທະສາດ ຄື:

  1. ຊີວິການເປັນຢູ່ທີ່ດີຂອງປະຊາຊົນ;
  2. ຄວາມຈະເລີນຮຸ່ງເຮືອງທົ່ວເຖິງສໍາລັບໝົດທຸກຄົນ;
  3. ການບໍລິຫານລັດ ແລະ ການປົກຄອງດ້ວຍກົດໝາຍ;
  4. ສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ ແລະ ຄວາມທົນທານຕໍ່ໄພພິບັດ

ເຊິ່ງນີ້ຈະກາຍເປັນເອກະສານທີ່ສໍາຄັນໃນການວາງແຜນ, ຈັດຕັ້ງປະຕິບັດໂຄງການລະດັບຊາດ, ລວມທັງຫັນປ່ຽນແນວທາງການປະຕິບັດງານຂອງ ອົງການ ສປຊ ໂດຍຜ່ານການປະສານງານທີ່ສອດຄ່ອງ, ກົມກຽວ ແລະ ມີປະສິດທິພາບຍິ່ງຂຶ້ນ ແລະ ຍົກລະດັບວຽກງານການຮ່ວມມື ແລະ ສະໜັບສະໜູນຂອງ ບັນດາເຄືອຂ່າຍອົງການ ສປຊ ຢູ່ ສປປ ລາວ ນັບແຕ່ປີ 2022 – 2026, ແນໃສ່ການບັນລຸບູລິມະສິດດ້ານການພັດທະນາຂອງ ສປປ ລາວ ກໍ່ຄື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄປຄຽງຄູ່ກັບເປົ້າໝາຍຂອງສາກົນ ກໍ່ຄື ວາລະ 2030 ເພື່ອການພັດທະນາແບບຍືນຍົງ.

ເພື່ອໃຫ້ສາມາດບັນລຸເປົ້າໝາຍເຫຼົ່ານີ້ໄດ້, ທີມງານ ສປຊ ປະຈຳ ສປປ ລາວ ຈະເຮັດວຽກຮ່ວມກັນໃນທົ່ວທັງ 4 ຂົງເຂດບຸລິມະສິດຍຸດທະສາດ, ໂດຍການນຳເອົາໜ່ວຍງານ, ກອງທຶນ ແລະ ແຜນງານຕ່າງໆທີ່ມີຄວາມຊຳນິຊຳນານອັນສະເພາະ ເພື່ອມາຊ່ວຍຄູ່ຮ່ວມງານລະດັບຊາດໃນການສ້າງຄວາມຄືບໜ້າດ້ານການພັດທະນາ ແລະ ແກ້ໄຂບັນຫາທ້າທາຍທີ່ກີດຂວາງການພັດທະນາຂອງ ສປປ ລາວ.

LEAVE A REPLY

Please enter your comment!
Please enter your name here