ຂອບໃຈຫຼາຍໆ! ເດີນທາງມາຮອດ ສປປ ລາວ ແລ້ວວັກຊິນຊ່ວຍເຫຼືອຮອບໃຫມ່ຈາກ ສປ ຈີນ ຈຳນວນ 1.900.000 ໂດສ ພ້ອມທັງ ຊາແລັງເຂັມສັກຢາ ຈຳນວນ 1,801,600 ອັນ.
![](https://tholakhong.com/wp-content/uploads/2021/11/c6.jpeg)
ໃນຕອນແລງ ເວລາ 16:00 ຂອງວັນທີ 17 ພະຈິກ 2021 ນີ້ ທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ໄດ້ມີພິທີຕ້ອນຮັບວັກຊິນຊ່ວຍເຫຼືອລ້າຮອບໃຫມ່ຈາກ ສປ ຈີນ ມອບໃຫ້ແກ່ ສປປ ລາວ ຍີ່ຫຍໍ້ຊີໂນຟາມ ຈຳນວນ 1.900.000 ໂດສ ແລະ ຊາແລັງເຂັມສັກຢາ ຈຳນວນ 1,801,600 ອັນ.
![](https://tholakhong.com/wp-content/uploads/2021/11/c5.jpeg)
ວັກຊີນຈໍານວນດັ່ງກ່າວຈະຖືກນຳໃຊ້ໂດຍລັດຖະບານແຫ່ງ ສປປ ລາວ ເພື່ອໃຫ້ການປ້ອງກັນແກ່ປະຊາຊົນລາວຢ່າງຕໍ່ເນື່ອງ ແລະ ບັນລຸເປົ້າໝາຍການສັກວັກຊິນກັນພະຍາດ ໂຄວິດ-19 ປະຊາກອນໃນທົ່ວປະເທດພາຍໃນທ້າຍປີນີ້.
![](https://tholakhong.com/wp-content/uploads/2021/11/c1.jpeg)
ຂອບໃຈຫຼາຍໆ
![](https://tholakhong.com/wp-content/uploads/2021/11/c4.jpeg)