ການຂຶ້ນອາກອນຢາສູບ ມີປະສິດທິພາບ ໃນການຫຼຸດຜ່ອນການສູບຢາ

0
2532

ການຂຶ້ນອາກອນຢາສູບ ເປັນມາດຕະການໜຶ່ງມີປະສິດທິຜົນທີ່ສຸດ ໃນການຫຼຸດຜ່ອນການສູບຢາ ແລະ ການຂຶ້ນອາກອນຢາສູບ ກໍບໍ່ໄດ້ແຕະຕ້ອງເຖິງການຜະລິດ, ແຕ່ກົງກັນຂ້າມເຮັດໃຫ້ຜູ້ຊົມໃຊ້ມີຈຳນວນຫຼຸດລົງ, ເຊິ່ງ ທ່ານ ດຣ.ສະໜອງ ທອງສະນະ ຮອງລັດຖະມົນຕີ ກະຊວງສາທາ ລະນະສຸກ ໄດ້ຊີ້ແຈງໃນວັນທີ 12 ພະຈິກ 2021 ທີ່ຜ່ານມານີ້ວ່າ: ຖ້າຫຼຸດ ຫຼື ເພີ່ມເປີເຊັນລາຄາຂອງຢາສູບ, ລາຄາຢາສູບຂຶ້ນ 10% ສາມາດຫຼຸດການຊົມໃຊ້ຢາສູບລົງເຖິງ 4-5%.

ປັດຈຸບັນໃນທົ່ວໂລກ ໄດ້ມີນະໂຍບາຍການເພີ່ມອາກອນຢາສູບໃນທຸກປະເທດ ບໍ່ວ່າຈະເປັນປະເທດທີ່ຈະເລີນ ຫຼື ປະເທດທີ່ກຳລັງພັດທະນາ. ນອກຈາກນີ້, ອີງໃສ່ອົງການອະນາໂລກທີ່ ສປປ ລາວ ເປັນພາຄີ ກໍໄດ້ແນະນຳວ່າໃຫ້ເພີ່ມອາກອນຢາສູບຂຶ້ນໃຫ້ໄດ້ຢ່າງໜ້ອຍ 75% ຈະເຮັດໃຫ້ການສູບຢາຫຼຸດຜ່ອນລົງ.

ໃນດ້ານ ທ່ານຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ສປປ ລາວ ເປັນປະເທດໜຶ່ງ ທີ່ເປັນສະມາຊິກອາຊຽນ ແລະ ສະມາຊິກຂອງອົງການອະນາໂລກ ໃນການຄວບຄຸມຢາສູບ ທັງເປັນສະມາຊິກຂອງອົງການ ການຄ້າໂລກ ເຊິ່ງອັດຕາການເກັບອາກອນຂອງຢາສູບ ໃນ ສປປ ລາວ ແມ່ນຕ່ຳທີ່ສຸດໃນບັນດາອາຊຽນ ມີພຽງແຕ່ 18,8%, ຂະນະທີ່ກຳປູເຈຍ 25-30%, ຫວຽດນາມ 36% ເຫລືອນັ້ນແມ່ນ 60-80% ເຮັດໃຫ້ການຄວບຄຸມຢາສູບຂອງເຂົາເຈົ້າໄດ້ຜົນກວ່າປະເທດເຮົາ.

ສະນັ້ນ, ອາກອນຢາສູບຕ້ອງເພີ່ມຂຶ້ນໃນແຕ່ລະໄລຍະ ໂດຍສອດຄ່ອງກັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ຄວາມສາມາດຊື້ຢາສູບ, ອັດຕາເງິນເຟີ້ ແລະ ຂໍ້ແນະນຳສົນທິສັນຍາວ່າດ້ວຍການປັບປຸງຢາ ສູບ ເພື່ອຫລຸດຜ່ອນການຊົມໃຊ້ຢາສູບລົງໄດ້.

ທ່ານ ດຣ. ສະໜອງ ທອງສະນະ ກ່າວຕື່ມວ່າ: ສ່ວນການຄຸ້ມຄອງ ແລະ ການນຳໃຊ້ກອງທຶນຄວບຄຸມຢາສູບ ກະຊວງສາທາລະນະສຸກ ເປັນຜູ້ຄຸ້ມຄອງບໍລິຫານພາຍໃຕ້ການຊີ້ນຳຂອງຄະນະກຳມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ ໄດ້ມີການກຳນົດເນື້ອໃນຂອງກົດໝາຍ ຄວບຄຸມຢາສູບ ເຊິ່ງບັນດາສະພາແຫ່ງຊາດ ອາດຈະເປັນຫ່ວງເປັນໃຍໃນການນຳໃຊ້ກອງທຶນດັ່ງກ່າວ ວ່າຈະຖືກຕາມຈຸດປະສົງນັ້ນ ຫຼື ບໍ່, ແຕ່ຢືນຢັນວ່າການນຳໃຊ້ກອງທຶນນີ້ ໄດ້ມີດຳລັດ 155 ລົງວັນທີ 21 ກຸມພາ 2013 ໃນມາດຕາ 6 ໄດ້ລະບຸໄວ້ວ່າ 37% ຂອງກອງທຶນນໍາໃຊ້ເຂົ້າໃນການເຄື່ອນໄຫວກິດຈະກຳຕ່າງໆ ຂອງຂະແໜງການທີ່ກ່ຽວຂ້ອງ ກ່ຽວກັບວຽກງານຢາສູບ 32% ນໍາໃຊ້ເຂົ້າໃນວຽກງານຄັງປະກັນສຸຂະພາບແຫ່ງຊາດ 25% ນໍາໃຊ້ເຂົ້າໃນການປັບປຸງວຽກງານການບໍລິການສາທາລະນະສຸກ 6% ນໍາໃຊ້ເຂົ້າໃນວຽກງານບໍລິຫານ ຂອງຄະນະກໍາມະການແຫ່ງຊາດ ເພື່ອຄວບຄຸມຢາສູບ ແລະ ຂະແໜງການຕ່າງໆທີ່ກ່ຽວຂ້ອງ ທີ່ເຮັດວຽກງານການຄວບຄຸມຢາສູບສາມາດນຳໃຊ້ງົບປະມານຮ່ວງ 37% ໃນການເຄື່ອນໄຫວກິດຈະກໍາຂອງວຽກງານຄວບຄຸມຢາສູບ.

ຂ່າວ: ຂປລ. ມະນີທອນ

LEAVE A REPLY

Please enter your comment!
Please enter your name here