ລາຍລະອຽດຜູ້ເສຍຊີວິດ ແລະ ຜູ້ຕິດເຊື້ອໃໝ່ມື້ນີ້!

0
3206

ຕາມກາລາຍງານຈາກຄະນະສະເພາະກິດ ປະຈຳວັນໃຫ້ຮູ້ວ່າ: ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 4,793 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 999 ຄົນ (ຕິດເຊື້ອພາຍໃນ ມີ 995 ຄົນ ແລະ ຕິດເຊື້ອນໍາເຂົ້າ04 ຄົນ).  

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 995 ຄົນ ຈາກ 16 ແຂວງ ເຊີ່ງຈະລຽງລຳດັບຈາກແຂວງທີ່ມີກໍລະນີຫຼາຍຫາໜ້ອຍ ເຊິ່ງມີລາຍລະອຽດ ດັ່ງນີ້:

ນະຄອນຫຼວງ 407 ຄົນ ໃນ 156 ບ້ານ ແລະ 8 ເມືອງ

  • ເມືອງຈັນທະບູລີ 42 ຄົນ ຈາກ 21 ບ້ານ
  • ເມືອງສີໂຄດຕະບອງ 67 ຄົນ ຈາກ 28 ບ້ານ
  • ເມືອງໄຊເສດຖາ 91​ ຄົນ ຈາກ 33 ບ້ານ
  • ເມືອງສີສັດຕະນາກ 46 ຄົນ ຈາກ 15​ ບ້ານ
  • ເມືອງນາຊາຍທອງ 23​ ຄົນ ຈາກ 8 ບ້ານ
  • ເມືອງໄຊທານີ 100 ຄົນ ຈາກ 32 ບ້ານ
  • ເມືອງຫາດຊາຍຟອງ 30 ຄົນ ຈາກ 18 ບ້ານ
  • ເມືອງສັງທອງ 1 ຄົນ ຈາກ 1 ບ້ານ
  • ເຫຼືອນັ້ນ ກຳລັງສືບຕໍ່ເອົາຂໍ້ມູນ

ຫຼວງພະບາງ ມີ 123 ຄົນ ໃນ 45 ບ້ານ ແລະ 8 ເມືອງ

ແຂວງວຽງຈັນ ມີ 99 ຄົນ ໃນ 17 ບ້ານ ແລະ 4 ເມືອງ

ຜົ້ງສາລີ ມີ 73 ຄົນ ໃນ 16 ບ້ານ ແລະ 6 ເມືອງ

-ບໍ່ແກ້ວ ມີ 63 ຄົນ ໃນ 17 ບ້ານ ແລະ 2 ເມືອງ

ຈຳປາສັກ ມີ 45 ຄົນ ໃນ 28 ບ້ານ ແລະ 5 ເມືອງ

ບໍລິຄຳໄຊ ມີ 37 ຄົນ ໃນ 13 ບ້ານ ແລະ 3 ເມືອງ

ໄຊຍະບູລີ ມີ 35 ຄົນ

ຄຳມ່ວນ ມີ 22 ຄົນ ໃນ 7 ບ້ານ ແລະ 2 ເມືອງ

ສາລະວັນ ມີ 22 ຄົນ ໃນ 8 ບ້ານ ແລະ 3 ເມືອງ

ອຸດົມໄຊ ມີ 19 ຄົນ ໃນ 12 ບ້ານ ແລະ 1 ເມືອງ

ສະຫວັນນະເຂດ ມີ 17 ຄົນ ໃນ 13 ບ້ານ ແລະ 1 ເມືອງ

ອັດຕະປື 10 ຄົນ

-ຫຼວງນ້ຳທາ ມີ 10 ຄົນ, 2 ຄົນມາຈາກ ໃນ 2 ບ້ານ ແລະ 1 ເມືອງ ແລະ 8 ຄົນ ແມ່ນຜູ້ທີ່ເດີນທາງມາຈາກແຂວງອື່ນເພື່ອເດີນທາງໄປເຂດບໍ່ເຕນ

ຫົວພັນ ມີ 4 ຄົນ ຈາກ 2 ເມືອງ

-ເຊກອງ ມີ 6 ຄົນ ໃນ 4 ບ້ານ ແລະ 2 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 4 ຄົນ ຈາກ ສະຫວັນນະເຂດ 1 ຄົນ, ສາລະວັນ 1 ຄົນ ແລະ ແຂວງຫົວພັນ 2 ຄົນ ແມ່ນພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.

ສຳລັບລາຍລະອຽດຜູ້ເສຍຊີວິດໃໝ່ 01 ຄົນ ມີດັ່ງນີ້:

  • ເພດຍິງ, ອາຍຸ 58 ປີ, ອາຊີບ: ແມ່ເຮືອນ, ບ້ານສີສະຫວາດ, ເມືອງບໍລິຄັນ, ແຂວງບໍລິຄຳໄຊ
  • ວັນທີ່ 20 ພະຈິກ 2021: ໂຮງໝໍມິດຕະພາບໄດ້ຮັບຄົນເຈັບທີ່ສົ່ງມາແຕ່ໂຮງໝໍແຂວງບໍລິຄໍາໄຊ
  • ມື້ດຽວກັນນັ້ນ, ຄົນເຈັບມາຮອດພະແນກສຸກເສີນ ຂອງໂຮງໝໍມິດຕະພາບ ດ້ວຍອາການກະວົນກະວາຍ, ອິດເມື່ອຍ, ຫາຍໃຈຝືດ, ຫາຍໃຈໄວ, ນອນພຽງບໍ່ໄດ້ ບໍ່ມີນ້ຳຍ່ຽວໄດ້ 03 ມື້້ (ລວມປະຈຸບັນ 05 ມື້) ມີອາການບວມໃບໜ້າ ທັງແຂນ ແລະ ຂາ ມີເລືອດສີແດງສົດຊືມຢູ່ເຂດຜ່າຕັດ (ໜ້າທ້ອງ)
  • ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ດ້ວຍ Gen expert ກວດພົບເຊື້ອ
  • ບໍ່ເຄີຍກວດພະຍາດ, ແຕ່ວ່າວັນທີ 15 ພະຈິກ 2021: ຜູ້ກ່ຽວໄດ້ຜ່າຕັດໜີ້ວຖົງບີ ທີ່ໂຮງໝໍແຂວງບໍລິຄໍາໄຊ ແລະ ມີເລືອດຊືມທາງບາດແຜບໍ່ຢຸດ ຍ້ອນຂາດປັດໃຈການກ້າມຂອງເລືອດ (ຕາມການບອກເລົ່າຂອງລູກສາວເປັນພະນັກງານແພດ) ໄດ້ໃສ່ເລືອດຫຼາຍຖົງຈາກໂຮງໝໍແຂວງ
  • ສັກຢາວັກຊີນ J&J ຄົບ
  • ໄລຍະນອນປິ່ນປົວຢູ່ໂຮງໝໍມິດຕະພາຍ ແຕ່ວັນທີ 20-21 ພະຈິກ 2021, ເປັນເວລາ 02 ມື້ ຄົນເຈັບກໍ່ໄດ້ຮັບການເອົາໃຈໃສ່ຈາກແພດໝໍເພື່ອເຊີດຊູ
  • ມາຮອດເວລາ 22:15 ນາທີ ຂອງວັນທີ 21 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
  • ມະຕິພະຍາດ: Critical covid19 (Severe pneumonia, Sepsis, AKI, ARDS)

ມາຮອດວັນທີ 22 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 63,159 ຄົນ, ເສຍຊີວິດສະສົມ 132 ຄົນ (ໃໝ່ 01), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 463ຄົນ, ກໍາລັງປິ່ນປົວ 11,490 ຄົນ.

LEAVE A REPLY

Please enter your comment!
Please enter your name here