ສາທາ ອະນຸມັດໃຫ້ໂຮງງານຜະລິດຢາເລກ 3 ຜະລິດຢາໂມນນູພິຣາເວຍ ປິ່ນປົວໂຄວິດ-19

0
2519

ອີງຕາມການລາຍງານຂອງ​ ໜັງສືພິມ Vientiane Times​ ໃຫ້ຮູ້ວ່າວ່າ: ກະຊວງສາທາລະນະສຸກ ອະນຸມັດໃຫ້ລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ຜະລິດຢາໂມນນູພິຣາເວຍ (Molnupiravir) ເຊິ່ງເປັນຢາເມັດ ເພື່ອໃຊ້ປິ່ນປົວພະຍາດໂຄວິດ-19.

ທ່ານ ພູໂຂງ ໂຈມມາລາ ຮອງຜູ້ນຳນວຍການລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ໃຫ້ສຳພາດກັບ Vientiane Times ເມື່ອວັນທີ່ 18 ພະຈິກ 2021​ ທີ່ຜ່ານມາວ່າ: ໂຮງງານຈະເລີ່ມຜະລິດຢາໃນເດືອນທັນວາ 2021 ນີ້ ຕາມຄຳແນະນຳຂອ​ງ​ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ.

ທ່ານ ພູໂຄງ ໂຈມມາລາ​ ຍັງກ່າວຕື່ມວ່າ: ພວກເຮົາຄາດຫວັງວ່າ ຈະສາມາດສະໜອງຢາຊະນິດນີ້ໃນເບື້ອງຕົ້ນ ໃຫ້ກັບຜູ້ຕິດເຊື້ອໂຄວິດ-19 ຈຳນວນ 1,000 ຄົນ ພາຍໃຕ້ໂຄງການເລີ່ມຕົ້ນຜະລິດ ເຊິ່ງໂຄງການດັ່ງກ່າວຈະໄດ້ຮັບການກວດສອບ ໂດຍອົງການອະນາໄມໂລກ.

ການໃຊ້ຢາໃໝ່ໃນການປິ່ນປົ່ວພະຍາດໂຄວິດ-19 ເປັນສ່ວນໜຶ່ງ ຂອງຄວາມພະຍາຍາມຂອງລັດຖະບານ ໃນການຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ-19, ໂຄງການເລີ່ມຕົ້ນຜະລິດຢານີ້ ໄດ້ກຳນົດເອົາຜູ້ຕິດເຊື້ອທີ່ມີອາຍຸລະຫວ່າງ 18-65 ປີ ເປັນກຸ່ມເປົ້າໝາຍ ເປັນຜູ້ທີ່ມີອາການເບົາບາງ ຫາ ປານກາງ ແລະ ຢູ່ໃນໄລຍະເລີ່ມຕົ້ນຂອງການຕິດເຊື້ອ, ຜູ້ທີ່ຈະກິນຢານີ້ໃນການປິ່ນປົວ ຕ້ອງບໍ່ມີອາການປອດບວມ ຫຼື ຂາດອົກຊີແຊນ ໂດຍຈະໄດ້ກິນຢາເປັນເວລາ 5 ວັນ.

ຢາໂມນນູພິຣາເວຍ (Molnupiravir)  ເປັນຢາເມັດຊະນິດກິນ ມີຜົນໃນການອອກລິດຕ້ານໄວຣັສ ພັດທະນາຂຶ້ນເພື່ອໃຊ້ປິ່ນປົວໄຂ້ຫວັດໃຫຍ່ ໂດຍເກີດຈາກການຮ່ວມມືໃນການພັດທະນາ ຂອງບໍລິວັດ Ridgebback Biothera peuthisc ປະເທດ ສ.ອາເມຣິກາ ແລະ ບໍລິສັດ Merck ປະເທດເຢຍລະມັນ ມີລິດຕໍ່ຕ້ານໄວຣັສໂຄໂຣນາຫຼາຍຊະນິດເຊັ່ນ: SARS, MERS ແລະ ໂຄວິດ-19.

LEAVE A REPLY

Please enter your comment!
Please enter your name here