ສາເຫດຂອງການຕິດເຊື້ອກໍ່ຍັງແມ່ນການບໍ່ສາມາດຮັກສາຕາມມາດຕະການທີ່ຄະນະສະເພາະກິດໄດ້ວາງອອກ

0
1278

ຕາມການລາຍງານຈາກຄະນະສະເພາະກິດ ປະຈຳວັນທີ 22 ພະຈິກ 2021 ເຊິ່ງລາຍງານໂດຍ ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ໄດ້ໃຫ້ຮູ້ວ່າ: ສປປ ລາວ ທ່າອຽງຂອງການລະບາດກໍ່ຍັງນ່າເປັນຫ່ວງເພາະມີໂຕເລກລາຍງານຜູ້ຕິດເຊື້ອໃໝ່ ສະເລ່ຍ 900 ກ່ວາຄົນໃນແຕ່ລະວັນ ແລະ ອັດຕາການພົບເຊື້ອກໍ່ຍັງສູງກ່ວາ 5 ເປີເຊັນ (ປະຈຸບັນ20,74% ທົ່ວປະເທດ, ນະຄອນຫຼວງວຽງຈັນ ອັດຕາການພົບເຊື້ອສູງກ່ວາ 30 % ລວມທັງຫຼາຍໆແຂວງທີ່ກຳລັງປະເຊີນໜ້າການລະບາດ.

ເຊິ່ງກຸ່ມຄົນທີ່ຕິດເຊື້ອ ພົ້ນເດັ່ນມາຫຼາຍອາທິດ ຍັງແມ່ນ ສະມາຊິກໃນຄອບຄົວຂອງຜູ້ຕິດເຊື້ອ, ຄູອາຈານ-ນັກຮຽນ-ນັກສຶກສາ, ສະຖານທີ່ຄຸມຂັງ, ພະນັກງານດ່ານໜ້າ, ພະນັກງານທະນາຄານ ກໍ່ຄືຈາກສຳນັກງານ-ອົງການອື່ນໆ, ເຊີ່ງສາເຫດຂອງການຕິດເຊື້ອກໍ່ຍັງແມ່ນການບໍ່ສາມາດຮັກສາຕາມມາດຕະການທີ່ຄະນະສະເພາະກິດໄດ້ວາງອອກ.

ເນື່ອງຈາກການຢູ່ຮ່ວມກັນຫຼາຍຄົນບໍ່ວ່າໃນຄອບຄົວຫຼືສະຖານທີ່ເຮັດວຽກ, ການຈັດງານປະຊຸມທາງການປະເພນີ, ເປັນຕົ້ນແມ່ນ ງານດອງ, ງານອອກກຳ ເຮືອນບຸນ ແລະ ເຮືອນດີ, ງານສົ່ງສະການ ເຊີ່ງຍາກທີ່ຈະປະຕິບັດຕໍ່ມາດຕະການຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ-ດັງ ແລະ ການລ້າງມື ລວມທັງຍັງມີຄົນທີ່ມີຄວາມສ່ຽງເຂົ້າຮ່ວມງານດັ່ງກ່າວ.

LEAVE A REPLY

Please enter your comment!
Please enter your name here