ລາຍລະອຽດຜູ້ເສຍຊີວິດໃໝ່ ແລະ ຜູ້ຕິດເຊື້ອໃໝ່ 23 ພະຈິກ 2021

0
4752

ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 7,007 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,323 ຄົນ (ຕິດເຊື້ອພາຍໃນ ມີ 1,325 ຄົນ ແລະ ຕິດເຊື້ອນໍາເຂົ້າ05 ຄົນ).  

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,318 ຄົນ ຈາກ 17 ແຂວງ ເຊີ່ງຈະລຽງລຳດັບຈາກແຂວງທີ່ມີກໍລະນີຫຼາຍຫາໜ້ອຍ ເຊິ່ງມີລາຍລະອຽດ ດັ່ງນີ້:

ນະຄອນຫຼວງວຽງຈັນ 592 ຄົນ ໃນ 197 ບ້ານ ແລະ 9 ເມືອງ

  • ເມືອງຈັນທະບູລີ 77 ຄົນ ຈາກ 21 ບ້ານ
  • ເມືອງສີໂຄດຕະບອງ 89 ຄົນ ຈາກ 32 ບ້ານ
  • ເມືອງໄຊເສດຖາ 145​ ຄົນ ຈາກ 41 ບ້ານ
  • ເມືອງສີສັດຕະນາກ 75 ຄົນ ຈາກ 23​ ບ້ານ
  • ເມືອງນາຊາຍທອງ 19​ ຄົນ ຈາກ 10 ບ້ານ
  • ເມືອງໄຊທານີ 119 ຄົນ ຈາກ 42 ບ້ານ
  • ເມືອງຫາດຊາຍຟອງ 42 ຄົນ ຈາກ 25 ບ້ານ
  • ເມືອງປາກງື່ມ 2 ຄົນ ຈາກ 2 ບ້ານ
  • ເມືອງສັງທອງ 1 ຄົນ ຈາກ 1 ບ້ານ
  • ຕ່າງແຂວງ  6 ຄົນ
  • ເຫຼືອນັ້ນ ກຳລັງສືບຕໍ່ເອົາຂໍ້ມູນ

ຫຼວງພະບາງ ມີ 199 ຄົນ ໃນ 47 ບ້ານ ແລະ 10 ເມືອງ

ບໍລິຄຳໄຊ ມີ 116 ຄົນ ໃນ 41 ບ້ານ ແລະ 6 ເມືອງ

ແຂວງວຽງຈັນ ມີ 108 ຄົນ ໃນ 35 ບ້ານ ແລະ 8 ເມືອງ

ຜົ້ງສາລີ ມີ 55 ຄົນ ໃນ 8 ບ້ານ ແລະ 2 ເມືອງ

ອຸດົມໄຊ ມີ 47 ຄົນ ໃນ 12 ບ້ານ ແລະ 1 ເມືອງ

ຈຳປາສັກ ມີ 50 ຄົນ ໃນ 28 ບ້ານ ແລະ 6 ເມືອງ

ໄຊຍະບູລີ ມີ 41 ຄົນ ໃນ 10 ບ້ານ ແລະ 1 ເມືອງ

-ບໍ່ແກ້ວ ມີ 39 ຄົນ ໃນ 12 ບ້ານ ແລະ 2 ເມືອງ

ສະຫວັນນະເຂດ ມີ 38 ຄົນ ໃນ 19 ບ້ານ ແລະ 4 ເມືອງ

ສາລະວັນ ມີ 8 ຄົນ ໃນ 7 ບ້ານ ແລະ 3 ເມືອງ

ຫຼວງນ້ຳທາ ມີ 6 ຄົນ, ໃນ 4 ບ້ານ ແລະ 2 ເມືອງ

ຄຳມ່ວນ ມີ 6 ຄົນ ໃນ 5 ບ້ານ ແລະ 2 ເມືອງ

ອັດຕະປື 4 ຄົນ ໃນ 4 ບ້ານ ແລະ 1 ເມືອງ

ຫົວພັນ ມີ 4 ຄົນ ໃນ 4 ບ້ານ ແລະ 2 ເມືອງ

ເຊກອງ ມີ 4 ຄົນ ໃນ 3 ບ້ານ ແລະ 2 ເມືອງ

ຊຽງຂວາງ ມີ 01 ຄົນ ໃນ 1 ບ້ານ ແລະ 1 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 5 ຄົນ ຈາກ ສະຫວັນນະເຂດ 1 ຄົນ ແລະ ແຂວງຈໍາປາສັກ 4 ຄົນ ເຊິ່ງທັງໝົດໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.

ສຳລັບລາຍລະອຽດຜູ້ເສຍຊີວິດໃໝ່ 04 ຄົນ ມີດັ່ງນີ້:

ຜູ້ທີ 1. ເພດຍິງ, ອາຍຸ 72 ປີບ້ານເກົ້າຍອດ, ເມືອງສີສັດຕະນາກ, ນະຄອນຫລວງ.

  • ພະຍາດຜ່ານມາ: ເບົາຫວານ,ຄວາມດັນ,ໄຂ່ຫລັງ ກິນຢາປະຈຳ
  • ຍັງບໍ່ໄດ້ສັກVaccine
  •   ວັນທີ່ 19 ພະຈິກ 2021: ຄົນເຈັບມີໄອ, ໄຂ້, ຂີ້ມູກຍ້ອຍ
  • ວັນທີ່ 21 ພະຈິກ 2021: ມີອາການຫນັກຂື້ນ, ໄອ, ອິດເມື່ອຍ, ຫາຍໃຈຝືດ, ກະວົນກະວາຍ, ບໍ່ໄດ້ສະຕິ, O2 ຕໍ່າລົງ ແລະ ມາຮອດສຸກເສີນ ຂອງໂຮງໝໍມິດຕະພາບ ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ດ້ວຍ Gene x-pert ແລະ ຜົນກວດພົບເຊື້້ອ
  • ເວລາ 05:30 ໂມງຂອງວັນທີ 22 ພະຈິກ 2021: ຄົນເຈັບເອົາອາການຊີວິດ (V/S) ບໍ່ໄດ້   ເນື່ອງຈາກຄົນເຈັບComaໄດ້ແຍ່ທໍ່ຊ່ວຍຫາຍໃຈ
  • ມາຮອດເວລາ 06:00 ຂອງວັນທີ 22 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 2. ເພດຊາຍ, ອາຍຸ 25 ປີ, ອາຊີບ: ປະຊາຊົນ, ບ້ານຢູ່ປະຈຸບັນ: ບ້ານປ່າປົວະ, ເມືອງນໍ້າທາ, ແຂວງຫຼວງນໍ້າທາ

  • ປະຫວັດຜູ້ກ່ຽວ ເຄີຍເປັນພະຍາດເລືອດຈາງ, ປ້າງກີນເລືອດ , ເຄີຍຜ້າຕັດປ້າງ ໄດ້ 10 ປີ ມາແລ້ວ ,ໄດ້ໃສ່ເລືອດປະຈໍາ ແລະ ຂາດການໃສ່ເລືອດປະມານ 2 ເດືອນ
  • ຜູ້ກ່ຽວຍັງບໍ່ໄດ້ຮັບການສັກຢາວັກຊີນເທື່ອ 
  • ເວລາ 9:00 ໂມງເຊົ້າຂອງວັນທີ 21 ພະຈິກ 2021: ຄົນເຈັບ ໄດ້ໄປປີ່ນປົວຢູ່ໂຮງໝໍທະຫານ ປະມານ 2 ຄັ້ງ ໄດ້ໃສ່ຢ່າຈໍານວນໜື່ງ  ແຕ່ອາການບໍ່ດີຂື້ນ
  • ມື້ດຽວກັນນັ້ນ ເວລາປະມານ 23:30 ນາທີ ໄດ້ໄປເຂົ້າໂຮງໝໍແຂວງ ດ້ວຍອາການອິດເມື່ອຍ, ຈືດມ້ານ, ວີນຫົວ, ຕາລາຍ, ປັ້ນທອ້ງ, ຮາກ, ຕັບໃຫ່ຍ, ຫາຍໃຈຍາກ, ຫົວໃຈຊຸດໂຊມ.
  • ໃນເວລາ 1:00 ໂມງເຊົ້າ ຂອງວັນທີ 22 ພະຈິກ 2021: ທາງໂຮງໝໍແຂວງ ໄດ້ເກັບຕົວຢ່າງເພື່ອກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ
  • ມາຮອດເວລາ 15:00-15:20 ນາທີ:  ຄົນເຈັບອິດເມື່ອຍ, ຄວາມດັນເລືອດຕໍ່າ, ຫາຍໃຈບໍ່ອີ່ມ ແລະ ຕົນໂຕເຢັນ
  • ມາຮອດເວລາ 17: 20 ນາທີ ຂອງມື້ດຽວກັນນັ້ນ ຄົນເຈັບໄດ້ເສຍຊີວິດ

3. ເພດຊາຍ, ອາຍຸ 70 ປີ, ບ້ານຫ້ວຍຫົງ, ເມືອງຈັນທະບູລີ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ຄວາມດັນເລືອດສູງ ແຕ່ບໍ່ໄດ້ກິນຢາປົກກະຕິ ແລະ Gout
  • ບໍ່ໄດ້ສັກຢາວັກຊີນ
  • ມີອາການໄຂ້ມາຕະຫລອດ ໄດ້ປະມານ 01 ອາທິດ
  • ມາຮອດວັນທີ 18 ພະຈິກ 2021: ໄດ້ມາເກັບຕົວຢ່າງເພື່ອຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ ແລ້ວມານອນປີ່ນປົວ ຢູ່ສູນຫ້ວຍຫົງ
  • ເວລາ 17:05 ນາທີ ຂອງວັນທີ 20 ພະຈິກ 2021: ຄົນເຈັບມີອາການເມື່ອຍ, ຄວາມດັນເລືອດຕໍ່າ, ອົກຊີໃນເລືອດຕໍ່າ ໄດ້ຍ້າຍຄົນມາປີ່ນປົວ ຢູ່ໂຮງໝໍເສດຖາທິລາດ ດ້ວຍອາການຄົນເຈັບສະຕີບໍ່ດີ, ອິດເມື່ອຍ, ອົກຊີໃນເລືອດຕໍ່າ
  • ມາຮອດເວລາ 21:00 ໂມງ ຂອງວັນທີ 22 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ
  • ບົ່ງມະຕິການເສຍຊີວິດ: ຊຸດໂຊມທາງລະບົບຫາຍໃຈ

4. ເພດຊາຍ, ອາຍຸ 76 ປີ, ບ້ານໂຄກຊາຍ, ເມືອງຫາດຊາຍຟອງ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ຮູດຫຶດ
  •    ໄດ້ສັກຢາວັກຊີນຄົບ J&J
  •    ວັນທີ 22 ພະຈິກ 2021: ໄດ້ມາເກັບຕົວຢ່າງເພື່ອຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ
  •    ເວລາ 05:00 ໂມງເຊົ້າ ຂອງວັນທີ 23 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ມາຮອດວັນທີ 23 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 64,482 ຄົນ, ເສຍຊີວິດສະສົມ 137 ຄົນ (ໃໝ່ 04), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 795 ຄົນ, ກໍາລັງປິ່ນປົວ 11,239 ຄົນ.

LEAVE A REPLY

Please enter your comment!
Please enter your name here