ຊົມເຊີຍ! ພະນັກງານ ຖວທ ຫຼວງພະບາງ ອະນາໄມ ແລະ ທາສີຂັ້ນໄດຂຶ້ນພູສີ

0
2032

ພະນັກງານ ຖວທ ແຂວງຫຼວງພະບາງຮ່ວມກັນອະນາໄມ ແລະ ທາສີຂັ້ນໄດຂື້ນພູສີ

ໃນວັນທີ 23 ພະຈິກ 2021 ພະນັກງານ ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ( ຖວທ ແຂວງ ) ໄດ້ຮ່ວມກັນທາສີຂັ້ນໄດຂື້ນ ພະທາດພູສີ ເຊິ່ງຈະໄດ້ເປັນການຮອງຮັບນັກທ່ອງທ່ຽວທີ່ຈະເຂົ້າມາທ່ຽວຊົມ ຕາມສະຖານທີ່ແຫຼ່ງທ່ອງທ່ຽວຂອງແຂວງຫຼວງພະບາງ ໃຫ້ມີຄວາມຈົບງາມ ແລະສະອາດຕາ.

ການທາສີຂັ້ນໄດຄັ້ງນີ້ໂດຍການນໍາພາຂອງທ່ານ ວິໄລ ແກ້ວປະເສີດ ຄະນະພັກຮາກຖານ ຫົວໜ້າຂະແໜງຖະແຫຼງຂ່າວ ພະແນກ ຖວທ ແຂວງຫຼວງພະບາງ,ມີຄະນະນໍາຈາກຂະແໜງການ ທົ່ວພະແນກ. ເຊິ່ງໜ້າວຽກຂອງຂະບວນການຄັ້ງນີ້ແມ່ນອະນາໄມ ແລະ ທາສີ ຂັ້ນໄດຂື້ນ ແຫຼ່ງທ່ອງທ່ຽວບໍລິເວນຂອບຕີນ ແລະທາງຂຶ້ນພະທາດພູສີເບື້ອງຟາກນໍ້າຄານ ແລະຕາມສະຖານທີ່ ບູຊາ ພະພຸດທະເຈົ້າ ໃຫ້ມີຄວາມຈົບງາມ ໂດຍໃຊ້ແປງທາສີ,ລູກກິ້ງ,ອຸປະກອບທໍາຄວາມສະອາດ ແລະໃຊ້ສີຂາວ. ສໍາລັບໃນເດືອນ ພະຈິກ 2021 ນີ້ ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ເຕົ້າໂຮມຄວາມສາມັກຄີ ພະນັກງານ-ລັດຖະກອນ ຈາກສາມອົງການຈັດຕັ້ງຄື: ຊາວໝຸ່ມ, ແມ່ຍິງ ແລະກໍາມະບານ ເພື່ອສ້າງຂະບວນການອອກແຮງງານອະນາໄມແຫຼ່ງທ່ອງທ່ຽວເຂດຕີນພູສີ ເປັນຕົ້ນແມ່ນອະນາໄມເດີ່ນ, ຫ້ອງນໍ້າ, ທາສີຂັ້ນໄດທາງຂຶ້ນຫາພະທາດຈອມສີ, ແນໃສ່ໃນການປົກປັກຮັກສາ ໄດ້ຄວາມສະອາດ,ຄວາມສວາຍງາມ ແລະເປັນລະບຽບຮຽບຮ້ອຍ ຢູ່ບໍລິເວນແຫຼ່ງທ່ອງທ່ຽວ ຄຽງຄູ່ກັບພະລາຊະວັງ, ເຊິ່ງເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດ ແຫ່ງສໍາຄັນຂອງຊາວຫຼວງພະບາງ ໃຫ້ມີຄວາມຍືນຍົງຕະຫຼອດໄປ.

ນອກຈາກນີ້ແລ້ວຍັງຈະປຸກລະດົມໃຫ້ມີການອະນາໄມສະຖານທີ່ທ່ອງທ່ຽວທາງທໍາມະຊາດ ແຕ່ລະບ່ອນຕື່ມອີກ ເປັນຕົ້ນແມ່ນແຫຼ່ງທ່ອງທ່ຽວນໍ້າຕົກຕາດກວາງຊີ, ຖໍ້າຕິ່ງ,ນັ້ນກໍເພື່ອເປັນການກະກຽມຄວາມພ້ອມໃນການຕ້ອນຮັບແຂກນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ ກໍຄືການກຽມຄວາມພ້ອມເປີດປະເທດ ແລະການເປີດເສັ້ນທາງລົດໄຟລາວ-ຈີນ ທີ່ຈະເຖິງ ໃຫ້ບັນຍາກາດການທ່ອງທ່ຽວຢູ່ພາຍໃນແຂວງຫຼວງພະບາງກັບມາຄຶກຄື້ນອີກຄັ້ງໃໝ່.

ແຫຼ່ງຂ່າວ: ຂ່າວສານຫຼວງພະບາງ

LEAVE A REPLY

Please enter your comment!
Please enter your name here