ຈໍາປາສັກ ໄດ້ຈັດພິທີມອບ-ຮັບສັນຊາດລາວໃຫ້ແກ່ຄົນຕ່າງປະເທດ, ຄົນຕ່າງດ້າວ ແລະຄົນບໍ່ມີສັນຊາດ

0
2574

ຕາມການລາຍງານ ຂອງຂ່າວເສດຖະກິດສັງຄົມ ໃຫ້ຮູ້ວ່າ: ໃນວັນທີ 23 ພະຈິກ 2021 ທີ່ຫ້ອງ ວ່າການແຂວງຈໍາປາສັກ ໄດ້ຈັດພິທີມອບ-ຮັບສັນຊາດລາວໃຫ້ແກ່ຄົນຕ່າງປະເທດ, ຄົນຕ່າງດ້າວ ແລະຄົນບໍ່ມີສັນຊາດທີ່ດໍາລົງຊີວິດຢູ່ແຂວງຈໍາປາສັກຈັດຂຶ້ນ ໂດຍເຂົ້າຮ່ວມຂອງທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງໆຈໍາປາສັກ, ມີພະແນກການ-ຂະແຫນງການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ໃນພິທີທ່ານ ແສງອາທິດ ຂັນດາລາ ຮອງຫົວຫນ້າພະແນນພາຍໃນໄດ້ຜ່ານຂໍ້ຕົກລົງນາຍົກລັດຖະມົນຕີວ່າດ້ວຍການໃຫ້ສັນຊາດລາວເຊິ່ງເຫັນດີອະນຸມັດໃຫ້ ສັນຊາດລາວ ແກ່ນາງ ຫູທິເຟືອງ ເກີດເມື່ອວັນທີ 18 ພຶດສະພາ 1978, ເກີດທີ່ບ້ານທົ່ງ, ນະຄອນປາກເຊ, ແຂວງຈໍາປາສັກ, ເຊື້ອຊາດ ແລະສັນຊາດ ຫວຽດນາມ, ອາຊີບຄ້າຂາຍ, ເຂົ້າເປັນສັນຊາດລາວຊຶ່ງມີຊື່ ແລະນາມສະກຸນ ໃໝ່ວ່າ: ນາງ ພອນສຸດາ ລັດຕະນະວົງ ປັດຈຸບັນຜູ້ກ່ຽວດໍາລົງຊີວິດຖາວອນຢູ່ບ້ານທົ່ງ, ນະຄອນປາກເຊ, ແຂວງຈໍາປາສັກ.

ນອກນັ້ນຍັງເຫັນດີອະນຸມັດໃຫ້ສັນຊາດລາວແກ່ນາງ ຫງຽນທິເຊື່ອງ ເກີດເມື່ອວັນທີ 23 ມັງກອນ 1986 ເກີດ ທີ່ບ້ານເຮືອງໂຮ, ເມືອງເຫວ້, ແຂວງເທື່ອທຽນ ເຫ້ວ, ສສ ຫວຽດນາມ, ເຊື້ອຊາດ ແລະ ສັນຊາດຫວຽດນາມ, ອາຊີບຄ້າຂາຍ, ເຂົ້າເປັນສັນຊາດລາວຊຶ່ງມີຊື່ ແລະນາມສະກຸນໃຫມ່ວ່າ: ນາງ ສົມຈິດ ແສງມີໄຊ, ປັດຈຸບັນ ຜູ້ກ່ຽວດໍາລົງຊີວິດຖາວອນຢູ່ບ້ານໂພນກຸງ, ນະຄອນປາກເຊ, ແຂວງຈໍາປາສັກ ສປປ ລາວ.

LEAVE A REPLY

Please enter your comment!
Please enter your name here