ພິທີປະກາດເລື່ອນຊັ້ນຈາກພົນໂທ ຂຶ້ນເປັນພົນເອກ ໃຫ້ ທ່ານ ວິໄລ ຫຼ້າຄໍາຟອງ

0
7612

ທ່ານ ວິໄລ ຫລ້າຄໍາຟອງ ໄດ້ຮັບເລື່ອນຊັ້ນເປັນພົນເອກ

ໃນວັນທີ 25 ພະຈິກ 2021 ທີ່ສະໂມສອນສະໜາມມ້າ ກະຊວງປ້ອງກັນຄວາມສະຫງົບ, ໄດ້ມີພິທີປະກາດເລື່ອນຊັ້ນຈາກພົນໂທ ຂຶ້ນເປັນພົນເອກ ໃຫ້ ທ່ານ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແລະ ປະກາດເລື່ອນຊັ້ນຈາກ ພົນຕີ ຂຶ້ນເປັນພົນໂທ ໃຫ້ທ່ານ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ປະດັບຊັ້ນຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີການນໍາຂັ້ນສູງພັກ-ລັດ, ຄະນະບັນຊາ, ພ້ອມດ້ວຍນາຍ ແລະ ພົນຕໍາຫລວດ ອ້ອມຂ້າງສູນກາງເຂົ້າຮ່ວມຢ່າງພ້ອມພຽງ, ເພື່ອປະຕິບັດຕາມລັດຖະດໍາລັດຂອງປະທານປະເທດ ແຫ່ງ ສປປ ລາວ.

ແນວໃດກໍຕາມ, ໃນຕໍ່ໜ້າ ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ຄະນະພັກ-ຄະນະບັນຊາ ຂອງກໍາລັງປ້ອງກັນຄວາມສະຫງົບ ສືບຕໍ່ເອົາໃຈໃສ່ບາງບັນຫາ ເປັນຕົ້ນແມ່ນ ການຮັກສາສະເຖຍລະພາບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງ ຄົມ, ໂດຍສະເພາະ ເອົາໃຈໃສ່ເພີ່ມທະວີການຈັດຕັ້ງຜັນຂະຫຍາຍ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຂອງພັກ, ເພີ່ມທະວີວຽກງານສະກັດກັ້ນ, ທັບມ້າງທຸກກົນອຸບາຍ, ການ ເຄື່ອນໄຫວຂອງອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີ ລວມເຖິງບັນດາໜໍ່ແໜງທີ່ພາໃຫ້ເກີດຄວາມບໍ່ສະຫງົບ, ເອົາໃຈໃສ່ປັບປຸງແບບແຜນວິທີການເຮັດວຽກໃຫ້ສອດຄ່ອງຫລັກການ ກໍຄື ໜ້າທີ່ການເມືອງ, ແລະ ແກ້ໄຂບັນຫາໃຫ້ຈະແຈ້ງ, ເປັນລະບົບ, ອັນສໍາຄັນແມ່ນຕ້ອງເດັດຂາດແກ້ໄຂຕໍ່ການປະພຶດແບບອາຍາສິດ, ການສໍ້ລາດບັງຫລວງ, ການເຊື່ອມຖອຍທາງດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນ ທໍາປະຕິວັດປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເອົາໃຈໃສ່ການຕິດຕາມກວດກາລະ ຫວ່າງຂັ້ນເທິງກັບຂັ້ນລຸ່ມໃຫ້ເປັນປົກກະຕິ, ເຂັ້ມງວດຕາມຫລັກການ ແລະ ແກ້ໄຂຖັນແຖວພະນັກງານທີ່ປະພຶດບໍ່ດີຢ່າງເດັດຂາດ ແລະ ເຖິງຖອງ.

ນອກຈາກນີ້, ກໍເອົາໃຈໃສ່ສູ້ຊົນວຽກງານພາລາທິການກັບທີ່ຕາມເງື່ອນໄຂ, ທ່າແຮງບົ່ມຊ້ອນຂອງກົມກອງ ເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ດີຂຶ້ນ, ເພີ່ມທະວີການຮ່ວມມືກັບບັນດາປະ ເທດເພື່ອນມິດຍຸດທະສາດ ແລະ ປະເທດໃກ້ຄຽງ ເພື່ອຮ່ວມມືແກ້ໄຂຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ປາກົດການຫຍໍ້ທໍ້ຕ່າງໆ ຕາມຊາຍແດນໃຫ້ມີຄວາມສະຫງົບດີຂຶ້ນ.

ຂ່າວ: ຂປລ (ສຸພາສະຫວັນ ສີຊະນະມຸງຄຸນ), ຮູບ: ຂັນໄຊ ເຫກສົມບັດ.

LEAVE A REPLY

Please enter your comment!
Please enter your name here