ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດຄັ້ງທີ XI ໄຂຂຶ້ນຢ່າງເປັນທາງການໃນ ວັນທີ25ພະຈິກ2021 ທີ່ຫໍປະຊຸມແຫ່ງຊາດ, ນະຄອນ ຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ, ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ, ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ.
![](https://tholakhong.com/wp-content/uploads/2021/11/vdfb.jpeg)
ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນທົບທວນຄືນຜົນຂອງການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງແນວລາວສ້າງຊາດ ໃນໄລຍະ 5 ປີ ຜ່ານມາ ເພື່ອຍົກໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດ ຖອນໄດ້, ພ້ອມທັງກຳນົດຄາດໝາຍລວມ, ເນື້ອໃນການຫັນປ່ຽນ ແລະ ແຜນວຽກຈຸດສຸມໃນ 5 ປີຕໍ່ໜ້າ, ພິຈາລະນາ ແລະ ຮັບຮອງເອົາແຜນພັດ ທະນາອົງການແນວລາວສ້າງຊາດ 5 ປີ (2021-2025), ກົດລະບຽບແນວລາວສ້າງຊາດ ສະໄໝທີ XI ສະບັບປັບປຸງໃໝ່, ຜ່ານບົດສຳຫລວດການນຳ ພາລວມຂອງຄະນະກຳມະການສູນກາງແນວລາວສ້າງຊາດ ສະໄໝທີ X ແລະ ຮັບຮອງເອົາໂຄງປະກອບບຸກຄະລາກອນ ຄະນະກຳມະການສູນກາງແນວລາວສ້າງຊາດ, ທັງຜູ້ປະ ຈຳການ ແລະ ບໍ່ປະຈຳການ ສະໄໝທີ XI.
![](https://tholakhong.com/wp-content/uploads/2021/11/fbebea.jpeg)
ນອກຈາກນີ້ ກອງປະຊຸມຍັງຈະໄດ້ຮັບຟັງການໂອ້ລົມຊີ້ນຳຂອງ ທ່ານ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ເພື່ອເປັນເຂັມຊີ້ທິດເຍືອງທາງ ໃຫ້ຄະນະກຳມະ ການສູນກາງແນວລາວສ້າງຊາດ ໃນການເສີມຂະຫຍາຍບົດບາດ ແລະ ສ້າງການຫັນປ່ຽນໃໝ່ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໃນໂອກາດຜ່ານບົດລາຍງານການເມືອງຕໍ່ກອງປະຊຸມຄັ້ງນີ້ ທ່ານ ສິນລະວົງ ຄຸດໄພທູນ ໄດ້ຍົກໃຫ້ເຫັນຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງແນວລາວສ້າງຊາດ ຕະຫລອດໄລຍະ 5 ປີ ຜ່ານມາ ໄດ້ຮັບຜົນສໍາເລັດໃນຫລາຍດ້ານ ເປັນຕົ້ນ:
ຜົນແຫ່ງການເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນ, ການປຸກລະດົມຂົນຂວາຍປະຊາຊົນ, ຊັ້ນຄົນຕ່າງໆ ເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດ ທະນາ ໂດຍໄດ້ເປີດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງ ດອງທົ່ວປະເທດ ເຮັດໃຫ້ມາຮອດປັດຈຸບັນ ທົ່ວປະເທດສາມາດຮອງຮັບຄອບຄົວສາມັກຄີປອງດອງ ຈໍານວນ 873.875 ຄອບຄົວ, ບ້ານສາມັກຄີປອງດອງ ຈໍານວນ 5.561 ບ້ານ, ດ້ານການເສີມຂະຫຍາຍສິດປະຊາທິປະໄຕຂອງປະຊາຊົນ, ຮັບຟັງຄໍາຄິດຄໍາເຫັນຂອງປະຊາຊົນ, ທັງປົກປັກຮັກສາສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ ແລະ ເຮັດວຽກຕິດຕາມກໍາຫາງສຽງ ແລະ ຄໍາສະເໜີຂອງປະຊາຊົນ ເຊີ່ງ 5 ປີ ຜ່ານມາ ໄດ້ຮັບຄໍາຮ້ອງ-ຄໍາສະເໜີ ຈໍານວນ 158 ສະບັບສ່ວນໃຫຍ່ແມ່ນຂໍ້ຂັດແຍ່ງທາງທີ່ດິນ, ການປະ ຕິບັດຄໍາຕັດສິນຂອງສານ ແລະ ອື່ນໆ ໄດ້ຄົ້ນຄ້ວາ ແລະ ໃຫ້ຄໍາເຫັນຕໍ່ພາກ ສ່ວນກ່ຽວຂ້ອງ ຈໍານວນ 108 ສະບັບ, ແຈ້ງຕອບຜູ້ສະເໜີ 18 ສະບັບ ແລະ ກໍາລັງຄົ້ນຄ້ວາ 20 ສະບັບ ແລະ ອື່ນໆ.
ນອກຈາກນີ້ ປະທານສູນກາງແນວລາວສ້າງຊາດ ຍັງໄດ້ຍົກໃຫ້ເຫັນຜົນສໍາເລັດທີ່ຍາດມາໄດ້ໃນດ້ານການພົວພັນ ແລະ ຮ່ວມມືກັບອົງການພາຄີ ແລະ ພາກສ່ວນຕ່າງໆ, ດ້ານວຽກງານການທູດປະຊາຊົນ, ແລະ ການປັບ ປຸງບູລະນະດ້ານການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກຂອງອົງການແນວລາວສ້າງຊາດຂັ້ນຕ່າງໆ, ລວມເຖີງດ້ານຄົງຄ້າງ, ບາງບົດຮຽນທີ່ຖອດ ຖອນໄດ້, ທິດທາງໜ້າທີ່, ຄາດໝາຍ ແລະ ແຜນວຽກຈຸດຂອງຄະນະກໍາມະການແນວລາວສ້າງຊາດ ໄລຍະ 5 ປີ (2021-2026 ) ຕື່ມອີກ.
ສໍາລັບກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດຄັ້ງທີ XI ພາຍໃຕ້ຄໍາຂັວນ “ເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວສ້າງຊາດ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດ, ເຕົ້າໂຮມກຳລັງແຮງຂອງປະຊາຊົນທຸກຊັ້ນຄົນ, ປະກອບສ່ວນຢ່າງແຂງ ແຮງເຂົ້າໃນພາລະກິດປົກປັກຮັກສາ-ສ້າງສາປະເທດຊາດ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃຫ້ບັນລຸຜົນເປັນຈິງ” ຈະດໍາເນີນຈົນຮອດຕອນເຊົ້າວັນທີ 26 ພະຈິກ 2021 ຈິ່ງຈະສໍາເລັດ.
ຂ່າວ: ມົດແດງນ້ອຍພາບ: ຂປລ