ລັດຖະບານຈີນຊ່ວຍເຫຼືອ 5 ແຂວງພາກເໜືອ ຂອງລາວ

0
1400

ແຂວງຜົ້ງສາລີເຂົ້າຮ່ວມພິທີມອບຮັບວັກຊິນທີ່ລັດຖະບານ ແລະ ປະຊາຊົນຈີນໄດ້ຊ່ວຍເຫຼືອ ແກ່ລັດຖະບານ ແລະ ປະຊາຊົນລາວ.

ໃນວັນທີ 25 ພະຈິກ 2021 ນີ້, ຢູ່ທີ່ຫຼັກໝາຍ 7 ຊາຍແດນ ລາວຈີນ ທາງອົງການປົກຄອງແຂວງ ເຊິ່ງນຳໂດຍ ທ່ານ ຄຳເຫຼັກ ໃຈອິສານ ຮອງເຈົ້າແຂວງໆຜົ້ງສາລີ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ – 19 ຂັ້ນແຂວງ ໄດ້ເຂົ້າຮ່ວມພິທີມອບ-ຮັບ ວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 7 ແສນໂດສ ແລະ ອຸປະກອນການແພດ ຈໍານວນ 10 ລ້ານຢວນ ຫຼື 17 ຕຶ້ກີບ ທີ່ລັດຖະບານ ແລະ ປະຊາຊົນຈີນໄດ້ຊ່ວຍເຫລືອ ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອນຳເຂົ້າໃຊ້ໃນວຽກງານການປ້ອງກັນພະຍາດໂຄວິດ ຢູ່ບັນດາ 5 ແຂວງ ຄື: ແຂວງບໍ່ແກ້ວ, ແຂວງອຸດົມໄຊ, ແຂວງຫລວງນໍ້າທາ, ແຂວງຜົ້ງສາລີ, ແລະ ແຂວງຫຼວງພະບາງ.

ຕາງໜ້າໃຫ້ລັດຖະບານ ສປ ຈີນ ກ່າວມອບທາງກອງປະຊຸມທາງໄກ (ອອນລາຍ) ໂດຍທ່ານ ເຈັ່ນ ເຄີມິງ ຮອງລັດຖະມົນຕີກະຊວງການຄ້າຈີນ, ທ່ານ ເຕິ້ນ ໂປຊິ້ງ ຮອງປະທານອົງການຮ່ວມມືສາກົນເພື່ອການພັດທະນາແຫ່ງ ສປ ຈີນ, ທ່ານ ລີ ມາລີນ ຮອງເຈົ້າແຂວງ ແຂວງຢຸນນານ, ທ່ານ ຈ່ຽງຈ່າຍ ຕຸ່ງ ເອກອັກຄະລັດທະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ, ຮັບໂດຍທ່ານ ປອ. ດຣ.ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຫົວຫນ້າຫ້ອງການ, ກົມຕ່າງໆກໍ່ໄດ້ເຂົ້າຮ່ວມ. ເຄື່ອງປ້ອງກັນພະຍາດໂຄວິດ-19 ຈຳນວນ 6 ລ້ານຢວນ ຫຼື 10 ຕື້ກີບ ມອບໃຫ້ແກ່ກະຊວງສາທາລະນະສຸກ ແລະ ອຸປະກອນການແພດຈຳນວນ 4 ລ້ານຢວນ ຫຼື 7 ຕື້ກີບ ແລະ ວັກຊີນຈຳນວນ 7 ແສນໂດສ ແມ່ນຈະມອບໃຫ້ບັນດາແຂວງພາກເຫນືອ.

ໃນນີ້ສຳລັບແຂວງຜົ້ງສາລີແມ່ນໄດ້ຮັບວັກຊິນ ຈຳນວນ 24.800 ໂດສ໌ ວັກຊິນຈຳນວນດັ່ງກ່າວນີ້ແມ່ນບຸລິມະສິດອັນດັບໜຶ່ງ ແມ່ນສັກໃຫ້ພົນລະເມືອງ ຂອງເມືອງຍອດອູສຳເລັດກ່ອນ, ສ່ວນທີ່ຍັງເຫຼືອ ກໍ່ສາມາດຈັດແບ່ງໃຫ້ອົງການປົກຄອງເມືອງບຸນເໜືອ ແລະ ເມືອງບຸນໃຕ້ ແລະ ຢາວັກຊິນຊຸດນີ້ສາມາດສັກໃຫ້ເດັກເລີ່ມແຕ່ເກນອາຍຸ 03 ປີ ຂຶ້ນໄປ.

ໃນ ພິທີ ທັງສອງຝ່າຍຍັງໄດ້ ລົງນາມເຊັນບົດບັນທືກມອບຮັບຮ່ວມກັນລະຫ່ວາງແຂວງຜົ້ງສາລີ ແຫ່ງ ສປປ ລາວ ກັບ ເມືອງຈຽງເຊີນ ນະຄອນພູເອີ ແຂວງຢຸນນານ ແຫ່ງ ສປ ຈີນ ໂດຍ ຕ່າງໜ້າຝ່າຍຈີນ ເຊັນ ມອບໂດຍທ່ານ ຫູຊິງຮົວ ເລຂາພັກເມືອງຈຽງເຊິນ ຕ່າງໜ້າຝ່າຍແຂວງຜົ້ງສາລີ ເຊັນຮັບໂດຍ ທ່ານ ຄຳເຫຼັກ ໃຈອິສານ ຮອງເຈົ້າແຂວງໆຜົ້ງສາລີ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ – 19 ຂັ້ນແຂວງ ແລະ ໂດຍຊ່ອງໜ້າຈາກພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຄີພິຍານ.

ພາບ -​ ຂ່າວ: ແສງຄຳ ສາລີວັນ

LEAVE A REPLY

Please enter your comment!
Please enter your name here