ສຳເລັດໄປດ້ວຍດີ ໃສ້ຕີ່ງອັກເສບໃຫ້ຄົນເຈັບປ່ວຍໂຄວິດ-19

0
1789

ຊົມເຊີຍແພດໝໍ

ໃນວັນທີ 27 ພະຈິກ 2021 ສູນຄຸ້ມຄອງກໍລະນີໂຄວິດ-19 ໂຮງໝໍເມືອງໂພນທອງໄດ້ ທຳການຜ່າຕັດໃສ້ຕີ່ງອັກເສບໃນຄົນເຈັບເພດຊາຍ ອາຍຸ 49 ປີ ເຊິ່ງແມ່ນຜູ້ທີ່ຕິດເຊື້ອໂຄວິດ-19 ແລະ ເປັນກໍລະນີທຳອິດຂອງສູນໂພນທອງ ແຂວງຈຳປາສັກ ເຊິ່ງຜົນຂອງການຜ່າຕັດດຳເນີນໄປດ້ວຍດີ.

ຄົນເຈັບປອດໄພເນື່ອງຈາກສະພາບການລະບາດຂອງໂຄວິດ-19 ເພີ່ມຂຶ້ນຫຼາຍ ໃນແຂວງຈຳປາສັກດັ່ງນັ້ນຄວາມສາມາດທີ່ຈະເກີດໃສ້ຕີ່ງອັກເສບ ຫຼື ພະຍາດຜ່າຕັດອື່ນໆ ກໍຫຼາຍຂື້ນ ຖ້າຕິດເຊື້ອໂຄວິດ-19 ໄດ້ທຳຜ່າຕັດຈະມີຄວາມສຽງສູງໃນການວາງຢາສະຫຼົບ ໂດຍສະເພາະກໍລະນີທີ່ມີອັກເສບປອດຮ່ວມນຳ.

ດັ່ງນັ້ນຈິ່ງຂໍຄວາມຮ່ວມມືນຳພໍ່ແມ່ພີ່ນ້ອງປະຊາຊົນ ໃຫ້ຮັກສາໄລຍະຫ່າງ ໝັ່ນລ້າງມື, ໃສ່ຜ້າປິດປາກປິດດັງຕະຫຼອດ ແລະ ດີທີ່ສຸດບໍ່ໃຫ້ກີນເຂົ້າຮ່ວມກັບຄົນອື່ນຈີ່ງຈະເຮັດໃຫ້ພວກເຮົາຮ່າງໄກຈາກໂຄວິດ-19

LEAVE A REPLY

Please enter your comment!
Please enter your name here