ສະຫະລັດ ມອບ 2,4 ລ້ານໂດລາເຂົ້າໃນວຽກງານສັກວັກຊິນໃນລາວ

0
1667

ໃນວັນທີ 29 ພະຈິກ ປີ 2021 ສະຫະລັດອາເມລິກາ ສະໜັບສະໝູນເງິນ 2,4 ລ້ານໂດລາສະຫະລັດ, ໂດຍຜ່ານອົງການ USAID ເຊິ່ງຈັດຕັ້ງປະຕິບັດໂດຍອົງການຢູນິເຊັບ ແລະ ອົງການອາ ນາໄມໂລກ ເພື່ອສ້າງຄວາມເຂັ້ມແຂງໃນວຽກງານການສັກວັກຊິນກັນພະຍາດໂຄວິດ-19 ໃນສປປ ລາວ.

ເຊິ່ງຈະແບ່ງອອກຕໍ່ໄປນີ້, ທຶນຈໍານວນ 1 ລ້ານໂດລາສະຫະລັດ ຂອງຈໍານວນທຶນທັງໝົດຈາກອົງການ USAID ຈະປະກອບ ສ່ວນເຂົ້າໃນການຊ່ວຍເຫລືອ ອົງການອານາໄມໂລກ ເພື່ອສ້າງຄວາມເຂັ້ມແຂງໃຫ້ເເກ່ລະບົບສາທາລະນະສຸກ ເພື່ອຮັບປະກັນການສັກວັກຊິນທີ່ປອດໄພສໍາລັບປະຊາຊົນລາວ, ຈັດຊື້ວັດສະດຸ ແລະ ອຸປະກອນູ ເພື່ອຊ່ວຍຕິດຕາມ ແລະ ແກ້ໄຂອາການຜົນຂ້າງຄຽງພາຍຫລັງ, ການພັດທະນາອຸປະກອນການສຶກສາ ແລະ ການຈັດການຝຶກອົບຮົມໃຫ້ແກ່ພະນັກງານສາທາລະນະສຸກ, ປັບປຸງຄຸນນະພາບ ແລະ ການເຂົ້າເຖິງຂໍ້ມູນສໍາລັບການວາງແຜນ ກ່ຽວກັບການສັກວັກຊີນ ເພື່ອຊ່ວຍໃຫ້ສາມາດເຂົ້າເຖິງ ປະຊາຊົນໃນເຂດຫ່າງໄກສອກຫຼີກ ທີ່ຢູ່ໃນກຸ່ມສ່ຽງເພື່ອໃຫ້ໄດ້ຮັບການສັກຢາວັກຊິນ

ສຳລັບເງິນທຶນຈຳນວນ 1,4 ລ້ານໂດລາສະຫະລັດ, ເຊິ່ງຈັດຕັ້ງປະຕິບັດໂດຍອົງການຢູນິເຊັບ ໃນການໃຫ້ຄໍາແນະນໍາດ້ານວິຊາການ ຕໍ່ລັດຖະບານ ກ່ຽວກັບການຕິດຕາມກວດກາ ລະບົບຄວາມເຢັນ ແລະ ການຂົນສົ່ງວັກຊິນ, ການສື່ສານກັບຊຸມຊົນເພື່ອສ້າງຄວາມເຂົ້າໃຈ ຕໍ່ການສັກວັກຊິນປ້ອງກັນພະຍາດໂຄວິດ-19 ແລະ ຕິດຕາມເຫດການປະຕິບັດພາຍ ຫລັງການສັກວັກຊິນ, ສະໜອງອຸປະກອນອະນາໄມໃຫ້ເເກ່ສູນກັກກັນ ເພື່ອຮັບມືກັບຈໍານວນຄົນເຈັບທີ່ເພີ່ມຂຶ້ນ ແລະ ຜົນລະເມືອງທີ່ກັບຄືນເຂົ້າ ສປປ ລາວ ຈາກຕ່າງປະເທດ.

ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ການສະໜັບສະໜູນດັ່ງກ່າວ, ແມ່ນຈະສຸມໃສ່ການກຽມຄວາມພ້ອມ ແລະ ການຈັດຕັ້ງປະຕິບັດການສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃນ ສປປ ລາວ ພ້ອມທັງຕິດຕາມອາການ ພາຍຫລັງການສັກວັກຊິນ ປັດຈຸບັນ ສປປ ລາວ ພົບຜູ້ຕີດເຊື້ອໂຄວິດ-19 ໃນຊຸມຊົນນັບມື້ນັບບຫລາຍຂຶ້ນ, ສະນັ້ນໂຄງການດັ່ງກ່າວ ຈະຊ່ວຍເສີມສ້າງຄວາມເຂັ້ມແຂງໃນການສັກວັກຊິນ ກໍ່ຄື ບູລິມະສິດອັນດັບໜຶ່ງຂອງລັດຖະບານ ໃຫ້ບັນລຸຕາມເປົ້າໝາຍ. ນອກຈາກນີ້, ທ່ານ ຮອງລັດຖະມົນຕີ ກະຊງສາທາລະນະສຸກ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ອົງການ USAID ແລະ ລັດຖະບານສະຫະລັດອາເມລິກາ, ອົງການຢູນິເຊັບ ແລະ ອົງການອານາໄມໂລກ ທີ່ໄດ້ໃຫ້ການສະໝັບສະໜູນອັນລໍ້າຄ່າແກ່ປະຊາຊົນລາວ ໃນຊ່ວງການລະບາດພະຍາດໂຄວິດ-19.

ໃນໂອກາດນີ້, ທ່ານ ດຣ. ບີເຕີ ເຮມອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ກ່າວວ່າ: ການຊ່ວຍເຫລືອຄັ້ງນີ້, ໄດ້ສະທ້ອນໃຫ້ເຫັນເຖິງການເປັນຄູ່ຮ່ວມງານທີ່ແໜ້ນແຟ້ນ ລະຫວ່າງລັດຖະບານ ແລະ ປະຊາຊົນຂອງສະຫະລັດອາເມລິກາ ແລະ ສປປ ລາວ, ມາຮອດປັດຈຸບັນ, ສະຫະລັດອາເມລິກາ ໄດ້ໃຫ້ການສະໜັບສະໜູນທຶນຈໍານວນທັ້ງໝດ 13 ລ້ານກວ່າໂດລາສະຫະລັດ ແກ່ ສປປ ລາວ ເພື່ອຮັບມືກັບພະຍາດໂຄວິດ-19. ນອກຈາກວຽກງານສາທາລະນະສຸກເເລ້ວ, ສະຫະລັດອາເມລິກາ ຈະສືບຕໍ່ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ເພື່ອແກ້ໄຂຜົນກະທົບຈາກພະຍາດໂຄວິດ-19 ຕໍ່ລະບົບການສຶກສາ, ເສດຖະກິດ ແລະ ລະບຽບກົດໝາຍ.

LEAVE A REPLY

Please enter your comment!
Please enter your name here