ເປີດ-ຮັບ ຄະດີປົກຄອງ ມາພິຈາລະນາຕາມກົດໝາຍ

0
3039

ສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ຈັດພິທີເປີດ-ຮັບ ຄະດີປົກຄອງມາດໍາເນີນພິຈາລະນາຕັດສິນ-ພິພາກສາຄະດີ ໃນລະບົບສານປະຊາຊົນ ໄດ້ຈັດຂຶ້ນຫວ່າງບໍ່​ດົນ​ມານີ້ ທີ່ສານປະຊາຊົນສູງສຸດ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ຊຶ່ງມີ ຮອງປະທານສານປະຊາຊົນສູງສຸດ, ຮັກສາການປະທານ-ຮອງປະທານສານປະຊາຊົນພາກກາງ, ປະທານ-ຮອງປະທານສານປະຊາຊົນນະ ຄອນຫຼວງວຽງຈັນ, ຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາ ແລະ ພາກກ່ຽວຂ້ອງເຂົ້າຮ່ວມ.ທ່ານ ນາງ ວຽງທອງ ສີພັນດອນ ກ່າວໃນພິທີວ່າ:

ພັກ ແລະ ລັດຖະບານ ຍາມໃດກໍຖືເອົາການຄຸ້ມຄອງລັດ ແລະ ຄຸ້ມຄອງສັງຄົມ ດ້ວຍກົດໝາຍເປັນບັນຫາສຳຄັນ ຄ່ຽງຄູ່ກັບການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມໝັ້ນຄົງທາງດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວ, ສັງຄົມສີວິໄລ ແລະ ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ ສະແດງອອກໃນໄລຍະຜ່ານມາສະພາແຫ່ງຊາດ ໄດ້ຮັບຮອງເອົາກົດໝາຍຫຼາຍສະບັບໃນທຸກຂົງເຂດວຽກງານ ເພື່ອເປັນບ່ອນອີງໃນການຈັດຕັ້ງ ແລະ ເຄື່ອນໄຫວຂອງອົງການລັດແຕ່ລະຂັ້ນ ລວມທັງການເຄື່ອນໄຫວພົວພັນທາງສັງຄົມ ທີ່ນັບມື້ນັບຂະຫາຍຕົວຢ່າງເລິກເຊິ່ງ, ກວ້າງຂວາງ, ສະລັບສັບຊ້ອນຫຼາຍຂຶ້ນກວ່າເກົ່າ.

ບັນຫາປະກົດການຫຍໍ້ທໍ້ ແລະ ຂໍ້ຂັດແຍ່ງໃນສັງຄົມກໍນັບມື້ເກີດຂຶ້ນຫຼາຍທີ່ພົວພັນເຖິງຄະດີອາຍາ, ຄະດີແພ່ງ, ຄະດີຄອບຄົວ ແລະ ອື່ນໆ ຊຶ່ງຈຳນວນໜຶ່ງແມ່ນພົວພັນເຖິງດ້ານປົກຄອງ ຫຼື ທາງບໍລິຫານລະຫວ່າງອົງການຈັດຕັ້ງລັດ, ພະນັກງານ-ລັດຖະກອນ, ອົງການຈັດຕັ້ງ ແລະ ພົນລະເມືອງ ແຕ່ຍັງບໍ່ທັນມີບ່ອນອີງສະເພາະໃນການດຳເນີນຄະດີ.

ສະນັ້ນ, ຄະນະປະຈຳສະພາແຫ່ງຊາດ ຈຶ່ງໄດ້ອອກມະຕິ ສະບັບເລກທີ 15/ຄປຈ, ລົງວັນທີ 7 ກຸມພາ 2019 ວ່າດ້ວຍການສ້າງຕັ້ງຄະນະສານປົກຄອງ ຕາມການສະເໜີຂອງສານປະຊາຊົນສູງສຸດ ໂດຍໄດ້ສ້າງຕັ້ງຄະນະສານປົກຄອງຢູ່ສານປະຊາຊົນສູງສຸດ, ສານປະຊາຊົນພາກກາງ ແລະ ສານປະຊາຊົນນະຄອນຫຼວງວຽງຈັນ.

ນອກນັ້ນ ປະທານປະເທດແຫ່ງ ສປປ ລາວ ກໍໄດ້ອອກລັດຖະບັນຍັດ ສະບັບເລກທີ 001/ປທ, ລົງວັນທີ 19 ມີນາ 2021 ຂອງປະທານປະເທດ ວ່າດ້ວຍການດໍາເນີນຄະດີປົກຄອງ ຊຶ່ງໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການດຳເນີນຄະດີປົກຄອງ ເພື່ອໃຫ້ຖືກຕ້ອງຕາມຄວາມເປັນຈິງ, ສອດຄ່ອງຕາມກົດໝາຍ, ມີຄວາມຍຸຕິທຳ ແລະ ປົກປັກຮັກສາລະບອບການເມືອງ,​ ການປົກຄອງ, ເສດຖະກິດ-ສັງຄົມ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ສົ່ງເສີມການຕ້ານ, ສະກັດກັ້ນ ແລະ ຕ້ານການ.

ຂໍ້ມູນ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here