ລັດຖະບານລາວ ຈັດພິທີປະດັບຫລຽນໄຊໃຫ້ກົມກອງລວມໝູ່ທີ່ມີຜົນງານດີເດັ່ນໃນການກໍ່ສ້າງທາງລົດໄຟລາວ-ຈີນ

0
1197

ລັດຖະບານລາວ ຈັດພິທີປະດັບຫລຽນ ໄຊໃຫ້ກົມກອງລວມໝູ່ທີ່ມີຜົນງານດີເດັ່ນໃນການກໍ່ສ້າງທາງລົດໄຟລາວ-ຈີນ ຊຸດທີ I ໃນຕອນເຊົ້າມື້ນີ້ ( 1.12.21) ທີ່ຫໍປະ ຊຸມແຫ່ງຊາດ, ນະຄອນ ຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ຈຽງຈາຍ ຕົ່ງ, ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈໍາລາວ, ພ້ອມດ້ວຍບັນດາການນໍາພັກ-ລັດ ແລະ ພາກສ່ວນກ່ຽວຂ້ອງຂອງລາວ ແລະ ຈີນ.

ໃນພິທີ ທ່ານ ລັນ ແສງອາພອນ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຜ່ານບົດສະຫລຸບການກໍ່ສ້າງທາງລົດໄຟລາວ-ຈີນ. ທ່ານຍົກໃຫ້ເຫັນຄວາມເປັນມາຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ທີ່ຜ່ານການປຶກສາຫາລືກັນຫລາຍຄັ້ງລະຫວ່າງສອງລັດ ຖະບານ ລາວ ແລະ ຈີນ ຈິ່ງສາມາດຕົກລົງດໍາເນີນການກໍ່ສ້າງ ໂດຍໄດ້ວາງສີລາລຶກການກໍ່ສ້າງຢ່າງເປັນທາງການໃນວັນທີ 2 ທັນ ວາ 2015 ໃນໂອກາດວັນຊາດແຫ່ງ ສປປ ລາວ ຄົບຮອບ 40 ປີ. ທາງລົດໄຟລາວ- ຈີນ ມີໄລຍະທາງແຕ່ບໍ່ເຕ່ນຊາຍແດນລາວ-ຈີນ, ແຂວງຫລວງນໍາທາ ຫາ ນະ ຄອນຫລວງວຽງຈັນ ທັງໝົດ 426 ກິໂລ ແມັດ, ແບ່ງອອກເປັນ 2 ໄລຍະການກໍ່ ສ້າງ ຄື: ໄລຍະທໍາອິດ ແຕ່ ບໍ່ເຕ່ນຊາຍ ແດນລາວ-ຈີນ ຫາ ສະ ຖານີວຽງຈັນ ມີຄວາມຍາວ 409 ກິໂລແມັດ ແລະ ໄລຍະທີ 2 ແຕ່ສະຖານີວຽງຈັນ ຫາ ສະຖານີລົດໄຟທ່ານາແລ້ງ ມີຄວາມຍາວ 17 ກິໂລແມັດ. ມູນຄ່າການກໍ່ສ້າງທັງໝົດຫລາຍກວ່າ 37 ຕື້ 400 ລ້ານຢວນ ສະກຸນເງິນປະເທດຈີນ ໂດຍມີທັງໝົດ 4 ຂາຫຸ້ນ.

ຫລັງຈາກນັ້ນ ທ່ານ ນາງ ລີວົງ ລາວລີ, ຮອງລັດຖະມົນຕີກະຊວງພາຍໃນ ໄດ້ຂຶ້ນຜ່ານລັດຖະດໍາລັດຂອງປະທານປະເທດ ແຫ່ງ ສປປ ລາວ ວ່າດ້ວຍການປະດັບຫລຽນໄຊພັດທະນາ ຊັ້ນ I ໃຫ້ແກ່ລັດວິສາຫະກິດລົດໄຟແຫ່ງຊາດຈີນ ແລະ ຜ່ານລັດຖະດໍາລັດຂອງປະທານປະເທດ ແຫ່ງ ສປປ ລາວ ວ່າດ້ວຍການປະດັບຫລຽນໄຊແຮງງານ ຊັ້ນ I ໃຫ້ບໍລິສັດລົດໄຟລາວ-ຈີນ ຕາມລໍາດັບ ໂດຍແມ່ນ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຕາງໜ້າໃຫ້ລັດຖະບານລາວປະດັບຫລຽນໃຫ້ທັງສອງກົມມກອງລວມໝູ່ທີ່ມີຜົນງານດີເດັ່ນໃນການກໍ່ສ້າງທາງລົດໄຟລາວ-ຈີນ ໃນຄັ້ງນີ້.

Lao National Radio

LEAVE A REPLY

Please enter your comment!
Please enter your name here