ຫ້າມບຸກຄົນຈາກ 9 ປະເທດມີເຊື້ອໂຄວິດໂອໄມຄຣອນເດີນທາງເຂົ້າລາວ

0
8311

ໃນປັດຈຸບັນ, ທາງການລາວ ໄດ້ເລື່ອນເວລາສຳລັບການເດີນທາງເຂົ້າມາ ສປປ ລາວ ຂອງບຸກຄົນ ທີ່ເດີນທາງມາຈາກ 9 ປະເທດ ທີ່ມີຄວາມສ່ຽງການຕິດເຊື້ອພະຍາດໂຄວິດ-19 ສາຍພັນໃໝ່ ຢ່າງໂອໄມຄຣອນ.

ບັນດາ 9 ປະເທດຕົ້ນທາງ ທີ່ທາງການລາວສັ່ງຫ້າມເຂົ້າປະເທດລວມມີ ອາຝຣິກກາໃຕ້, ນາມີເບຍ, ຊິມບັບເວຍ໌, ບອສວາເນຍ, ເລໂຊໂຕ, ເອັສວາຕິນີ, ເຊແຊນ, ມາລາວີ ແລະ ໂມຊຳບິກ; ກໍລະນີຫາກມີປະເທດຕິດເຊື້ອເພີ່ມ ກໍຈະແຈ້ງເປັນແຕ່ລະໄລຍະ ເພື່ອສະກັດກັ້ນບໍ່ໃຫ້ນຳເອົາເຊື້ອພະຍາດ ເຂົ້າມາແຜ່ລະບາດຢູ່ພາຍໃນປະເທດ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານໃນວັນທີ 1 ທັນວາ 2021 ວ່າ: ປັດຈຸບັນ ອົງການອະນາໄມໂລກ ໄດ້ຕິດຕາມເຝົ້າລະວັງຢ່າງໃກ້ຊິດ ໂດຍສະເພາະ ໂຄວິດສາຍພັນໃໝ່ ໂອໄມຄຣອນ ເນື່ອງຈາກ ມີຫຼາຍກວ່າ 10 ປະເທດ ທີ່ມີການລາຍງານພົບຜູ້ຕິດເຊື້ອສາຍພັນນີ້. ສະເພາະ ສປປ ລາວ ກະຊວງສາທາລະນະສຸກ ກໍ່ໄດ້ມີມາດຕະການເກັບຕົວຢ່າງ ຂອງຜູ້ເດີນທາງເຂົ້າປະເທດທຸກຄົນ ເພື່ອຄົ້ນຫາຜູ້ຕິດເຊື້ອໃໝ່ ແລະ ກວດຊອກຫາສາຍພັນດັ່ງກ່າວ, ເພື່ອຕິດຕາມເຝົ້າລະວັງ ແລະສະກັດກັ້ນບໍ່ໃຫ້ບໍ່ການແຜ່ລະບາດພາຍໃນປະເທດ.

ຂໍ້ມູນ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here