ຈາກໄປອີກຕື່ມ +5 ໃນນັ້ນນະຄອນຫຼວງ 4 ຄົນ

0
5316

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 3 ທັນວາ 2021 ໃຫ້ຮູ້ວ່າ ສປປ ລາວມີຜູ້ຕິດເຊື້ອຈາກໂຄວິດ-19 ເພີ່ມອີກ +5 ລວມແລ້ວ 191 ຄົນ ເຊິ່ງມີລາຍລະອຽດດັ່ງນີ້

ຜູ້ທີ 1). ເພດຊາຍ, ອາຍຸ 57 ປີ, ສັນຊາດ: ຫວຽດນາມ, ບ້ານໄຊຍະມຸງຄຸນ, ນະຄອນໄກສອນ, ແຂວງສະຫັວນນະເຂດ

  • ພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດ ແລະ ວັນນະໂລກ
  • ບໍ່ໄດ້ຮັບການສັກຢາວັກຊີນ
  • ວັນທີ 30 ພະຈິກ 2021: ມາກວດຢູ່ໂຮງໝໍແຂວງດ້ວຍອາການໄຂ້, ອີດເມື່ອຍ, ຫາຍໃຈ ຍາກ,  ຫາຍໃຈຝຶດ ແລະ ນອນຊືມ ຊື່ງຄົນເຈັບມີອາການໜັກແລ້ວ ຈື່ງມາໂຮງໝໍ ແລະ ຜົນກວດພົບເຊື້ອໂຄວິດ-19. ມາຮອດເວລາ 21:20 ນາທີ ຄົນເຈັບໄດ້ເສຍຊີວິດ.

ຜູ້ທີ 2). ເພດຊາຍ, ອາຍຸ 88 ປີ, ບ້ານ ດອນຕິ້ວ, ເມືອງໄຊທານີ, ນະຄອນຫລວງ.

  • ພະຍາດປະຈຳໂຕ: ປະດົງ ແລະ ຄວາມດັນເລືອດສູງ
  • ບໍ່ໄດ້ຮັບການສັກຢາວັກຊີນ
  • ວັນທີ 25 ພະຈິກ 2021: ຜົນກວດພົບເຊື້ອໂຄວິດ-19
  • ເວລາ 16:04 ນາທີ ວັນທີ 29 ພະຈິກ 2021 ໄດ້ຍ້າຍມາຕຶກແຍກປ່ຽວ ເນື່ອງຈາກຄົນເຈັບມີອາການຫາຍໃຈຝືດ ແລະ ໄອ
  • ຮອດເວລາ 05:10 ນາທີ ຂອງວັນທີ 02 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 3. ເພດຊາຍ, ອາຍຸ 48 ປີ, ບ້ານ ມີໄຊ, ເມືອງ ຈັນທະບູລີ, ນະຄອນຫລວງ

  • ພະຍາດປະຈຳໂຕ: ໄຂ່ຫຼັງຊຸດໂຊມ, ຜ່າຕັດລຳໄສ້, ພະຍາດປອດ ແລະ ຕັບແຂງ
  • ບໍ່ໄດ້ຮັບການສັກຢາວັກຊີນ
  • ວັນທີ 30 ພະຈິກ 2021: ຜົນກວດພົບເຊື້ອໂຄວິດ-19
  • ເວລາ 06:35 ນາທີຂອງວັນທີ 02 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 4). ເພດຍິງ ອາຍຸ 69 ປີ, ບ້ານເຕົາປູນ, ເມືອງສາລະວັນ, ແຂວງສາລະວັນ (ແຕ່ມານອນປີ່ນປົວຢູ່ໂຮງໝໍມິດຕະພາບ ຈຶ່ງນັບເປັນຄົນເຈັບເສຍຊີວິດ ຢູ່ນະຄອຫລວງ)

  • ພະຍາດປະຈຳໂຕ: ພະຍາດເລືອດຈາງ ແລະ ຄວາມດັນເລືອດສູງ
  • ບໍ່ໄດ້ຮັບການສັກຢາວັກຊີນ
  • ວັນທີ 25 ພະຈິກ 2021: ກວດພົບຕິດເຊື້ອໂຄວິດ-19
  • ຮອດເວລາ ເວລາ 13:30 ໂມງ ຂອງວັນທີ 01 ທັນວາ 2021: ຄົນເຈັບໄດ້ເສຍຊີວິດ

5). ເພດຍິງ, ອາຍຸ 43 ປີ, ບ້ານດອນກອຍ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ.

  • ພະຍາດປະຈໍາໂຕ: ພະຍາດພູມຄຸ້ມກັນບົກຜ່ອງ
  • ໄດ້ສັກຢາວັກຊິນຄົບ
  • ວັນທີ 23 ພະຈິກ 2021: ຜົນກວດພົບເຊື້ອໂຄວິດ-19  ແລະ ໃນມື້ດຽວກັນ ໄດ້ສົ່ງຄົນເຈັບເຂົ້ານອນຢູ່ສູນລ້ານຊ້າງ ເປັນເວລາ 05 ວັນ.
  • ເວລາ 10:45 ນາທີ ຂອງວັນທີ 28 ພະຈິກ 2021: ຜູ້ກ່ຽວຖືກນໍາສົ່ງມາໂຮງໝໍເສດຖາທິລາດ –    ເວລາ 20:20 ນາທີຂອງວັນທີ 2 ທັນວາ 2021: ຄົນເຈັບໄດ້ເສຍຊີວິດ

LEAVE A REPLY

Please enter your comment!
Please enter your name here