ທໍາລາຍສວນກັນຊາ ທີ່ປະຊາຊົນລັກປູກ 2,3 ເຮັກຕາ

0
921

ເມືອງວຽງທອງ ທໍາລາຍສວນກັນຊາທີ່ປະຊາຊົນລັກລອບປູກ 2,3 ເຮັກຕາ

ຕາມແຫຼ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ວັນທີ 3 ທັນວາ ຜ່ານມາ, ໜ້າທີ່ ປກຊ-ປກສ ເມືອງວຽງທອງ, ພ້ອມດ້ວຍກຳລັງຊາວໝຸ່ມເມືອງ, ພາກສ່ວນກ່ຽວຂ້ອງຂອງເມືອງ ແລະ ປກສ ກຸ່ມນາຊວງ, ອໍານາດການປົກຄອງບ້ານ, ຊາວໝຸ່ມບ້ານອຸດົມໄຊ ໄດ້ລົງກວດກາ ແລະ ທຳລາຍສວນກັນຊາຂອງປະຊາຊົນ ທີ່ລັກລອບປູກຢູ່ເຂດບ້ານອຸດົມໄຊ. ທັງນີ້ ກໍເພື່ອເປັນການແກ້ໄຂບັນຫາການລັກລອບ ປູກກັນຊາ ຂອງປະຊາຊົນ ຢູ່ເມືອງວຽງທອງ ໃຫ້ຫລຸດໜ້ອຍຖອຍລົງ ຈົນກວ່າຈະບໍ່ມີການລັກລອບປູກອີກ.

ການລົງກວດກາຄັ້ງນີ້, ໄດ້ເຫັນສວນປູກກັນຊາ ຈໍານວນ 8 ສວນ ຢູ່ໃນ 3 ຈຸດ ເຂດບ້ານອຸດົມໄຊ ມີເນື້ອທີ່ 2,3 ເຮັກຕາ, ມີ 2.535 ຂຸມ, ປະເມີນນໍ້າໜັກປະມານ 8.593 ກິໂລກຣາມ ທີ່ຍັງບໍ່ທັນຮູ້ເຈົ້າຂອງສວນ, ປັດຈຸບັນ ເຈົ້າໜ້າທີ່ໄດ້ສືບຕໍ່ຕິດຕາມກວດກາຄືນຫາເຈົ້າຂອງເພື່ອນໍາມາດໍາເນີນຄະດີຕາມລະບຽບກົດໝາຍ. ສຳລັບ ສວນກັນຊາທີ່ພົບເຫັນ ເຈົ້າໜ້າທີ່ໄດ້ພ້ອມກັນທໍາລາຍດ້ວຍການຕັດ ແລະ ຈູດໄຟຖິ້ມ.

ແຫຼ່ງຂ່າວ: ປະເທດແລ້ວ

LEAVE A REPLY

Please enter your comment!
Please enter your name here