ການເດີນທາງໄປຢ້ຽມ​ຢາມ​ ສສ ຫວຽດນາມ ຂອງປະທານສະພາແຫ່ງຊາດ

0
1226

ໂດຍຕອບສະໜອງຕາມຄໍາເຊີນ ຂອງ ສະຫາຍ ເວືອງ ດິງ ເຫວະ ກໍາມະການກົມ ການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ, ໃນວັນຈັນ 6 ທັນວາ 2021, ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາ ແຫ່ງຊາດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເດີນທາງດ້ວຍຖ້ຽວບິນພິເສດ ເພື່ອຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ.

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດທີ່ຫໍສະພາແຫ່ງຊາດບ່າດິງ ໂດຍການ ຕ້ອນຮັບຈາກ ສະຫາຍ ເວືອງ ດິງ ເຫວະ ພ້ອມດ້ວຍພັນລະຍາ ແລະ ຄະນະ ຫລັງຈາກນັ້ນ, ໄດ້ມີການພົບປະສອງຝ່າຍ ລະຫວ່າງ ສອງປະທານສະພາແຫ່ງຊາດ ເຊິ່ງ​ຝ່າຍ​ລາວ​ນຳ​ໂດຍ ສະຫາຍ ໄຊສົມພອນ ພົມວິຫານ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ,​ ປະທານສະພາແຫ່ງຊາດລາວ, ພ້ອມ​ຄະ​ນະ ແລະ ຝ່າຍ​ຫວຽດ​ນາມ ນຳ​ໂດຍ ສະຫາຍ ເວືອງ ດິງ ເຫວະ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ແຫ່ງ ສ​ສ ຫວຽດ​ນາມ ພ້ອມ​ຄະ​ນະ, ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ພ້ອມກັນຕີລາຄາຄືນການ ພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດຂອງສອງປະເທດໃນໄລຍະຜ່ານມາ ແລະ ພ້ອມ ກັນປຶກສາຫາລືທິດທາງແຜນການໃນຕໍ່ໜ້າ ເປັນຕົ້ນແມ່ນການປັບປຸງບົດບັນທຶກການຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ເຊິ່ງຈະໝົດອາຍຸໃນປີ 2022, ການສ້າງກິດຈະກໍາສະເຫລີມສະຫລອງສອງວັນ ປະຫວັດສາດ ແລະ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃນປີ 2022, ການແລກປ່ຽນບົດຮຽນ ໃນການຄຸ້ມຄອງບໍລິຫານ ແລະ ການປົກປັກຮັກສາອາຄານຫໍສະພາແຫ່ງຊາດ, ການປະເມີນຜົນການ ປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງບຸກຄະລາກອນ ທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ບຸກ ຄະລາກອນ ທີ່ສະພາແຫ່ງຊາດຮັບຮອງເອົາການແຕ່ງຕັ້ງ, ການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາຂອງ ປະຊາຊົນ, ການຍົກເວັ້ນການປະຕິບັດບາງມາດຕາຂອງກົດໝາຍ ໃນໂຄງການພັດທະນາເສດຖະກິດ-ສັງຄົມ, ການລົງທຶນພາຍໃນ ແລະ ຕ່າງປະເທດ; ການແລກປ່ຽນບົດຮຽນກ່ຽວກັບການຊີ້ນໍາ-ນໍາພາ ແລະ ຄຸ້ມຄອງຂອງອົງຄະນະພັກ ສະພາແຫ່ງຊາດ; ປຶກສາຫາລືກ່ຽວກັບການສ້າງແຜນການຊຸກຍູ້ ແລະ ລົງຕິດຕາມກວດກາຮ່ວມກັນ ໃນຫົວຂໍ້ໃດໜຶ່ງທີ່ສອງຝ່າຍມີຄວາມສົນໃຈ.

ພ້ອມນີ້, ສືບຕໍ່ປຶກ ສາຫາລືກ່ຽວກັບການຍ້ອງຍໍບຸກຄົນ ແລະ ກົມກອງ ຂອງຝ່າຍຫວຽດນາມ ທີ່ມີຜົນງານດີເດັ່ນໃນການ ປຸກສ້າງຫໍສະພາແຫ່ງຊາດລາວຫລັງໃໝ່.ພາຍຫລັງການພົບປະສອງຝ່າຍ, ສະຫາຍປະທານສະພາແຫ່ງຊາດ ຍັງໄດ້ສືບຕໍ່ນໍາພາຄະນະ ເຂົ້າຮ່ວມກອງປະຊຸມສໍາມະນາແລກປ່ຽນບົດຮຽນຮ່ວມກັນ ລະຫວ່າງ ສອງສະພາແຫ່ງຊາດ ກ່ຽວກັບ ການຊັກຖາມໃນກອງປະຊຸມຂອງສະພາແຫ່ງຊາດ, ການນໍາໃຊ້ບັນດາຂໍ້ກໍານົດຂອງກົດໝາຍເຂົ້າໃນ ການຜັນຂະຫຍາຍບັນດາໂຄງການພັດທະນາເສດຖະກິດ-ສັງຄົມ, ໂຄງການລົງທຶນພາຍໃນ ແລະ ຕ່າງປະເທດ.ໃນຕອນບ່າຍຂອງວັນດຽວກັນ, ສະຫາຍປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະໄດ້ເຂົ້າ ຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຊວນ ຟຸກ ກຳມະການກົມການເມືອງສູນກາງພັກ, ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຢ້ຽມຢາມພົບປະ ສະຫາຍ ຟາມ ມິງ ຈິງ ກຳມະການກົມການເມືອງ ສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລືທິດທາງໃນການພົວພັນ ຮ່ວມມື ລະຫວ່າງ ສອງປະເທດລາວ-ຫວຽດນາມ ອ້າຍນ້ອງ ກໍຄືລາຍງານໃຫ້ຊາບກ່ຽວກັບຜົນຂອງ ການພົບປະສອງຝ່າຍ ລະຫວ່າງ ສອງປະທານຂອງອົງການນິຕິບັນຍັດ. ໃນຕອນຄໍ່າ, ສະຫາຍປະທານສະພາແຫ່ງຊາດລາວ ກໍໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງສະຫາຍປະທານຄະນະມິດຕະພາບລັດຖະສະພາ ຫວຽດນາມ-ລາວ ຂອງສະພາແຫ່ງຊາດຫວຽດ ນາມ ແລະ ໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບ ຈັດໂດຍ ສະຫາຍ ເວືອງ ດິງ ເຫວະ ກໍາມະການກົມ ການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here