ເລີ່ມແລ້ວ! ທົດສອບເສື້ອກັນລູກປືນທີ່ກອງທັບລາວຜະລິດເອງ

0
6629

ກົມ ວສ-ປສ ທົດສອບປະສິດທິພາບເສື້ອເກາະກັນກະສຸນ, ໃນວັນທີ 3 ທັນວາ 2021, ຢູ່ທີ່ສະໝາມຍິງປືນສາກົນ 199 ກົມວິທະຍາ ສາດ- ປະຫວັດສາດ (ວສ-ປສ) ການທະຫານ ໄດ້ ດຳເນີນການທົດສອບກວດກາປະ ສິດທິພາບຂອງເສື້ອເກາະກັນລູກປືນ A762, ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ປະທານສະພາ ວິທະຍາສາດຂັ້ນລາງຫົວໜ້າກົມ ວິທະຍາສາດປະຫວັດສາດ-ການ ທະ ຫານ, ມີຄະນະສະພາວິທະຍາສາດຂັ້ນລາງ, ມີກົມສູ້ຮົບ, ກົມກຳລັງພົນ, ກົມອົບຮົມພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ສະຫາຍພັນໂທ ສັນຕິ ຫຼ່ຽມ ຜີ ຮອງຫົວໜ້າພະແນກວິທະຍາ ສາດກົມວິທະຍາສາດ-ປະຫວັດ ສາດການທະ ຫານ ໄດ້ໃຫ້ຮູ້ວ່າ: ໂຄງການຄົ້ນຄວ້າເສື້ອເກາະກັນ ກະສຸນເເມ່ນໜຶ່ງໃນບັນດາໂຄງ ການຄົ້ນຄວ້າທີ່ກົມ ວສ-ປສ ການ ທະຫານ ໄດ້ມີການປະດິດສ້າງ ແລະ ໄດ້ຮັບອະນຸມັດຈາກກະ ຊວງປ້ອງກັນປະເທດຕາມຂໍ້ຕົກລົງ ເລກທີ 1256/ກປທ ລົງວັນທີ 26 ກຸມພາ 2020.

ຕະຫຼອດໄລ ຍະຫຼາຍເດືອນກົມ ວສ- -ປສ ການ ທະຫານແມ່ນໄດ້ດໍາເນີນການ ອອກແບບແລະທົດລອງຍິງລູກປືນແທ້ມາຫຼາຍຄັ້ງ, ໄດ້ທົດລອງ ຜະລິດແຜ່ນເກາະກັນກະສຸນອອກ ມາຫຼາຍປະເພດມີບາງປະເພດກໍມີປະສິດທິພາບຕາມເປົ້າໝາຍ ການຄິດໄລ່ໄວ້ແລະມີບາງປະ ເພດກໍບໍ່ໄດ້ຕາມເປົ້າໝາຍ.

ດັ່ງນັ້ນເພື່ອເປັນການຮັບຮູ້ ແລະ ຢັ້ງຢືນທາງດ້ານປະສິດທິພາບຂອງ ເສື້ອເກາະກັນລູກປືນລຸ້ນ A762 ເຊິ່ງມີປະສິດທິພາບໃນການປ້ອງ ກັນກະສຸນອາວຸດປືນຂະໜາດ 7,62 ມມ ລົງມາ, ປືນ AKM, M 16 ແລະ ປືນສັ້ນເກືອບທຸກຊະນິດ. ເສື້ອເກາະ A762 ມີຂະໜາດ 25×30 ຊັງຕີແມັດ, ມີນໍ້າໜັກ 5,37 ກິ ໂລກຣາມ ທີ່ເປັນເສື້ອ ເກາະໃນລຸ້ນດຽວກັບຂອງຕ່າງປະ ເທດຈະມີນໍ້າໜັກ7,5 ກິໂກຣາມ ຂຶ້ນໄປ.

ດັ່ງນັ້ນໃນມື້ນີ້ພວກເຮົາ ຈຶ່ງໄດ້ນໍາເອົາຜະລິດຕະພັນຈາກ ການຄົ້ນຄວ້າປະສິດທິພາບໃນການປ້ອງກັນອາວຸດປືນຮາບ ລຸ້ນ A762.

ໃນນັ້ນ, ມີປືນ AKM, M16 ແລະ ປືນສັ້ນເກືອບທຸກຊະນິດ ສໍາລັບການທົດລອງຍິງແມ່ນ ໄດ້ນໍາໃຊ້ຫຸ່ນຍົນຕິດປືນAKM ເພື່ອຍິງເປົ້າໝາຍແທນຄົນ ຍິງໃນໄລຍະ 10 ແມັດ ເຊິ່ງເປັນໄລຍະຫ່າງທີ່ມີປະສິດທິພາບທີ່ສຸດ.

ທັງນີ້ກໍເພື່ອຮັບປະກັນໃນການກະກຽມມອບຜະລິດຕະພັນເສື້ອ ເກາະກັນລູກປືນໃຫ້ແກ່ກະຊວງ ປ້ອງກັນປະເທດເພື່ອນໍາໄປມອບ ໃຫ້ກົມວິຊາສະເພາະໄດ້ນໍາໃຊ້ ເຂົ້າໃນວຽກງານຕົວຈິງຢ່າງມີປະສິດທິພາບສູງ.

ຂໍ້ມູນ: Lao National Radio

LEAVE A REPLY

Please enter your comment!
Please enter your name here