ອອປສ-ປກສ ຮ່ວມລົງນາມ ໃນບົດບັນທຶກການກຳນົດກົນໄກປະສານງານ

0
1420

ໃນວັນທີ 8 ທັນວາ ນີ້ ທີ່ ອອປສ ໄດ້ຈັດພິທີເຊັນບົດບັນທຶກການປະສານງານຮ່ວມກັນ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແລະ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໂດຍການເປັນປະທານຮ່ວມຂອງ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ແລະ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຄະນະພັກ-ຄະນະນໍາ, ຫົວໜ້າກົມ ແລະ ພະນັກງານຫຼັກແຫຼ່ງ ຂອງທັງສອງພາກສ່ວນເຂົ້າຮ່ວມ.

ໃນການເຊັນບົດບັນທຶກສ້າງກົນໄກປະສານງານຮ່ວມກັນໃນຄັ້ງນີ້ ແມ່ນເພື່ອເປັນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກຮ່ວມ 4 ພາກສ່ວນ ກ່ຽວກັບການດໍາເນີນຄະດີ ຕາມຂະບວນຍຸຕິທໍາ ຄັ້ງທີ VI, ສະບັບລົງວັນທີ 15 ກໍລະກົດ 2021 ເຂົ້າສູ່ວຽກງານຕົວຈິງ ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງປ້ອງກັນຄວາມສະຫງົບ, ແນໃສ່ສະກັດກັ້ນປະກົດການຫຍໍ້ທໍ້ໃນການດໍາເນີນຄະດີອາຍາ, ເຄົາລົບ ແລະ ປະຕິບັດຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ ຂອງແຕ່ລະພາກສ່ວນ ທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ພ້ອມທັງຮັບປະກັນຄວາມສັກສິດຂອງກົດໝາຍ, ປະຕິບັດຫຼັກການລວມສູນ ແລະ ເປັນເອກະພາບ ຕາມລະບົບສາຍຕັ້ງ ຫຼື ສາຍບັນຊາແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນໃນຂອບເຂດທົ່ວປະເທດ, ເຮັດໃຫ້ການດໍາເນີນຄະດີອາຍາ ໄດ້ດໍາເນີນໄປຢ່າງຖືກຕ້ອງ, ໂປ່ງໃສ, ທັນຕາມກໍານົດເວລາ ແລະ ຍຸຕິທໍາ.

ທັງສອງພາກສ່ວນຈຶ່ງໄດ້ປະສານສົມທົບກັນ ຄົ້ນຄວ້າຕົກລົງເຫັນດີເປັນເອກະພາບສ້າງບົດບັນທຶກກົນໄກດັ່ງກ່າວ ຊຶ່ງປະກອບມີ 7 ຂໍ້ ໂດຍໄດ້ກໍານົດໜ້າທີ່ຄວາມຮັບຜິດ ຊອບຂອງແຕ່ລະພາກສ່ວນອອກເປັນໜ້າວຽກອັນລະອຽດ ເພື່ອຍົກສູງຄວາມຮັບຜິດຊອບ ແລະ ຈັດຕັ້ງປະຕິບັດເນື້ອໃນຂອງບົດບັນທຶກຮ່ວມ ໃຫ້ປະກົດຜົນເປັນຈິງ ປະກອບສ່ວນໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ ໃຫ້ມີຄວາມໂປ່ງໃສ, ເຂັ້ມແຂງ, ມີປະສິດທິ ພາບ, ປະສິດທິຜົນ, ປະຢັດ ແລະ ປະຕິບັດມາດຕະການສະກັດກັ້ນ ແລະ ແກ້ໄຂການລະເມີດກົດໝາຍຕາມຂະບວນການຍຸຕິທໍາ.

ແຫຼ່ງຂ່າວ: ປະຊາຊົນ (ຂ່າວ-ພາບ: ອອປສ)

LEAVE A REPLY

Please enter your comment!
Please enter your name here