ຖໍ້າເຫີບ ແລະ ກະຕຶບບ້ານນາ ແຫຼ່ງທ່ອງທ່ຽວເມືອງຄູນຄຳ

0
2398

ເຈົ້າແຂວງໆຄຳມ່ວນ ຢ້ຽມຊົມຖໍ້າເຫີບ ແລະ ກະຕຶບບ້ານນາ ແຫຼ່ງທ່ອງທ່ຽວເມືອງຄູນຄຳ.

ໃນໂອກາດທີ່ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄຳມ່ວນ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກທີ່ບ້ານຄູນເພັດ ເມືອງຄູນຄຳ ໃນວັນທີ 3 ທັນວາ 2021 ທ່ານເຈົ້າແຂວງພ້ອມດ້ວຍຄະນະກໍ່ໄດ້ໄປຢ້ຽມຊົມ ແລະ ຕິດຕາມຊຸກຍູ້ສະຖານທີ່ທ່ອງທ່ຽວ ຖໍ້າເຫີບ ແລະ ກະຕຶບບ້ານນາ ເຊິ່ງເປັນສະຖານທີ່ ທີ່ນັກທ່ອງທ່ຽວຂະໜານນາມກັນວ່າ: ເມືອງລັບແລ, ໃນການເດີນທາງເຂົ້າຫາສະຖານທີ່ແມ່ນໄດ້ຍ່າງຈາກບ້ານນາຄົກເກົ່າ (ປະຈຸບັນແມ່ນ ໄດ້ຍ້າຍໄປຢູ່ບ້ານຈັດສັນໃໝ່) ເຊິ່ງຖໍ້າເຫີບແມ່ນຕັ້ງຢູ່ເຂດບ້ານນາຄົກ ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ ທີ່ມີຄວາມສວຍງາມ ສ່ວນການເຂົ້າເຖິງແຫຼ່ງທ່ອງທ່ຽວດັ່ງກ່າວນີ້ແມ່ນໄດ້ຍ່າງລອດຖໍ້າທີ່ມີນໍ້າໄຫຼຜ່ານ ປະມານ 2 ກິໂລແມັດ ເຊິ່ງປະຊາຊົນບ້ານນາຄົກ ແລະ ບ້ານນາເຫີບແມ່ນນຳໃຊ້ເສັ້ນທາງດັ່ງກ່າວໃນການໄປມາຫາສູ່ກັນ. ພາຍຫຼັງທີ່ຜ່ານຖໍ້າດັ່ງກ່າວນີ້ແລ້ວ ຄະນະຂອງທ່ານເຈົ້າແຂວງກໍ່ໄດ້ຍ່າງເດີນທາງເຂົ້າສູ່ກະຕຶບບ້ານນາ ເຊິ່ງເປັນປູສະນີຍະສະຖານອັນເກົ່າແກ່ ຕັ້ງຢູ່ທິດຕາເວັນອອກຂອງເມືອງຄູນຄໍາ. ກະຕຶບແຫ່ງນີ້ ເອີ້ນຕາມຄຳບູຮານ ຫຼື ເອີ້ນອີກ ຢ່າງໜຶ່ງໃນປະຈຸບັນກໍ່ຄື: ສິມເກົ່າ ຕັ້ງຢູ່ລະຫວ່າງກາງຂອງບ້ານນາ ແລະ ຖໍ້າເຫີບ ເປັນບ່ອນເນີນສູງທ່າມກາງດົງໄມ້ໃຫຍ່ ແລະ ພູຜາສູງອ້ອມຮອບ.

ອີງຕາມຂໍ້ມູນຂອງຄະນະສຳຫຼວດໄດ້ວັດແທກລັກສະນະການປຸກສ້າງ ມີຮູບ ສີ່ຫຼ່ຽມຍາວ ພ້ອມມີເສົາຫຼ່ຽມ 4 ເສົາ ແລະ ເສົາກົມ 16 ເສົາ ຕາມການບອກເລົ່າຂອງຄົນເຖົ້າແກ່ເຂດນັ້ນວ່າ ເປັນເມືອງອາລັກລັດຕະນະຄອນ ສະໄໝອານາຈັກລ້ານຊ້າງຮຸ່ງເຮືອງ ໂດຍແມ່ນຊາວເມືອງໄດ້ສ້າງວັດປະຈຳ ເມືອງຂຶ້ນ ແລະ ເຈົ້າເມືອງໄດ້ສ້າງກະຕຶບວິຫານ. ໃນປະຈຸບັນກະຕຶບບ້ານນາຍັງເຫຼືອໄວ້ພຽງຮູບຮ່າງສ່ວນໜຶ່ງ ເປັນຫຼັກຖານກ່ຽວກັບປະຫວັດສາດບູຮານສະຖານທີ່ເກົ່າແກ່. ພາຍຫຼັງທີ່ຄະນະເດີນທາງຂອງທ່ານເຈົ້າແຂວງໄດ້ພັກຢ້ຽມຊົມ ແລະ ນະມັດສະການສະຖານທີ່ເກົ່າແກ່ ແຫ່ງນີ້ແລ້ວ ກໍ່ໄດ້ເດີນທາງໄປບ້ານນາ ໂດຍບ້ານດັ່ງກ່າວມີພຽງ 10 ກວ່າຫຼັງຄາເຮືອນ, ປະຊາຊົນໄດ້ດຳລົງຊີວິດ ໂດຍອາໄສທຳມະຊາດເປັນສ່ວນຫຼາຍ ເຊິ່ງບ້ານດັ່ງກ່າວແມ່ນອ້ອມຮອບດ້ວຍປ່າໄມ້ ແລະ ພູຜາ. ໃນເມື່ອກ່ອນ ປະຫວັດສາດໄດ້ກ່າວເຖິງເຂດນໍ້າແດນດິນນີ້ ຂຶ້ນກັບເມືອງຄຳເກີດ-ຄໍາມ່ວນ ສະໄໝກະສັດເມືອງພວນ ຊຽງຂວາງ.

ແຫຼ່ງຂ່າວ: ສຳນັກງານ ແຂວງຄຳມ່ວນ

LEAVE A REPLY

Please enter your comment!
Please enter your name here