ແຂວງອັດຕະປື​ ຈະກໍ່ສ້າງໂຮງໝໍຊຸມຊົນ ແລະ​ ໂຮງໝໍນ້ອຍ ຢູ່ເມືອງ​ສະໜາມໄຊ

0
1127

ແຂວງອັດຕະປື​ ຈະກໍ່ສ້າງໂຮງໝໍຊຸມຊົນ ແລະ​ ໂຮງໝໍນ້ອຍ ຢູ່ເມືອງ​ ສະໜາມໄຊ

ໃນວັນທີ 7 ທັນວາ 2021,​ ພະແນກສາທາລະນະສຸກແຂວງອັດຕະປື​ ນໍາໂດຍທ່ານ ວຽງໄຊ ໄຊສົມບັດ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ແລະ​ ທ່ານນາງ ພູດອນ ຈຸມມະລີ ຮອງເຈົ້າເມືອງ​ ສະໜາມໄຊ, ພ້ອມດ້ວຍຫົວໜ້າໂຄງການພາກສະໜາມຂອງ ອົງການຮ່ວມມືສາກົນ​ ສ​ ເກົາຫຼີ​ ປະຈໍາລາວ ຫຼື​ KOICA​ ແລະ​ ບັນດາຂະແໜງການທີ່ກ່ຽວຂ້ອງຂອງແຂວງ​ ແລະ​ ເມືອງ​ສະໜາມໄຊ, ໄດ້ລົງສໍາຫຼວດກໍານົດຈຸດ ປັກຜັງ ເພື່ອຈະກໍ່ສ້າງໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍ ຂອງເມືອງ​ ສະໜາມໄຊ, ​ສໍາລັບໂຄງການກໍ່ສ້າງ ໂຮງໝໍຊຸມຊົນ ເມືອງສະໜາມໄຊ ຈະກໍ່ສ້າງຢູ່ບ້ານ ດົງບາກໃໝ່ຫີນຄໍາ,ໂດຍແມ່ນບໍລິສັດໂພສີກໍ່ສ້າງ ແລະ ສ້ອມແປງເຄຫາສະຖານຈໍາກັດຜູ້ດຽວ​ ເປັນຜູ້ຮັບຜິດຊອບໃນການກໍ່ສ້າງ ໃນມູນຄ່າ​ 13,8 ຕື້ກວ່າກີບ ໄລຍະເວລາການກໍ່ສ້າງແມ່ນເລີ່ມແຕ່ວັນທີ 26 ພະຈິກ 2021 ຫາ 25 ພະຈິກ 2023 (ລວມ​ 2​ ປີ),​ ສ່ວນ ໂຄງການກໍ່ສ້າງໂຮງໝໍນ້ອຍ​ ແມ່ນຈະສ້າງທີ່ບ້ານ​ ສະໝອງໃໝ່ປີ່ນດົງ,ຮັບຜິດຊອບການກໍ່ສ້າງ ໂດຍບໍລິສັດສະຫວັນກໍ່ສ້າງ ແລະ ສ້ອມແປງເຄຫາສະຖານຈຳກັດຜູ້ດຽວ,ໃນມູນຄ່າ 1,6 ຕື້ກວ່າກີບ ໄລຍະເວລາການກໍ່ສ້າງແມ່ນເລີ່ມແຕ່ວັນທີ 26 ພະຈິກ 2021 ຫາ 25 ພະຈິກ 2022 (ລວມ1ປີ),​ ທັງ​ 2​ ໂຄງການດັ່ງກ່າວ ແມ່ນພະແນກສາທາລະນະສຸກເປັນເຈົ້າຂອງໂຄງການ ແລະ ສະໜັບສະໜູນທືນກໍ່ສ້າງໂດຍອົງການຮ່ວມມືສາກົນ ສ​ ເກົາຫຼີ​ ຫຼື​ KOICA​ .

ໂຮງໝໍ​ຊຸມຊົນ​ ແລະ​ ໂຮງໝໍນ້ອຍ​ ທີ່ສ້າງຂື້ນຄັ້ງນີ້ແມ່ນຕັ້ງຢູ່ເຂດບ້ານຈັດສັນໃໝ່ ທີ່ຜ່ານມາເຄີຍໄດ້ຮັບຜົນກະທົບຈາກເຫດການຄູກັນນໍ້າເຂື່ອນເຊປຽນ-ເຊນໍ້ານ້ອຍແຕກເມື່ອທ້າຍປີ 2018​ ຜ່ານມາ,​ເຊິ່ງພາຍຫຼັງສໍາເລັດການກໍ່ສ້າງແລ້ວ ໂຮງໝໍຊຸມຊົນ ແລະ​ ໂຮງໝໍນ້ອຍແຫ່ງນີ້ ຈະກາຍເປັນສະຖານທີ່ອໍານວຍຄວາມສະດວກຂອງການບໍລິການດ້ານສຸກຂະພາບໃຫ້ພໍ່ແມ່ປະຊາຊົນຢູ່ເຂດດັ່ງກ່າວໃຫ້ມີຄວາມສະດວກຂື້ນ.

ແຫຼ່ງຂໍ້ມູນ: ຂ່າວອອນລາຍ ອັດຕະປື (ຂ່າວ-ພາບ: ບຸບຜາ)

LEAVE A REPLY

Please enter your comment!
Please enter your name here