ຈົດລິຂະສິດໄວ້! ເພື່ອອະນາຄົດສະເໜີອົງການUNESCO ເປັນຊຸດມໍລະດົກໂລກ

0
11509

ເຄື່ອງນຸ່ງປະຈຳຊາດລາວ​ ຈົດລິຂະສິດໄວ້ ເພື່ອອະນາຄົດສະເໜີອົງການອຸຍແນັສໂກ ເປັນຊຸດມໍລະດົກໂລກ.

ຊຸດເຄື່ອງນຸ່ງປະຈຳຊາດ ແມ່ນເຄື່ອງນຸ່ງຫົ່ມ, ເຄື່ອງປະດັບເອ້ ທີ່ເປັນເອກະລັກ ແລະ ມູນເຊື້ອວັດທະນະທຳ ທີ່ນຳໃຊ້ແຕ່ງກາຍຂອງທ່ານຍິງ ແລະ ທ່ານຊາຍ ເພື່ອເຂົ້າຮ່ວມພິທີທາງການ, ພິທີການ ແລະ ພິທີກໍາຕາມຄວາມເໝາະສົມ.ໃນວັນທີ 1 ທັນວາ 2021ນີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີໄດ້ອອກດຳລັດວ່າດ້ວຍຊຸດເຄື່ອງນຸ່ງປະຈຳຊາດເລກທີ 638/ນຍ ເພື່ອໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຢູ່ພາຍໃນ ແລະ ຕ່າງປະເທດທີ່ພົວພັນກັບຊຸດເຄື່ອງນຸ່ງປະຈຳຊາດເຂົ້າໃຈ ຊຶ່ງອົງປະກອບຂອງຊຸດເຄື່ອງນຸ່ງປະຈຳຊາດທ່ານຍິງ ປະກອບດ້ວຍ: ເສື້ອ, ສິ້ນ, ແພບ່ຽງ, ເກີບ. ຊຸດເຄື່ອງນຸ່ງປະຈຳຊາດທ່ານຊາຍ ລວມມີ ເສື້ອ, ໂສ້ງ ແລະ ເກີບ. ຊຶ່ງແຕ່ລະອົງປະກອບ ກໍມີມາດຕະຖານກຳນົດໄວ້ຄື:ເສື້ອທ່ານຍິງ:

ເປັນແພເສື້ອ: ແພໄໝ, ແພຝ້າຍ ທີ່ເປັນຜະລິດຕະພັນຂອງລາວ; ສີເສື້ອ: ບໍ່ຈໍາກັດສີ;ຄໍເສື້ອ: ຂະໜາດ ສີ່ ຫາ ເຈັດ ຊັງຕີແມັດ, ຄໍາປ້າຍໃສ່ແຂບ ປ້າຍຂວາ ຫາ ຊ້າຍ, ຕໍ່າ ຫລື ປັກແສ່ວ ດ້ວຍຝ້າຍ ຫລື ໄໝ ແລະ ຕິດກະດຸມ ທີ່ມີສີກົມກືນກັບສີແພເສື້ອ ສອງ ຫາ ສາມເມັດ ຢູ່ປາຍແຂບເສື້ອ; ແຂນເສື້ອ: ແຂນຍາວຊົງກະບອກ ຍາວກາຍແຂນສອກ ເຖິງ ຂໍ້ແຂນ. ສິ້ນ: ເປັນຜືນສິ້ນທີ່ມີຫົວສິ້ນ ແລະ ຕີນສິ້ນ; ສິ້ນຝ້າຍ ແລະ ສິ້ນໄໝ ລາຍຈົກ, ລາຍຂິດ, ລາຍຂັ້ນ ແລະ ລາຍອື່ນ ຕາມຄວາມເໝາະສົມ; ຕີນສິ້ນ ຕ້ອງມີຂະໜາດ ສິບແປດ ຫາ ຊາວຫ້າ ຊັງຕີແມັດ ສີກົມກືນກັບຜືນ; ສ່ວນ ແພບ່ຽງ: ແມ່ນຕໍ່າເປັນຊຸດກົມກືນກັບຜືນສິ້ນ, ຂະໜາດລວງຍາວ ສອງຮ້ອຍຊາວ ຫາ ສອງຮ້ອຍຊາວຫ້າ ຊັງຕີແມັດ, ລວງກວ້າງ ສາມສິບຫົກ ຫາ ສີ່ສິບຊັງຕີແມັດ; ເກີບ: ເປັນເກີບສຸບ ປິດສົ້ນ ປີດປາຍ ມີສົ້ນ, ສີດໍາ, ສີນ້ໍາຕານ ຫລື ສີອື່ນ ທີ່ກົມກືນກັບເຄື່ອງນຸ່ງ.ສຳລັບ ມາດຕະຖານ ຊຸດເຄື່ອງນຸ່ງປະຈໍາຊາດທ່ານຊາຍ ເສື້ອ: ເປັນແພໄໝ ຫລື ແພຝ້າຍ ທີ່ເປັນຜະລິດຕະພັນຂອງລາວ; ສີເສື້ອ: ບໍ່ຈໍາກັດສີ; ຄໍເສື້ອ: ທໍ່ຕັ້ງປິດ; ຖົງເສື້ອເປັນຖົງເຈາະ ຢູ່ເບື້ອງເທິງດ້ານຊ້າຍໜຶ່ງ ຖົງບໍ່ມີຝາປີດ, ຖົງເສື້ອລຸ່ມ ສອງ ຖົງ ມີຝາປິດ; ແຂນເສື້ອ: ແຂນຍາວຊົງກະບອກ ຕິດກະດຸມ ສາມເມັດ ຢູ່ປາຍແຂນເສື້ອ; ດ້ານຫລັງເສື້ອແຈກ ສອງເບື້ອງ; ກະດຸມເສື້ອມີ ຫ້າ ຫາ ເຈັດເມັດ. ໂສ້ງ: ເປັນແພສີດໍາ, ສີມືດ ທີ່ເປັນຜະລິດຕະພັນລາວ ຫລື ແພອື່ນ; ໂສ້ງ: ຂາຍາວຊົງກະບອກ; ເກີບ: ເປັນສີດໍາ ຫລື ສີມືດ ແລະ ຖົງຕີນສີດໍາ ຫລື ສີມືດ.

ຫຼ້າາສຸດວັນທີ 9 ທັນວາ 2021, ກົມວັດທະນະທຳມະຫາຊົນ ກະຊວງຖະແຫລງຂ່່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ບັນທຶກພາບ ແລະ ວິດີໂອ ອະທິບາຍການນຸ່ງຖືໃຫ້ຖືກຕ້ອງ, ແຕ່ງກາຍໃຫ້ແທດເໝາະກັບກາລະເທສະ ກໍຄື ຖືກກັບວັດທະນະທຳລາວ, ສອດຄ່ອງກັບດຳລັດຂອງນາຍົກລັດຖະມົນຕີ, ຊຶ່ງການຖ່າຍທຳຄັ້ງນີ້ ນຳພາໂດຍ: ອາຈານ ໂສພາ ອິນທະວົງສາ ຜູ້ຊຳນານເລື່ອງວັດທະນະທຳການນຸ່ງຖື, ກິລິຍາມາລະຍາດ ທັງເປັນອາຈານຜູ້ສິດສອນບັນດາສາວງາມໃນເວທີປະກວດຫລາຍຮຸ້ນຄົນ.

​ໂດຍ: ມືອ່ອນ ໄອທີ

LEAVE A REPLY

Please enter your comment!
Please enter your name here