ແຂວງຫຼວງນໍ້າທາ ຍຶດ ແລະ ທໍາລາຍຊິ້ນສ່ວນສັດປ່າ 200 ກວ່າກິໂລ

0
1469

ກອງກວດກາປ່າໄມ້ ແຂວງຫລວງນໍ້າທາ ຍຶດ ແລະ ທໍາລາຍຊິ້ນສ່ວນສັດປ່າ 200 ກວ່າກິໂລ.

ແຫລ່ງຂ່າວຈາກ ແຂວງຫລວງນໍ້າທາ ໃຫ້ຮູ້ວ່າ: ກອງກວດກາປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ ໄດ້ລົງກວດກາການລັກລອບ ການລ່າ,ຊື້-ຂາຍ ສັດນໍ້າ-ສັດປ່າຢູ່ສາມປະເພດປ່າ, ຕະຫລາດແຂວງ, ຕະຫລາດເມືອງ, ຫ້າງຮ້ານ, ຕາມເສັ້ນທາງ ແລະ ຈຸດຫລໍ່ແຫລມຕ່າງໆ ຍຶດສັດປ່າ ແລະ ຊີ້ນສ່ວນສັດປ່າປະເພດສັດຄຸ້ມຄອງໄດ້ທັງໝົດ 206,3 ກິໂລ.

ຂະນະດຽວກັນ ກໍໄດ້ລົງເຄື່ອນໄຫວກວດກາ, ຕິດຕາມການລັກລອບຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້, ເຄື່ອງປ່າຂອງດົງຢູ່ຂອບເຂດ 3 ປະເພດປ່າ,ຕາມເສັ້ນທາງ ແລະ ຈຸດຫລໍ່ແຫລມຕ່າງໆ ແລະ ພົບເຫັນການກະທໍາຜິດ 5 ກໍລະນີ ລວມມີໄມ້ແປຮູບເນື້ອອ່ອນ ຈໍານວນ 9.807 ແມັດກ້ອນ, ລົງກວດກາການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ການຈັບຈ່ອງທີ່ດິນປ່າໄມ້ໃນເຂດປ່າສະຫງວນ ເພື່ອທໍາການຜະລິດ ໃນເນື້ອທີ່ 2.129 ເຮັກຕາ.ໃນຕອນແລງວັນທີ 7 ທັນວາ ຜ່ານມາ, ຢູ່ທີ່ສະໜາມຂີ້ເຫຍື້ອ ເທສະບານແຂວງໄດ້ຈັດມີພິທີຝັງທໍາລາຍສັດປ່າ ແລະ ຊິ້ນສ່ວນສັດປ່າທີ່ຍຶດໄດ້ຈາກ ພໍ່ຄ້າ, ແມ່ຄ້າ ແລະ ປະຊາຊົນທີ່ລັກລອບລ່າ, ການຊື້-ຂາຍ ສັດປ່າທີ່ຜິດຕໍ່ລະບຽບກົດໝາຍປະກອບມີ:

ໝູປ່າ, ຟານ, ບ່າງລົ້ວ, ຮອກປີກ, ຮອກໝົ່ນ, ງູເຫົ່າ, ໄກ່ຂວາຫລວງ, ເຫງັນອົ້ມ, ໄກ່ປ່າ ແລະ ນົກນ້ອຍຈໍານວນໜຶ່ງ ລວມທັງໝົດ 200 ກວ່າກິໂລ ລວມມູນຄ່າ 12 ລ້ານ ກວ່າກີບ. ໂດຍມີຜູ້ຕາງໜ້າຈາກພະແນກການ, ຫ້ອງການຂັ້ນແຂວງ, ຂັ້ນເມືອງ,ຜູ້ປະສານງານເຄືອຂ່າຍຄະນະການບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນໍ້າ-ສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ ຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມ.

ຂ່າວ: ກິ່ນນາລົມ

LEAVE A REPLY

Please enter your comment!
Please enter your name here