ລາຍລະອຽດຜູ້ເສຍຊີວິດ +7 (10/12/2021)

0
2988

ລາຍລະອຽດຜູ້ເສຍຊີວິດໃໝ່ 07 ຄົນ ມີດັ່ງນີ້:

 1). ເພດຊາຍ, ອາຍຸ 56 ປີ, ບ້ານຢູ່ປະຈຸບັນບ້ານກິ່ວກະຈຳ, ເມືອງ ຊຽງເງິນ  ແຂວງ ຫຼວງພະບາງ

–    ພະຍາດປະຈຳໂຕ: ເບົາຫວານ, ຄວາມດັນເລືອດສູງ

–    ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນໂຄວິດ-19

–    ເຂົ້າໂຮງໝໍ ວັນທີ່ 06 ທັນວາ 2021, ຄົນເຈັບອິດເມື່ອຍ ແລະ ຜົນກວດພົບເຊື້ອພະຍາດໂຄວິດ-19 ແລະ ສະພາບຄົນເຈັບອິດເມື່ອຍອ່ອນເພຍຫຼາຍພາຍຫຼັງຟອກໄຂ່ຫຼັງ ແລະ ໄດ້ເຂົ້ານອນຕິດຕາມຢູ່ຫ້ອງມໍລະສຸມ

–    ມາຮອດເວລາ 23:20 ນາທີຂອງວັນທີ 07 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

2). ເພດຍິງ, ອາຍຸ 35 ປີ ອາຊີບ: ປະຊາຊົນ, ບ້ານຢູ່: ສັງຄະໂລກ ເມືອງ ຫຼວງພະບາງ  ແຂວງຫຼວງພະບາງ

–    ພະຍາດປະຈຳໂຕ: ບໍ່ເຄີຍກວດສຸຂະພາບ

–    ໄດ້ສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ຄົບ

–    ຄົນເຈັບມີອາການອິດເມື່ອຍຮາກຫຼາຍກ່ວາ 3 ວັນ ຈົນຮອດເວລາ 11:20 ນາທີ ຂອງວັນທີ່ 07 ທັນວາ 2021 ຄົນເຈັບງ່ວງຊຶມ ໄດ້ສົ່ງເຂົ້າມາໂຮງໝໍກວດພົບເຊື້ອພະຍາດໂຄວິດ-19 ແລ້ວສົ່ງເຂົ້ານອນໂຮງໝໍ ແລະ ສະພາບຄົນເຈັບບໍ່ໄດ້ສະຕິ ອາການ ບໍ່ດີ

–    ມາຮອດເວລາ  5:15ໂມງ ຂອງວັນດຽວກັນ ຄົນເຈັບ ໄດ້ເສຍຊີວິດ

3). ເພດຊາຍ, ອາຍຸ 85 ປີ, ບ້ານ ຫ້ວຍຊາຍໃຕ້, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ.

–    ພະຍາດປະຈຳຕົວ:  ເປັນອຳມະພາດ ນອນຕິດຕຽງ 4 ປີ + ເບົາຫວານ

–    ບໍ່ໄດ້ສັກຢາກັນພະຍາດ ໂຄວິດ 19.

–    ວັນທີ 06 ທັນວາ 2021: ຄົນເຈັບເຂົ້າມານອນໂຮງໝໍຍ້ອນວ່າ ໄຂ້ ໄອ ຫັນໃຈຝືດ ເປັນຢູ່ບ້ານໄດ້ 3 ມື້ ແລະ ຜົນກວດພົບເຊື້ອ covid-19.

–    ໄລຍະເວລາໃນການປິ່ນປົວຢູ່ໂຮງໝໍ ວັນທີ່ 06-09 ທັນວາ 2021: ໄດ້ເຂົ້ານອນປິ່ນປົວຢູ່ຫ້ອງມໍລະສຸມ ເປັນເວລາ 04 ວັນ

–    ຮອດເວລາ 10:50 ນາທີ ຂອງວັນທີ 09 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

4). ເພດຍິງ, ອາຍຸ 74 ປີ, ອາຊີບ:  ແມ່ເຮືອນ, ບ້ານ ນໍ້າຫໍ້ໃຕ້.  ເມືອງ ຫ້ວຍຊາຍ.  ແຂວງ ບໍ່ແກ້ວ.

–    ພະຍາດປະຈຳຕົວ:  ພະຍາດປອດ.

–    ບໍ່ໄດ້ສັກຢາກັນພະຍາດໂຄວິດ-19.

–    ວັນທີ 29 ພະຈິກ 2021: ຄົນເຈັບເຂົ້າມາກວດຢູ່ໂຮງໝໍຍ້ອນອາການອິດເມື່ອຍ, ໄຂ້, ໄອ, ຫັນໃຈຝືດ ແລະ ຜົນກວດພົບເຊື້ອ covid-19.

–    ໄລຍະເວລາໃນການປິ່ນປົວຢູ່ໂຮງໝໍ ວັນທີ່ 29 ພະຈິກ 2021 – 07 ທັນວາ 2021: ໄດ້ເຂົ້ານອນປິ່ນປົວຢູ່ຫ້ອງມໍລະສຸມເປັນເວລາ 09 ວັນ

– ມາຮອດເວລາ 24:30 ນາທີ ຂອງວັນທີ່ 07 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

5). ເພດຊາຍ, ອາຍຸ 22 ປີ,  ນັກໂທດຢູ່ຄຸມຂັງເມືອງ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ.

–    ພະຍາດປະຈຳຕົວ:  ແຂງແຮງດີ + ມີປະຫວັດເສບຢາເສບຕິດ

–    ບໍ່ໄດ້ສັກຢາກັນພະຍາດ ໂຄວິດ 19.

–    ວັນທີ 08 ທັນວາ 2021: ຄົນເຈັບໄດ້ເຂົ້າມາໂຮງໝໍຍ້ອນອາການເມື່ອຍ, ໄອ, ຫັນໃຈຍາກ, ກະວົນກະວາຍ ແລະ ຜົນກວດພົບເຊື້ອ

–    ໄລຍະເວລາເຂົ້າມານອນປິ່ນປົວຢູ່ໂຮງໝໍ ວັນທີ່  08-09 ທັນວາ 2021 ໄດ້ເຂົ້ານອນປິ່ນປົວຢູ່ຫ້ອງມໍລະສຸມ ເປັນເວລາ 02 ມື້

–    ມາຮອດເວລາ 20:20 ນາທີ ຂອງວັນທີ່ 09 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

6). ເພດຊາຍ, ອາຍຸ 65 ປີ, ບ້ານຮອ່ງສຸພາບ, ເມືອງໄຊເສດຖາ, ນະຄອນຫລວງ

–    ພະຍາດປະຈຳຕົວ:  ຄວາມດັນເລືອດສູງ ແລະ ໄຂ່ຫລັງຊຸດໂຊມຂັ້ນສຸດທ້າຍ

–    ໄດ້ຮັບການສັກຢາກັນພະຍາດ ໂຄວິດ -19 ຄົບ

–    ຄົນໃນຄອບຄົວຕິດເຊື້ອ

–    ເວລາ 13:30 ນາທີຂອງວັນທີ 02 ທັນວາ 2021: ຄົນເຈັບ ໄດ້ມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ ແລະ ຫາຍໃຈຫອບ, ອ່ອນເພ່ຍ ພ້ອມທັງເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວິດ-19, ຜົນກວດພົບເຊື້ອ ແລະ ຮັບຄົນເຈັບເຂົ້ານອນປີ່ນປົວ

–    ມາຮອດເວລາ 18:30 ນາທີ ຂອງວັນທີ່ 09 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

7). ເພດຍິງ, ອາຍຸ 87 ປີ, ບ້ານສີບຸນເຮືອງ, ເມືອງຈັນທະບູລີ, ນະຄອນຫລວງ

–    ພະຍາດປະຈຳຕົວ:  ຄວາມດັນເລືອດສູງ

–    ບໍ່ໄດ້ຮັບການສັກຢາກັນພະຍາດ ໂຄວິດ -19

–    ຄົນໃນຄອບຄົວຕິດເຊື້ອ

–    ວັນທີ 08 ທັນວາ 2021: ຄົນເຈັບ ໄດ້ມາກວດຢູ່ໂຮງໝໍ 103 ພ້ອມທັງເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວິດ-19, ຜົນກວດພົບເຊື້ອ ແລະ ຮັບຄົນເຈັບເຂົ້ານອນປີ່ນປົວ

–    ວັນທີ 09 ທັນວາ 2021: ຍ້າຍຄົນເຈັບມາປີ່ນປົວຢູ່ຕຶກໂຄວິດ-19: ຄົນເຈັບມີອາການບໍ່ຮູ້ສະຕິ, ຫາຍໃຈຫອບແລະມາຮອດເວລາ 19:50 ນາທີ ຂອງມື້ດຽວກັນ ຄົນເຈັບ ໄດ້ເສຍຊີວິດ

LEAVE A REPLY

Please enter your comment!
Please enter your name here