ອອກມາແລ້ວ! ແຈ້ງການປະເມີນສະຖານການສຶກສາທີ່ຈະເປີດຮຽນຄືນ

0
5985

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມພະຍາດ ແລະການແກ້ໄຂການລະບາດພະຍາດໂຄວິດ-19ໄດ້ອອກແຈ້ງການໃນວັນທີ 9 ທັນວາ 2021 ເລື່ອງການປະເມີນສະຖານການສຶກສາທີ່ຈະເປີດຮຽນຄືນ ຢູ່ເຂດທີ່ມີການລະບາດຂອງພະຍາດ ໂຄວິດ-19 ໂດຍຈະເລີ່ມທົດລອງຢູ່ນະຄອນຫຼວງວຽງຈັນກ່ອນທຳການປະເມີນ ແລະຂະຫຍາຍໄປແຂວງອື່ນ.

ເນື່ອງຈາກການແຜ່ລະບາດຂອງໄວຣັສຍັງສືບຕໍ່ເພີ່ມຂຶ້ນ ເຊິ່ງການປິດໂຮງຮຽນດົນອາດສົ່ງຜົນກະທົບຕໍ່ການສຶກສາ ລວມທັງຈຳກັດໂອກາດທາງການສຶກສາຂອງເດັກ, ອາລົມຈິດ ແລະ ການພັດທະນາການຂອງເດັກ. ສະນັ້ນ, ເພື່ອຮັບປະກັນໃນການເປີດຮຽນຄືນຂອງສະຖານສຶກສາໃຫ້ມີຄວາມປອດໄພ, ບໍ່ໃຫ້ມີການຕິດເຊື້ອ ແລະແຜ່ລະບາດຂອງພະຍາດ ຈິ່ງຈຳເປັນຕ້ອງປະຕິບັດຕາມ 10 ມາດຕະການ ແລະ40 ຂໍ້ແນະນຳໃນການເປີດຮຽນຄືນໃນສະຖານສຶກສາທີ່ປອດໄພ.

ເງື່ອນໄຂຂອງສະຖານສຶກສາທີ່ສາມາດເປີດໄດ້ຕ້ອງປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ 70% ຂຶ້ນໄປ. ສ່ວນສະຖານທີ່ປະຕິບັດໄດ້ຫຼຸດ 70% ແມ່ນຈະມີການພິຈາລະນາເງື່ອນໄຂປະກອບອື່ນໆຕື່ມ ໂດຍສະເພາະສະພາບການລະບາດໃນຊຸມຊົນບໍ່ຫຼາຍ ລວມທັງຄວາມສາມາດໃນການຮັບມືຂອງຂະແໜງສາທາລະນະສຸກ ເຊິ່ງຈະມີການທົດລອງຢູ່ນະຄອນຫຼວງວຽງຈັນກ່ອນໃນເບື້ອງຕົ້ນ ພາຍຫຼັງສະຫຼຸບຖອດຖອນບົດຮຽນ ຈິ່ງຂະຫຍາຍໄປແຂວງອື່ນ.

ເຂດທີ່ຈະເປີດໂຮງຮຽນໃໝ່ ຈະຕ້ອງມີຄວາມສາມາດທາງສາທາລະນະສຸກໃນການຮັບມື ກໍລະນີເກີດມີການແຜ່ລະບາດໃນຊຸມຊົນ ແລະບໍ່ໃຫ້ມີການຈຳແນກເງື່ອນໄຂລະຫວ່າງຜູ້ໄດ້ຮັບວັກຊີນໃນການປະເມີນສະຖານະການສຶກສາ ເຊິ່ງເຈົ້າໜ້າທີ່ກ່ຽວຂ້ອງຄວນຈັດການຮຽນ-ການສອນໃນຮູບແບບທີ່ເໝາະສົມສຳລັບຄອບຄົວທີ່ບໍ່ເຫັນດີໃຫ້ລູກຫຼານຕົນໄປໂຮງຮຽນ ຫຼື ກໍລະນີເດັກນ້ອຍມີພະຍາດປະຈຳຕົວ.

ຂໍ້ແນະນຳສຳລັບການເປີດສະຖານການສຶກສາທີ່ປອດໄພໄລຍະຮັບມືກັບພະຍາດໂຄວິດ-19ສະບັບນີ້ ແມ່ນສາມາດນຳໃຊ້ກັບສະຖານການສຶກສາທຸກຊັ້ນ, ທຸກສາຍ ທັງພາກລັດ ແລະເອກະຊົນທີ່ມີການລະບາດຂອງພະຍາດໂຄວິດໃນຊຸມຊົນໃນຂອບເຂດທົ່ວປະເທດ.

LEAVE A REPLY

Please enter your comment!
Please enter your name here