ເຂດເສດຖະກິດພິເສດເອົາໃຈໃສ່ປະເມີນຜົນການຈັດຕັ້ງປະຕິບັດສັນຍາ

0
2256

ເຂດເສດຖະກິດພິເສດເອົາໃຈໃສ່ປະເມີນຜົນການຈັດຕັ້ງປະຕິບັດສັນຍາ ທ່ານ ສອນປະເສິດ ດາລາວົງ ວ່າການຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ກະຊວງແຜນການ ແລະ ການລົງທຶນ ລາຍງານໃຫ້ຊາບວ່າ:ໂດຍອີງໃສ່ແຈ້ງການຂອງລັດຖະບານ ການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດຂອງປະເທດເຮົາໃນໄລຍະຜ່ານມາ ແມ່ນຖືສໍາຄັນ ແລະ ເອົາໃຈໃສ່ໃນການປະເມີນຜົນຕໍ່ການຈັດຕັ້ງປະຕິບັດສັນຍາຂອງບໍລິສັດທີ່ມາລົງທຶນຢ່າງເຂັ້ມງວດ.

ໃນໄລຍະ 2006-2020 ຜ່ານມາແມ່ນໄດ້ມີການປະເມີນຄວາມຄືບໜ້າການຈັດຕັ້ງປະຕິບັດສັນຍາຂອງບັນດາເຂດເສດຖະກິດພິເສດ ທັງໝົດ 19 ຈຸດ ໂດຍໄດ້ເຮັດບົດບັນທຶກກັບຜູ້ພັດທະນາ, ແຈ້ງເຕືອນເພື່ອໃຫ້ແກ້ໄຂຂໍ້ບົກພ່ອງ, ບາງເຂດກໍ່ໄດ້ມີການຍົກເລີກສັນຍາ;ເຂດທີ່ໄດ້ປະເມີນ 1 ຄັ້ງປະກອບມີ: ຈຸດ A, B, C, D, ເຂດການຄ້າຊາຍແດນບ້ານແດນສະຫວັນ, ສາມຫລ່ຽມຄໍາ, ບໍ່ເຕ່ນ, ກວມລວມໄຊເຊດຖາດບືງທາດຫລວງ, ລ່ອງແທ່ງ-ວຽງຈັນ, ປາກເຊ-ຍີ່ປຸ່ນ, ວັງເຕົ່າ-ໂພນທອງ; ເຂດທີ່ໄດ້ປະເມີນ 2 ຄັ້ງປະກອບມີ: ທ່າແຂກ, ພູຂຽວ ແລະ ເຂດລາວບໍລິການ, ເຂດທີ່ໄດ້ປະເມີນ 3 ຄັ້ງປະກອບມີ: ເຂດຫລວງພະບາງ, ດົງໂພສີ.

ການປະເມີນສັນຍາຂອງແຕ່ລະບໍລິສັດ ແຕ່ລະເຂດ ແມ່ນມີຜົນສໍາເລັດ ແລະ ມີຂໍ້ບົກພ່ອງທີ່ແຕກຕ່າງກັນ ຊື່ງໂດຍລວມແລ້ວ ຫລາຍເຂດກໍ່ໄດ້ເອົາໃຈໃສ່ໃນການພັດທະນາຕາມສັນຍາທີ່ກຳນົດໄວ້

ຜ່ານການປະເມີນ ເຂດທີ່ມີຄວາມຄືບໜ້າຫຼາຍກວ່າໝູ່ ແມ່ນ ຈຸດ C ເຂດສະຫວັນ-ເຊໂນ, ເຂດບໍ່ເຕ່ນແດນງາມ, ເຂດສາມຫລ່ຽມຄໍາ, ເຂດກວມລວມໄຊເຊດຖາ, ເຂດປາກເຊ-ຍີ່ປຸ່ນ; ເຂດທີ່ມີຄວາມຄືບໜ້າປານກາງ ປະກອບມີ: ເຂດບຶງທາດຫລວງ, ລ່ອງແທ່ງ-ວຽງຈັນ, ວັງເຕົ່າ-ໂພນທອງ; ເຂດທີ່ມີຄວາມຄືບໜ້າໜ້ອຍປະກອບມີ: ເຂດທ່າແຂກ, ພູຂຽວ, ຈຸດA, B, D ເຂດສະຫວັນ-ເຊໂນແລະເຂດພັດທະນາເສດຖະກິດໃໝ່ສີທັນດອນ; ເຂດທີ່ບໍ່ມີຄວາມຄືບໜ້າປະກອບມີ: ເຂດຫລວງພະບາງ, ເຂດຈໍາປາສັກລາວ-ບໍລິການ ແລະ ເຂດດົງໂພສີ.

ຂໍ້ມູນ: Laos National Radio

LEAVE A REPLY

Please enter your comment!
Please enter your name here