ເປີດໃຫ້ບໍລິການໃຫ້ເຂົ້າຊົມແລ້ວ!

0
1207

ຫໍພິພິທະພັນແຫ່ງຊາດຫຼວງພະບາງ ໄດ້ເປີດໃຫ້ບໍລິການແລ້ວ

ເລີ່ມແຕ່ວັນທີ 8 ທັນວາ 2021 ເປັນຕົ້ນມາ ຫໍພິພິທະພັນແຫ່ງຊາດຫຼວງພະບາງ ແມ່ນໄດ້ເລີ່ມເປີດບໍລິການໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມໄດ້ແລ້ວ, ແຕ່ວ່ານັກທ່ອງທ່ຽວທຸກຄົນ ຕ້ອງໄດ້ປະຕິບັດຕາມມາດຕະການປ້ອງກັນ, ພະຍາດໂຄວິດ-19 ຢ່າງເຄັ່ງຂັດ, ເຊັ່ນ: ທຸກຄົນຕ້ອງໄດ້ໃສ່ຜ້າປິດປາກ-ດັງ, ວັດແທກອຸນ​ຫະພູມ ແລະ ລ້າງມືທຸກຄັ້ງກ່ອນເຂົ້າຊົມ.

ສຳລັບການເປີດບໍລິການແມ່ນ ເລີ່ມແຕ່ວັນພຸດ-ວັນທິດ, ວັນຈັນ ແລະ ວັນອັງຄານແມ່ນພັກ, ສະເພາະວັນສຸກແມ່ນເປີດບໍລິການເຄິ່ງຕອນ, ສ່ວນຕອນແລງແມ່ນພັກອະນາໄມ.

ດັ່ງນັ້ນ, ຖ້ານັກທ່ອງທ່ຽວທ່ານໃດຕ້ອງການມາທ່ຽວຊົມກໍສາມາດມາໄດ້ຕາມວັນ ແລະ ເວລາທີ່ກຳນົດໄວ້ ພ້ອມກັນປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັມງວດ.

ຂ່າວ: ຫຼວງ​ພະ​ບາງ

LEAVE A REPLY

Please enter your comment!
Please enter your name here