ທ່ານນາຍົກເນັ້ນຂະແໜງ ຜທ ເພີ່ມທະວີການຄຸ້ມຄອງການຮົ່ວໄຫຼຂອງງົບປະມານ

0
1356

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ຂະແໜງແຜນການ-ລົງທຶນ ແລະການເງິນ ເພີ່ມທະວີການຄຸ້ມຄອງຕາມກົນໄກເຂັ້ມງວດ, ໂປ່ງໃສ, ອັດການຮົ່ວໄຫລຂອງງົບປະມານ.

ທ່ານ ດຣ. ພັນຄຳ ວິພາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ກ່າວຕໍ່ກອງປະຊຸມສະຫຼຸບວຽກງານແຜນການ-ການລົງທຶນ ແລະ ການເງິນ ປະຈຳປີ 2021 ແລະ ທິດທາງແຜນການປີ 2022 (ກອງປະຊຸມແບບທາງໄກ) ເຊິ່ງຈັດຂຶນໃນວັນທີ 14 ທັນວາ 2021 ໂດຍທ່ານຍັງໄດ້ເນັ້ນໃຫ້ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານໃນຂົງເຂດແຜນການ-ການລົງທຶນ ແລະ ຂົງເຂດການເງິນ, ເປັນເຈົ້າການປະສານສົມທົບໃນການຜັນຂະຫຍາຍ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳ, ນໍາໃຊ້ທຸກນະໂຍບາຍ ແລະ ມາດຕະການແກ້ໄຂ ເພື່ອຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີສະຖຽນລະພາບໂດຍພື້ນຖານ, ແກ້ໄຂຄວາມກົດດັນດ້ານເສດຖະກິດໃຫ້ຜ່ອນຄາຍລົງເທື່ອລະກ້າວ, ແລະ ເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວຕາມລະດັບຄາດໝາຍວາງໄວ້.

ທ່ານ ນາຍົກກ່າວຕື່ມວ່າ: ໃນປີ 2022 ຕ້ອງໄດ້ສືບຕໍ່ປັບປຸງກົນໄກການຫັນເປັນທັນສະໄໝ ແລະບັງຄັບໃຊ້ກົດໝາຍ ລວມທັງການສະກັດກັ້ນການຮົ່ວໄຫຼຂອງງົບປະມານ, ປະຕິຮູບກົນໄກການຄຸ້ມຄອງລາຍຮັບງົບປະມານ ຢ່າງແຂງແຮງດ້ວຍການປັບປຸງ ແລະຂະຫຍາຍລະບົບການຄຸ້ມຄອງລາຍຮັບແບບທັນສະໄໝ ໂດຍຄຸ້ມຄອງລາຍຮັບງົບປະມານແຫ່ງລັດ ເຂົ້າໃນລະບົບລວມສູນ ແລະອື່ນໆ.

ຂໍ້ມູນ ແລະ ພາບ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here