ເມືອງຄູນຄຳ ສາມາດກັກຕົວຜູ້ລັກລອບຂົນສົ່ງຢາເສບຕິດໄດ້ 2 ຄົນ ພ້ອມຂອງກາງ

0
4481

ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຄູນຄຳ ສາມາດກັກຕົວຜູ້ລັກລອບຂົນສົ່ງຢາເສບຕິດໄດ້ 2 ຄົນ.

ໃນວັນທີ 14 ທັນວາ 2021 ຜ່ານມານີ້ ທາງເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຄູນຄຳ ແຂວງຄຳມ່ວນໄດ້ຮັບແຫຼ່ງຂ່າວຈາກຜົນລະເມືອງດີວ່າ ຈະມີການຂົນສົ່ງຢາເສບຕິດປະເພດຊາແຫ້ງ (ອັດແທ່ງ) ມາຈາກເມືອງຄຳເກີດ ແຂວງບໍລິຄຳໄຊ ໂດຍຜ່ານ ເມືອງຄູນຄຳ ແຂວງຄຳມ່ວນ ເພື່ອໄປສົ່ງຢູ່ເມືອງປາກກະດິງ ແຂວງ ບໍລິຄຳໄຊ ພາຍຫຼັງເຈົ້າໜ້າທີ່ໄດ້ຮັບຂໍ້ມູນແຫຼ່ງຂ່າວຄືແນວນັ້ນ ກໍ່ໄດ້ວາງແຜນບັນຈຸກຳລັງເພື່ອສະກັດກັ້ນບໍ່ໃຫ້ມີການເຄື່ອນໄຫວຂົນສົ່ງຜ່ານເສັ້ນທາງດັ່ງກ່າວ ພໍມາຮອດວັນທີ 15 ທັນວາ 2021 ທາງເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ສົມທົບກັບເຈົ້າໜ້າທີ່ຕຳຫຼວດຈາລະຈອນ ເມືອງຄູນຄຳ ແຂວງຄຳມ່ວນ ໄດ້ຕັ້ງຈຸດກວດກາຢູ່ສາມແຍກກອງລໍເມືອງຄູນຄຳ.

ຕົກມາຮອດເວລາ 06:40 ໂມງຂອງວັນດຽວກັນທາງເຈົ້າໜ້າທີ່ຕຳຫຼວດພວກເຮົາຈຶ່ງພົບເຫັນເປົ້າໝາຍຕາມການລາຍງານ ຂັບຂີລົດກະບະ ຍີ້ຫໍ້ nissan ສີຂາວ ໝາຍເລກທະບຽນ ກກ 6855 ຄຳມ່ວນ ກຳລັງໃຊ້ເສັ້ນທາງເພື່ອເດີນທາງໄປເມືອງປາກກະດິງ ແຂວງບໍລິຄຳໄຊ ເມື່ອເຫັນຄືແນວນັ້ນທາງເຈົ້າໜ້າທີ່ຈຶ່ງໄດ້ເຂົ້າປິດລ້ອມຕາມຫຼັກການວິຊາສະເພາະເພື່ອທຳການກວດຄົ້ນລົດເປົ້າໝາຍຄັນດັ່ງກ່າວ ແມ່ນມີ ຈຳນວນ 2 ຄົນ ຜ່ານການກວດກາຕົວຈິງແມ່ນໄດ້ພົບເຫັນເຄື່ອງຂອງກາງປະເພດຢາເສບຕິດກັນຊາແຫ້ງ(ອັດແທ່ງ) ຈຳນວນ 09 ເປົາ, ເທົ່າກັບ 352 ກິໂລກຼາມ ຢູ່ເບາະດ້ານຫຼັງຂອງຄົນຂັບຂີ່ ແລະ ຢາບ້າຈຳນວນ 12 ເມັດຢູ່ຖົງໂສ້ງຂອງຜູ້ຂັບຂີ່.

ຈາກນັ້ນທາງເຈົ້າໜ້າທີ່ຕຳຫຼວດຈຶ່ງໄດ້ກັກຕົວຜູ້ຖືກຫາທັງ 02 ຄົນມາດຳເນີນຄະດີຕາມລະບຽບກົດໝາຍ. ຜ່ານການສືບສວນ-ສອບສວນເບື້ອງຕົ້ນຂອງເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດກອງບັນຊາການ ປກສ ເມືອງຄູນຄຳ ຈຶ່ງຮູ້ໄດ້ວ່າ: ຜູ້ຖືກຫາຜູ້ທີ 01 ຊື່: ທ້າວ ຄຳຮອນ ວົງວິໄລ, ອາຍຸ 36 ປີ, ເຊື້ອຊາດ ແລະ ສັນຊາດລາວ, ອາຊີບເຮັດນາ, ປະຈຸບັນຢູ່ບ້ານຫ້ວຍແກ້ວ, ເມືອງຄຳເກີດ ແຂວງບໍລິຄຳໄຊຜູ້ຖືກຫາຜູ້ທີ່ສອງຊື່: ທ້າວ ສຸວັນໂນ ບຸນປະເສີດ ສັນຊາດລາວ, ອາຍຸ 25 ປີ, ອາຊີບກຳມະກອນ, ຢູ່ບ້ານນາບົງ ເມືອງທ່າແຂກ ແຂວງຄຳມ່ວນ ທັງສອງແມ່ນຍອມຮັບສາລະພາບວ່າຢາເສບຕິດຈຳນວນດັ່ງກ່າວແມ່ນເປັນຂອງພວກກ່ຽວ ປະຈຸບັນຄະດີດັ່ງກ່າວທາງເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ເມືອງຄູນຄຳ ແມ່ນໄດ້ນຳສົ່ງສຳນວນຄະດີພ້ອມດ້ວຍຂອງກາງມອບໃຫ້ທາງເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ແຂວງຄຳມ່ວນດຳເນີນການສືບສວນ-ສອບສວນຫາພວກກຸ່ມແກ້ງທີ່ຮ່ວມໃນຂະບວນການຄັ້ງນີ້ມາດຳເນີນຄະດີຕາມລະບຽບກົດໝາຍ.

LEAVE A REPLY

Please enter your comment!
Please enter your name here