ປະເທດໂປແລນ ມອບວັກຊິນ 138.600 ໂດສ ໃຫ້ລາວ

0
1346

ໃນວັນທີ 16 ທັນວາ 2021 ຢູ່ກະຊວງສາທາລະນະສຸກ ໄດ້ຈັດພິທີມອບ-ຮັບ ວັກຊິນAstarZeneca ຈາກປະເທດໂປແລນ ຈຳນວນ 138.600 ໂດສ, ຕາງໜ້າຮັບ ໂດຍທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາ ທາລະນະສຸກ ແລະ ມອບໂດຍ ທ່ານ ເວັງຊອງ ເວຍ ອຸປະທູດ ຂອງສະຫະ ພາບເອີຮົບ ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຕາງທັງສອງຝ່າຍ ເຂົ້າຮ່ວມ. ທ່ານ ບຸນແຝງ ພູມມະໄລສິດ ກ່າວວ່າ:

ລັດຖະບານ ສປປ ລາວ ມີຄວາມຍິນດີທີ່ໄດ້ຮັບວັກຊິນໃນຊຸດນີ້ ແລະ ຂໍຂອບໃຈລັດຖະບານໂປແລນ ໃນການປະກອບສ່ວນອັນສຳຄັນໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນຢ່າງໃຫຍ່ຫລວງໃຫ້ ສປປ ລາວ ໂດຍສະເພາະ ໄລຍະທີ່ກະຊວງ ສາທາລະນະສຸກ ພວມສັກເຂັມສາມໃຫ້ແກ່ປະຊາຊົນລາວ.

ການບໍລິຈາກວັກຊິນຈາກປະ ເທດໂປແລນ ແມ່ນເປັນສ່ວນໜຶ່ງຂອງຄວາມສາມັກຄີໃນທົ່ວໂລກຂອງທີມເອີຣົບ ທີ່ໃຫ້ການສະໜັບສະໜູນໃຫ້ແກ່ ສປປ ລາວ ທີ່ມີມາຢ່າງຕໍ່ ເນື່ອງ ໃນການຕ້ານການແຜ່ລະ ບາດຂອງໂຄວິດ ແລະ ຜົນກະທົບຂອງມັນ. ພວກເຮົາດີໃຈທີ່ມີການປະກອບສ່ວນຄັ້ງນີ້, ຈະຊ່ວຍໃຫ້ລັດ ຖະບານລາວເລັ່ງຂະບວນການສັກວັກຊິນ ເພື່ອສ້າງພູມຄຸມກັນໃຫ້ແກ່ປະຊາຊົນລາວ ໃຫ້ກວມເອົາໄດ້ຈຳ ນວນທີ່ຫລາຍຂຶ້ນ.

LEAVE A REPLY

Please enter your comment!
Please enter your name here