ກ້າຫຼາຍ! ຝາກຢາເສບຕິດນຳບໍລິສັດຂົນສົ່ງ

0
5161

ຈັບເຈົ້າຂອງຢາ 12 ແພັກ ຝາກນຳບໍສັດຂົນສົ່ງດ່ວນ!

ເຈົ້າຫນ້າທີ່ ປກສ ເມືອງພິນ ແຂວງສະຫວັນນະເຂດ ໄດ້ຈັບຕົວ ທ້າວ ລຳໄພ ອາຍຸ 30 ປີ ບ້ານນາທອງໃຕ້ ຊົນນະບູລີ ແຂວງສະຫວັນນະເຂດ ຜູ້ທີ່ໄປຮັບເອົາຢາເສບຕິດ ໃນວັນທີ 17 ທັນວາ 2021 ນຳບໍລິສັດ ມີໄຊຂົນສົ່ງດ່ວນ ທີ່ສາຂາເຊທ່າມວກ ບ້ານຊະນະມິໄຊ ເມືອງພິນ ຈາກນັ້ນຂະຫຍາຍຜົນນຳໄປສູ່ຈັບເຈົ້າຂອງຢາ.

ເຈົ້າຫນ້າທີ່ ປກສ ເມືອງພິນ ເປີດເຜີຍວ່າ: ພາຍຫຼງສືບຮູ້ ຈະມີການໄປຮັບເອົາຢາເສບຕິດ ຈາກບໍລິສັດ ມີໄຊຂົນສົ່ງດ່ວນ ສາຂາ ເຊທ່າມວກ ເຈົ້າໜ້າທີ່ກໍໄດ້ຕິດຕາມເປົ້າໝາຍ ຢ່າງບໍ່ຂາດສາຍຕາ, ມາຮອດເວລາ 10:00 ໂມງ ຂອງວັນທີ 17 ທັນວາ 2021; ຈຶ່ງໄດ້ພົບເຫັນເປົ້າຫມາຍຖືກສົງໄສ ຂີ່ລົດຈັກບໍ່ມີໝາຍເລກທະບຽນມາຮອດ ແລະ ກໍຈອດລົດຍ່າງເຂົ້າໄປບໍລິສັດ ເພື່ອໄປຮັບເອົາເຄື່ອງຝາກ ເຊິ່ງເປັນໄປຕາມແຫລ່ງຂ່າວທີ່ສຶບຮູ້ມາ, ເປົ້າຫມາຍກໍໄດ້ຢື່ນໃບບິນຮັບເຄື່ອງ ໃຫ້ພະນັກງານ ຈາກນັ້ນ ພະນັກງານ ກໍເອົາແກັດມາໃຫ້ 1 ແກັດ, ເປັນແກັດສີນໍ້າຕານ ຂະຫນາດ 40×60 ຊັງຕີແມັດ. ຫລັງຈາກເປົ້າຫມາຍຮັບເອົາເຄື່ອງແລ້ວ ເຈົ້າຫນ້າທີ່ ທີ່ຕິດຕາມຢູ່ນັ້ນ ກໍໄດ້ສະແດງຕົວຂໍກວດກາແກັດດັ່ງກ່າວ ພໍເປີດເບິ່ງກໍພົບເຫັນຢາບ້າ ບັນຈຸ ໃນແກັດ ຈຳນວນ 12 ແພັກ, ມີ 36 ມັດ ເທົ່າກັບ 72.000 ເມັດ.

ຈາກນັ້ນ, ເຈົ້າຫນ້າທີ່ໄດ້ນຳຕົວ ທ້າວ ລຳໄພ ມາສອບຂະຫຍາຍຜົນ ຈົນຜູ້ກ່ຽວໄດ້ຊັດທອດເຖິງເຈົ້າຂອງຢາເສບຕິດ. ຕົກມາຮອດວັນທີ 18 ທັນວາ 2021 ເວລາ 8:00 ໂມງ ເຈົ້າຫນ້າທີ່ ນຳຈັບ ທ້າວ ສີທົນ ຫລື ຕົ້ນ ອາຍຸ 31 ປີ, ບ້ານນາທອງໃຕ້ ເຈົ້າຂອງຢາ ໄດ້ທີ່ບ້ານແກ້ງກີ ເມືອງເຊໂປນ; ເຊິ່ງຜູ້ກ່ຽວສາລະພາບເປັນຢາຂອງຕົນແທ້.

ແຫຼ່ງຂໍ້ມູນ: ປກສ

LEAVE A REPLY

Please enter your comment!
Please enter your name here