ປະກາດຈັດຕັ້ງ ຄະນະບໍລິຫານງານ ສະຫະພັນກິລາລອຍນໍ້າ ຄົນພິການ ແຫ່ງຊາດ

0
1389

ພິທີປະກາດການຈັດຕັ້ງ ຄະນະບໍລິຫານງານ ສະຫະພັນກິລາລອຍນໍ້າ ຄົນພິການ ແຫ່ງຊາດລາວ ໃນ ວັນທີ 21 ທັນວາ 2021 ທີ່ ຫ້ອງປະຊຸມ ໂຮງແຮມ ລາວເທວ ວຽງຈັນ ໄດ້ມີ ພິທີປະກາດການຈັດຕັ້ງ ຄະນະບໍລິຫານງານສະຫະພັນກິລາລອຍນໍ້າຄົນພິການແຫ່ງຊາດລາວ.

ອີງຕາມແຜນການເຄື່ອນໄຫວ 05 ປີ (2021 – 2025) ຂອງສະຫະພັນກິລາລອຍນໍ້າຄົນພິການແຫ່ງຊາດລາວ ໃຫ້ປະກົດຜົນເປັນຈິງ. ໂດຍແນໃສ່ ໃນການພັດທະນາກິລາຄົນພິການ ຢູ່ພາຍໃນປະເທດ ໃຫ້ເປັນລະບົບຕໍ່ເນື່ອງ ເພື່ອໃຫ້ຄົນພິການໄດ້ເຂົ້າເຖິງການຫຼິ້ນກິລາ, ໃຫ້ມີການຝຶກແອບ-ຝຶກຊ້ອມ ຢ່າງເປັນປະຈໍາ ແລະ ໃຫ້ມີການເຂົ້າຮ່ວມງານແຂ່ງຂັນກິລາຄົນພິການ ຢ່າງເປັນປະຈໍາ ຢູ່ໃນລະດັບຕ່າງໆ ທັງພາຍໃນປະເທດ ແລະ ລະດັບພາກພື້ນ, ສາກົນ.

ໂດຍສະເພາະ ແມ່ນ ກະຊວງສຶກສາທິການ ແລະ ກິລາ, ຄະນະກໍາມະການພາຣາແລມປິກແຫ່ງຊາດລາວ ແມ່ນເຫັນໄດ້ຄວາມໝາຍ-ຄວາມສໍາຄັນ ແລະ ໃຫ້ມີການຊຸກຍູ້ສົ່ງເສີມ ຕໍ່ວຽກງານກິລາຄົນພິການໃນລາວ, ໄດ້ມີການກຳນົດນະໂຍບາຍ, ໄດ້ມີການກຳນົດແຜນພັດທະນາກິລາຄົນພິການ ເຂົ້າຢູ່ໃນແຜນລວມ ການພັດທະນາການສຶກສາ ແລະ ກິລາ ຂອງກະຊວງສຶກສາທິການ ແລະ ກິລາ, ສະໜອງງົບປະມານ, ອຸປະກອນຮັບໃຊ້ ເປັນສິ່ງເອື້ອອຳນວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ນັກກິລາຄົນພິການ ໄດ້ເຂົ້າຮ່ວມງານແຂ່ງຂັນກິລາຄົນພິການ ຢູ່ພາຍໃນປະເທດ ແລະ ໃນລະດັບພາກພື້ນ ແລະ ສາກົນ.

ນອກຈາກນີ້, ຍັງໄດ້ສົ່ງເສີມໃຫ້ທຸກພາກສ່ວນໃນສັງຄົມ ໃຫ້ມີສ່ວນຮ່ວມໃນການຊຸກຍູ້, ຊ່ວຍເຫຼືອ ແລະ ສະໜັບສະໜູນ ຄົນພິການລາວໃຫ້ໄດ້ອອກມາ ຫັດກາຍຍະບໍລິຫານ, ອອກກໍາລັງກາຍ ແລະ ຫຼິ້ນກິລາ ໃຫ້ກາຍເປັນນັກກິລາຄົນພິການ ນັບມື້ນັບຫຼາຍຂຶ້ນ, ເພາະວ່າກິລາ ເປັນດັ່ງເຄື່ອງມືສໍາຄັນທີ່ຂາດບໍ່ໄດ້ ໃນການພັດທະນາສຸຂະພາບທາງຮ່າງກາຍ ແລະ ຈິດໃຈ ຂອງຄົນພິການລາວ. ກິລາສາມາດເຮັດໃຫ້ຄົນພິການ ມີຄວາມໝັ້ນໃຈໃນຕົນເອງ ມີຄວາມກ້າສະແດງອອກ ໃນຄວາມສາມາດຂອງຕົນ ແລະ ທັງຍັງເປັນຂົວຕໍ່ທີ່ເຊື່ອມໂຍງຄວາມຮັກ, ຄວາມເຂົ້າໃຈ, ຄວາມສາມັກຄີ ລະຫວ່າງຄົນພິການ ແລະ ຄົນບໍ່ພິການໃນສັງຄົມ ໃຫ້ສາມາດປະກອບສ່ວນ ຢ່າງເຕັມເມັດເຕັມໜ່ວຍ ແລະ ມີສ່ວນຮ່ວມຢ່າງແທ້ຈິງ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດອີກດ້ວຍ.

ພິທີປະກາດການຈັດຕັ້ງ ຄະນະບໍລິຫານງານ ສະຫະພັນກິລາລອຍນໍ້າຄົນພິການແຫ່ງຊາດລາວ ໃນມື້ນີ້ ໂດຍການເປັນປະທານຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານ ຄະນະກໍາມະການພາຣາແລມປິກແຫ່ງຊາດລາວ.

ເຊ່ິງ ທ່ານ ທອງສະຫວັນ ວົງສະຫວ່າງ ຫົວໜ້າພະແນກຄົນພິການ, ກົມກິລາມວນຊົນ, ພະລະສຶກສາ ແລະ ສິລະປະ, ຫົວໜ້າກຳມະການຝ່າຍເຕັກນິກ ຄະນະກໍາມະການພາຣາແລມປິກແຫ່ງຊາດລາວ ກໍ່ໄດ້ຂຶ້ນອ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຄະນະບໍລິຫານງານ ສະຫະພັນກິລາລອຍນໍ້າຄົນພິການແຫ່ງຊາດລາວ ສະບັບປັບປຸງໃໝ່ ເລກທີ 128/ຄພລ, ລົງວັນທີ 9 ສິງຫາ 2021, ໂດຍປະທານ ຄະນະກຳມະການພາຣາແລມປິກແຫ່ງຊາດລາວ ໄດ້ຮັບຮອງເອົາການຈັດຕັ້ງ ຄະນະບໍລິຫານງານ ສະຫະພັນກິລາລອຍນໍ້າຄົນພິການແຫ່ງຊາດລາວ ເຊິ່ງປະກອບມີບັນດາທ່ານດັ່ງລຸ່ມນີ້:

ຄະນະປະທານທີ່ປຶກສາກິດຕິມະສັກ ສະຫະພັນກິລາລອຍນໍ້າຄົນພິການແຫ່ງຊາດລາວ:

ທ່ານ ຮສ. ດຣ. ບຸນໜັກ ໄຊຊະນະສົງຄາມ ຮອງປະທານ ຄະນະກຳມະການພາຣາແລມປິກແຫ່ງຊາດລາວ;
ທ່ານ ສຸດຖະໜອມ ອິນທະວົງ ຮອງປະທານ ຄະນະກຳມະການພາຣາແລມປິກແຫ່ງຊາດລາວ;
ທ່ານ ສົມເພັດ ອັກຄະວົງ ປະທານສະມາຄົມຊ່ວຍເຫຼືອເດັກນ້ອຍພິການລາວ

ຄະນະບໍລິຫານງານ ສະຫະພັນກິລາລອຍນໍ້າຄົນພິການແຫ່ງຊາດລາວ:

  • ທ່ານ ພູນິພົນ ພັນທະວົສ ເປັນປະທານ
  • ທ່ານ ມິດສິີຣຸ ໂອກິໂຊະ ເປັນຮອງປະທານ;
  • ທ່ານ ນາງ ວົງຈັນ ບົວແພງ ເປັນຮອງປະທານ;
  • ທ່ານ ພອນວິໄລ ຫຼວງຄຳຫານ ເປັນຮອງປະທານ;
  • ທ່ານ ຈາຕຸລົນ ສີລິສັກ ເປັນຜູ້ກວດກາ;
  • ທ່ານ ສີພອນ ພົມມະຈັນ ເປັນຮອງຜູ້ກວດກາ;
  • ທ່ານ ນາງ ສີສົມບູນ ວົງສີຫາລາດ ເປັນເລຂາທິການ ແລະ ຜູ້ປະສານງານ;
  • ທ່ານ ສີສະຫວັດ ທຳມະວົງຈິດ ເປັນຮອງເລຂາທິການ;
  • ທ່ານ ນາງ ຈັນທະພອນ ສານຸວົງ ເປັນນາຍຄັງ;
  • ທ່ານ ວອນລະຈິດ ລັດດາໄຊ ເປັນກຳມະການ;
  • ທ່ານ ນາງ ເຄໂກະ ໂມຣິກິ ເປັນກຳມະການ;
  • ທ່ານ ອານຸສອນ ອ່ອນທິລັງສີ ເປັນກຳມະການ

ສຳລັບຄະນະບໍລິຫານງານ ສະຫະພັນກິລາລອຍນໍ້າຄົນພິການແຫ່ງຊາດລາວ ຊຸດນີ້ ຈະໄດ້ບໍລິຫານ ແລະ ເຄື່ອນໄຫວວຽກງານຕ່າງໆ ຂອງສະຫະພັນ ເປັນເວລາ 5ປີ ແຕ່ປີ 2021 ຫາ ປີ 2025

LEAVE A REPLY

Please enter your comment!
Please enter your name here