ຂໍ້ມູນຜູ້ຕິດເຊື້ອເສຍຊີວິດໃໝ່ 6 ຄົນ

0
1893

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 23 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4210ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1037 ຄົນ (ຕິດເຊື້ອພາຍໃນ ມີ 1037 ຄົນ ແລະ ຕິດເຊື້ອນໍາເຂົ້າ 0 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1037 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:

  • 1 ນະຄອນຫຼວງ 476 ຄົນ
  • 2 ອຸດົມໄຊ 142 ຄົນ
  • 3 ຫຼວງນໍ້າທາ 68 ຄົນ
  • 4 ຫຼວງພະບາງ 62 ຄົນ
  • 5 ບໍ່ແກ້ວ 56 ຄົນ
  • 6 ຊຽງຂວາງ 41 ຄົນ
  • 7 ວຽງຈັນ 35 ຄົນ
  • 8 ຜົ້ງສາລີ 30 ຄົນ
  • 9 ສະຫັວນນະເຂດ 27 ຄົນ
  • 10 ໄຊສົມບູນ 23 ຄົນ
  • 11 ຄໍາມ່ວນ 21 ຄົນ
  • 12 ເຊກອງ 16 ຄົນ
  • 13 ຈໍາປາສັກ 12 ຄົນ
  • 14 ບໍລິຄໍາໄຊ 11 ຄົນ
  • 15 ສາລະວັນ 6 ຄົນ
  • 16 ໄຊຍະບູລີ 5 ຄົນ
  • 17 ອັດຕະປື 5 ຄົນ
  • 18 ຫົວພັນ 1 ຄົນ

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 104.373 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 429 ຄົນ, ກໍາລັງປິ່ນປົວ 11,381 ຄົນ ແລະ ເສຍຊີວິດສະສົມທັງໝົດ 305 ຄົນ (ໃໝ່ 06 ຄົນ).

ຂໍ້ມູນເບື້ອງຕົ້ນ ຜູ້ເສຍຊີວິດໃໝ່ 06 ຄົນ, ລາຍລະອຽດດັ່ງນີ້:

1. ເພດຍິງ ອາຍຸ 86ປີ ອາຊີບ ແມເຮືອນ ບ. ນາເລົ່າ ມ. ສີໂຄດ, ນະຄອນຫຼວງວຽງຈັນ
– ເຂົ້າໂຮງໝໍມິດຕະພາບ ວັນທີ່ 18/12/2021 (ຮັບຈາກສຸກເສີນ) ເວລາ: 14ມ30
– ສັກວັກຊີນຄົບ 2 ເຂັມ
– ພະຍາດປະຈຳໂຕ : ເກົ້າ Gout
– ຄົນເຈັບເສຍຊີວິດ (ເວລາ: 17ມ50 ຂອງວັນທີ່ 22/12/2021)

2. ເພດຊາຍ ອາຍຸ 98 ປີ, ບ ອານຸ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
– ເຂົ້າໂຮງໝໍ 19/12/2021 ຍ້ອນ: ນອນຊືມ ບໍຮູ້ສະຕິ, ໄຂ້, ໄອ, ຫາຍໃຈຍາກ, ແໜ້ນໜ້າເອິກ
– ພະຍາດປະຈຳຕົວ: ພະຍາດຫືດມາໄດ້ຫຼາຍປີ
– ຜູ້ກ່ຽວອາການອອ່ນເພຍ ນອນຕິດຕຽງມາຫຼາຍປີ
– ຄົນເຈັບເສຍຊິວິດວັນທີ 22/12/2021

3. ເພດຊາຍ ອາຍຸ 49 ປີ, ອາຊີບ ປະຊາຊົນ, ບ້ານ ອ່າວເໝືອ, ເມືອງ ອະນຸວົງ, ແຂວງ ໄຊສົມບູນ
– ພະຍາດປະຈຳຕົວ: ຄວາມດັນເລືອດສູງ, ເບົາຫວານ
– ບໍ່ໄດ້ຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19
– ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອທັງໜົດ 3 ຄົນ
– ມາຮອດເວລາ 4 ໂມງ 30 ນາທີ ຂອງວັນທີ 23 ທັນວາ 2021 ຄົນເຈັບໄດ້ເສຍຊີວິດ

4.ເພດຊາຍ ອາຍຸ 78 ປີ ບ້ານ ນາສຳພັນ ນະຄອນຫລວງພະບາງ ແຂວງຫຼວງພະບາງ
– ເຂົ້ານອນ 21.12.2021 ເວລາ 2:30 ໂມງ , ກວດ RDT: Positive
– ເຂົ້ານອນໂຮງໝໍດວ້ຍ: ຖ່າຍດຳມີເລືອດປົນ
– 5:50 ໂມງ ຄົນເຈັບບໍ່ຕອບສະໜອງ ຄົນເຈັບເສຍຊີວິດ

5. ເພດຍິງ ອາຍຸ 8ປີ ບ້ານ ພູເກີ ເມືອງ ນ້ຳບາກ ແຂວງຫຼວງພະບາງ
ເຂົ້າໂຮງໝໍ : 22.12.2021 ເວລາ 16:30ໂມງ , ກວດ RDT: Positive
ເຂົ້າໂຮງໝໍດວ້ຍອາການ ໄອ ຫາຍໃຈຍາກ
ຄົນເຈັບເສຍຊິວິດ ເວລາ 3:00 ວັນທີ່ 23.12.20216. ເພດຍິງ 81 ປີ ບ. ດົງ

ມ. ທຸລະຄົມ ແຂວງ ວຽງຈັນ
ເຂົ້າໂຮງໝໍວັນທີ 18/12/2021 ເວລາ 19 : 00
ເປັນຄົນຕຸ້ຍ, ນ້ຳຫມັກເກິນ 85 kg
ບໍ່ໄດ້ສັກວັກຊີນ

LEAVE A REPLY

Please enter your comment!
Please enter your name here