ອາຄານລາດຊະວົງພລາຊາ ຕຶກສູງທີ່ສຸດຈະສືບຕໍ່ກໍ່ສ້າງອີກຄັ້ງ

0
10732

ຈາກຂໍ້ມູນໜັງສືພິມກອງທັບປະຊາຊົນລາວໃຫ້ຮູ້ວ່າ: ອາຄານລາດຊະວົງພລາຊາ ຕຶກສູງທີ່ສຸດຈະສືບຕໍ່ກໍ່ສ້າງອີກຄັ້ງ ລາດຊະວົງ ພລາຊາ ເປັນອາຄານສູນການຄ້າຄົບວົງຈອນ ແລະໂຮງແຮງລະດັບຫ້າດາວ ເຊິ່ງເປັນຕຶກສູງທີ່ສຸດໃນປະເທດລາວ ຈະຖືກດໍາເນີນການກໍ່ສ້າງຄືນໃໝ່, ເນື່ອງຈາກປີ 2016 ຜູ້ປະກອບການຂອງອາຄານດັ່ງກ່າວພົບຄວາມຫຍຸ້ງຍາກທາງດ້າການເງິນ ຈິ່ງໄດ້ໂຈະການດໍາເນີນການກໍ່ສ້າງ.

ອີງຕາມ ທ່ານ ພັນເອກ ສີພອນໄຊ ຫົວໜ້າກົມເສດຖະກິດກະຊວງປ້ອງກັນປະເທດ ລາຍງານໃນພິທີເສັນສັນຍາສືບຕໍ່ໂຄງການລາດຊະວົງ ພລາຊາ ໃນວັນທີ 23 ທັນວາ 2021 ທີ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ໄຊຊະນະ ສິດທິພອນ ຮອງປະທານຄະນະກໍາມະການຮ່ວມມື ລາວ-ຈີນ, ທ່ານ ຮຸ່ງເພັດ ຈັນທະວົງ ເລຂາທິການສະມາຄົມມິດຕະພາບລາວ-ຈີນ, ທ່ານ ເຊຍເກຍເວນ ເລຂາຄະນະພັກ ບໍລິສັດທາງລົດ ໄຟລາວ-ຈີນ ຈຳກັດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານຫົວໜ້າກົມເສດຖະກິດກະຊວງປ້ອງກັນປະເທດ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງລາດຊະວົງພລາຊາເປັນການຮ່ວມມືທຸລະກິດລະຫວ່າງກະຊວງປ້ອງກັນປະເທດ ແລະ ບໍລິສັດ ຊົງຊີງ ຟາງເຕີ ເຊິ່ງໄດ້ເຊັນສັນຍາ ແລະເລີ່ມກໍ່ສ້າງມາແຕ່ທ້າຍປີ 2013. ລາດຊະວົງພລາຊາ ເປັນອາຄານໂຮງແຮມລະດັບ 5 ດາວ, ຫ້ອງການ, ສູນບຳບັດ, ສູນການຄ້າຄົບວົງຈອນ ແລະອື່ນໆ ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ ໂດຍມີມູນຄ່າຫຼາຍກວ່າ 99 ລ້ານໂດລາສະຫະລັດ. ພາຍຫຼັງເຊັນສັນຍາບໍລິສັດດັ່ງກ່າວໄດ້ດຳເນີນການກໍ່ສ້າງ ແລະໄດ້ພົບກັບຄວາມຫຍຸ້ງຍາກຫຼາຍດ້ານ ໂດຍສະເພາະດ້ານການເງິນ, ນິຕິກຳ ຈຳນວນໜຶ່ງຍັງບໍ່ສອດຄ່ອງ. ສະນັ້ນ, ປີ 2016 ໂຄງການດັ່ງກ່າວໄດ້ໂຈະການກໍ່ສ້າງ ຊົ່ວຄາວຈົນເຖິງປັດຈຸບັນ.

ຕໍ່ກັບສະພາບນີ້ ການນຳຂອງກະຊວງປ້ອງກັນປະເທດໄດ້ ໄດ້ແຕ່ງຕັ້ງຄະນະສະເພາະກິດແກ້ໄຂ ແລະຊຸກຍູ້ໂຄງການດັ່ງກ່າວ ເພື່ອຊ່ວຍເຫຼືອຜູ້ປະກອບການລົງທຶນໄດ້ສືບຕໍ່ກໍ່ສ້າງໃຫ້ສໍາເລັດພາຍໃນ 2 ປີ ນັບແຕ່ມື້ລົງລາຍເຊັນສັນຍາເປັນຕົ້ນໄປໂດຍໄດ້ແບ່ງເປັນ 2 ໄລຍະຄື: 6 ເດືອນຕໍ່ໜ້າຈະດຳເນີນການກໍ່ສ້າງບັນດາໜ້າວຽກທີ່ຍັງຄ້າງໃຫ້ສໍາເລັດ ແລະສາມາດເປີດບໍລິການໄດ້ໃນປີກາງປີ 2022; ໄລຍະທີ 2: ປີ 2023 ຈະກໍ່ສ້າງໂຄງການລາດຊະວົງ ພລາຊາ ໃຫ້ສໍາເລັດຢ່າງ ສົມບູນ ແລະ ສາມາດເປີດບໍລິການຮັບໃຊ້ສັງຄົມເຕັມຮູບແບບ.

LEAVE A REPLY

Please enter your comment!
Please enter your name here