ບໍລິການ 23 ປີ ໂຄງການທາງລົດໄຟລາວ-ຈີນ ຈິ່ງຈະເລີ່ມມີຜົນກໍາໄລ

0
2703

ໃຫ້ບໍລິການ 23 ປີ ໂຄງການທາງລົດໄຟລາວ-ຈີນ ເລີ່ມຈະມີຜົນກໍາໄລ

ໂຄງການທາງລົດໄຟຄວາມໄວສູງລາວ-ຈີນ ເປັນໂຄງການທີມີມູນຄ່າການລົງທຶນສູງ ເຊິ່ງການເກັບກູ້ທຶນຄືນ ໃນບົດວິພາກເສດຖະກິດ ໄດ້ລະບຸວ່າ ຮອດປີທີ 23 ຂອງການດໍາເນີນງານ ຈຶ່ງສາມາດຮອດຈຸດກຸ້ມທຶນ ໝາຍຄວາມວ່າ ຈາກປີທີ 23 ໄປ ໂຄງການດັ່ງກ່າວຈຶ່ງຈະມີກໍາໄລ, ເມື່ອໝົດອາຍຸສຳປະທານ 50 ປີ ແລ້ວ ຊັບສິນທັງໝົດຕ້ອງໄດ້ສົ່ງມອບໃຫ້ລັດຖະບານ.

ທ່ານ ອຸຕະແກ້ວ ແກ້ວດວງສິນ ຫົວໜ້າກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ໃຫ້ສໍາພາດຕໍ່ສື່ມວນຊົນ ຕອນບ່າຍ ວັນທີ 23 ທັນວາ 2021 ວ່າ: ການລົງທຶນໃສ່ໂຄງການທາງລົດໄຟ ລາວ-ຈີນ ແມ່ນຄຸ້ມຄ່າທີ່ສຸດເມື່ອເບິ່ງຜົນປະໂຫຍດທີ່ໄດ້ຮັບ ໂດຍສະເພາະບາງຂໍ້ມູນສໍາຄັນໃນສັນຍາສຳປະທານຂອງໂຄງການທາງລົດໄຟ ລາວ-ຈີນ ຫຼື ສັນຍາທີ່ມີຊື່ເຕັມໆ ວ່າ:

“ສັນຍາສຳປະທານ ການອອກແບບ-ກໍ່ສ້າງ-ລະດົມທຶນ-ດໍາເນີນກິດຈະການ ແລະ ບໍາລຸງຮັກສາທາງລົດໄຟ ບໍ່ເຕ່ນ-ນະຄອນຫຼວງວຽງຈັນ” ເຊິ່ງໄດ້ເຊັນສັນຍາໃນປີ 2016 ລະຫວ່າງ ລັດຖະບານລາວ ຕາງໜ້າໂດຍ ກະຊວງແຜນການ ແລະ ການລົງທຶນ ກັບ ບໍລິສັດ ທາງລົດໄຟ ລາວ-ຈີນ ທີ່ໄດ້ສ້າງຕັ້ງຂຶ້ນ ພາຍໃຕ້ກົດໝາຍຂອງ ສປປ ລາວ ໂດຍມີລັດຖະບານລາວ ຕາງໜ້າໂດຍ ລັດວິສາຫະກິດ ລົດໄຟ ແຫ່ງຊາດລາວ ຖືຮຸ້ນ 30% ແລະ 3 ລັດວິສາຫະກິດຂອງ ສປ ຈີນ ຖືຮຸ້ນ 70%. ຫົວໜ້າກົມສົ່ງເສີມການລົງທຶນ ກ່າວຕື່ມວ່າ: ມູນຄ່າການລົງທຶນຂອງໂຄງການທາງລົດໄຟ ລາວ-ຈີນ ທັງໝົດ ປະມານ 5.986 ລ້ານໂດລາ ຊຶ່ງໃນນີ້ 40% ຂອງມູນຄ່າການລົງທຶນທັງໝົດເປັນເງິນຕົ້ນທຶນ, ສ່ວນອີກ 60% ແມ່ນກູ້ຢືມຈາກ ທະນາຄານຂາເຂົ້າ-ຂາອອກ ສປ ຈີນ. ສໍາລັບຕົ້ນທຶນຂອງຝ່າາຍລາວ ແມ່ນ 730 ລ້ານໂດລາ, ລັດຖະບານອອກເງິນ 250 ລ້ານໂດລາ, ສ່ວນອີກ 480 ລ້ານໂດລາ ແມ່ນກູ້ຢືມຈາກ ທະນາຄານຂາເຂົ້າ-ຂາອອກ ສປ ຈີນ.

ເບິ່ງໂຕເລກການລົງທຶນແລ້ວ, ໂຄງການດັ່ງກ່າວມີມູນຄ່າການລົງທຶນສູງ ແລະ ການເກັບກູ້ທຶນຄືນແມ່ນໃຊ້ເວລາຍາວນານ ຊຶ່ງໃນບົດວິພາກເສດຖະກິດ ໄດ້ລະບຸວ່າ ຮອດປີທີ 23 ນັບແຕ່ມື້ເປີດການດຳເນີນງານ ຫຼື ມື້ ໃຫ້ການບໍລິການ ຈຶ່ງສາມາດຮອດຈຸດກຸ້ມທຶນ. ສະແດງວ່າ ນັບຈາກປີທີ 23 ໄປ ເຮົາຈະມີກຳໄລ; ເຖິງຢ່າງໃດກໍຕາມ, ການບໍາລຸງຮັກສາຕະຫຼອດໄລຍະດຳເນີນງານ ດ້ວຍຄ່າໃຊ້ຈ່າຍຂອງບໍລິສັດເອງ, ຮັບຄວາມສ່ຽງດ້ວຍບໍລິສັດເອງ ແລະ ເມື່ອໝົດອາຍຸສຳປະທານ 50 ປີ ເລີ່ມແຕ່ມື້ເປີດບໍລິການ (ບໍ່ນັບໄລຍະກໍ່ສ້າງ 5 ປີ) ແມ່ນຕ້ອງໄດ້ສົ່ງມອບໂຄງການຄືນ ຊຶ່ງຊັບສິນທັງໝົດໂຄງການດັ່ງກ່າວຈະຕົກເປັນຂອງລັດຖະບານລາວ ນີ້ແມ່ນຜົນປະໂຫຍດໃນອະນາຄົດທີ່ເຮົາຈະໄດ້ຮັບ; ສ່ວນການຂໍຕໍ່ອາຍຸສໍາປະທານ, ບໍລິສັດ ຕ້ອງສະເໜີໃຫ້ລັດຖະບານລາວ ເປັນຜູ້ພິຈາລະນາ. ທ່ານ ອຸຕະແກ້ວ ແກ້ວດວງສິນ ໃຫ້ຮູ້ຕື່ມວ່າ: ສຳລັບການລົງທຶນໃສ່ບັນດາທຸລະກິດທີ່ປິ່ນອ້ອມໂຄງການທາງລົດໄຟ ລາວ-ຈີນ ທີ່ມີຫາງສຽງວ່າລັດຖະບານ ຈະຕ້ອງໄດ້ຈັດຫາທີ່ດິນໃຫ້ເພີ່ມອີກ, ແຕ່ໃນຄວາມເປັນຈິງແລ້ວແມ່ນບໍ່ໄດ້ຫາເພີ່ມ ເພາະໃນເງື່ອນໄຂທີ່ກຳນົດໃນສັນຍາ ການພັດທະນາພື້ນຖານໂຄງລ່າງປິ່ນອ້ອມສະຖານີ ທີ່ໄດ້ກຳນົດໄວ້ 4 ຈຸດ ຄື:

ຈຸດເມືອງໄຊ ແຂວງ ອຸດົມໄຊ ແລະ ສະຖານີ ນະຄອນຫລວງວຽງຈັນ, ຈຸດລະບໍ່ຫລຸດ 1.000 ເຮັກຕາ, ຈຸດສະຖານີ ວັງວຽງ ແຂວງວຽງຈັນ ແລະ ສະຖານີຫລວງພະບາງ ຈຸດລະບໍ່ຫລຸດ 500 ເຮັກຕາ, ຊຶ່ງລັດຖະບານ ຈະສະໜອງເນື້ອທີ່ດິນທີ່ຢູ່ໃກ້ສະຖານີ ໂດຍບໍລິສັດ ຮັບຜິດຊອບຄ່າເວນຄືນເນື້ອທີ່ດິນ, ສິ່ງປຸກສ້າງ ແລະ ເສຍຄ່າເຊົ່າຕາມລະບຽບກົດໝາຍ ບໍ່ໄດ້ລວມໃນມູນຄ່າຂອງໂຄງການກໍ່ສ້າງທາງລົດໄຟ, ຊຶ່ງບໍລິສັດ ເປັນຜູ້ສໍາຫລວດເບິ່ງເນື້ອທີ່ດິນຕົວຈິງ ແລະ ຮັບຜິດຊອບຕໍ່ຄ່າຊົດເຊີຍ ຫລື ຍົກຍ້າຍຈັດສັນຕາມກົດໝາຍ. ຫລັງຈາກນັ້ນ, ສະເໜີໃຫ້ລັດຖະບານລາວ ພິຈາລະນາອະນຸຍາດຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ດໍາລັດເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ.

ປັດຈຸບັນ ລັດຖະບານລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບ ບໍລິສັດ ທາງລົດໄຟລາວ-ຈີນ ເພື່ອໃຫ້ບໍລິສັດດຳເນີນການສຶກສາສໍາຫລວດ ເນື້ອທີ່ດິນຕົວຈິງ.

ແຫຼ່ງຂ່າວ: Lao National Radio

LEAVE A REPLY

Please enter your comment!
Please enter your name here