ແຈ້ງການການຈັດງານບຸນສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ສາກົນ ແລະ ວັນພັກຊົດເຊີຍ ປີໃຫມ່ສາກົນ 2022 ແຂວງຈຳປາສັກ

0
3294

ເນື່ອງຈາກບຸນປີໃຫມ່ສາກົນ 2022 ນີ້ ແມ່ນຍັງຢູ່ໃນສະພາບຂອງການລະບາດພະຍາດໂຄວິດ-19 ພາຍໃນປະເທດ ເວົ້າລວມ, ເວົ້າສະເພາະແຂວງຈໍາປາສັກ ຍັງສືບຕໍ່ມີການແຜ່ລະບາດໃນຊຸມຊົນ, ສະນັ້ນ, ເພື່ອເປັນການຮັບປະກັນໃນການ ຈັດຕັ້ງການສະເຫຼີມສະຫຼອງບຸນປີໃຫມ່ສາກົນປີນີ້ ຂອງປະຊາຊົນບັນດາເຜົ່າໃນທົ່ວແຂວງຈໍາປາສັກ ໃຫ້ເປັນບັນຍາກາດແຫ່ງ ຄວາມເບີກບານມ່ວນຊື່ນ ແລະ ມີໄມຕີຈິດມິດຕະພາບ, ເຕັມໄປດ້ວຍຄວາມສາມັກຄີ ທັງຮັບປະກັນຄວາມສະຫງົບ, ປອດ ໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມ ຕິດພັນກັບການສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ຕາມຄໍາສັ່ງ ສະບັບເລກທີ 15/ນຍ ແລະ ຄໍາສັ່ງ ຂອງເຈົ້າແຂວງ ເລກທີ 18/ຈຂ.ຈສ ໃນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດໂຄວິດ-19 ທີ່ລັດຖະບານ ແລະ ແຂວງໄດ້ວາງອອກ. ຄະນະສະເພາະກິດຂັ້ນແຂວງ ຂໍຖືເປັນກຽດ ແຈ້ງມາຍັງທຸກ ພາກສ່ວນຮັບຊາບ ແລະຈັດຕັ້ງປະຕິບັດດັ່ງນີ້:

1. ຫ້າມບໍ່ໃຫ້ແຕ່ລະສໍານັກງານ, ອົງການຈັດຕັ້ງພັກ-ລັດ ທຸກຂັ້ນ ຈັດງານສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2021 ແລະ ຕ້ອນຮັບປີໃຫມ່ 2022 ຢ່າງເດັດຂາດ; ກໍລະນີມີຄວາມປະສົງຕ້ອງການອ່ວຍພອນໃນງານຄອບຄົວ ກໍສາມາດຈັດ ໄດ້, ບົນພື້ນຖານກະທັດຮັດ, ງ່າຍດາຍ ( ບໍ່ອະນຸຍາດເຕົ້າໂຮມຈໍານວນຜູ້ເຂົ້າຮ່ວມຫລາຍ ແລະ ຈັດເຄົ້າດາວ ) ແລະ ຕ້ອງຮັບປະກັນມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.

2. ມອບໃຫ້ກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ອົງການ ປົກຄອງນະຄອນປາກເຊ ແລະ 9 ເມືອງ ຈັດຕັ້ງປະຕິບັດດັ່ງນີ້:

2.1 ຊີ້ນໍາບັນດາບ້ານ, ກຸ່ມບ້ານ, ກໍາລັງກອງຫຼອນບ້ານ ເປັນເຈົ້າການກວດກາ, ຕິດຕາມ ບັນດາກິດຈະກໍາທີ່ບໍ່ອະນຸຍາດໃຫ້ດໍາເນີນ ຕາມຄໍາສັ່ງ ສະບັບເລກທີ 18/ຈຂ.ຈສ, ລົງວັນທີ 16 ພະຈິກ 2021 ຢ່າງເຂັ້ມງວດ.

.

LEAVE A REPLY

Please enter your comment!
Please enter your name here