ລັດຖະບານຍີ່ປຸ່ນ ມອບອຸປະກອນລະບົບຄວາມເຢັນເພື່ອເກັບຮັກສາ ແລະ ວັກຊີນແກ່ ສປປ ລາວ

0
1644

ລັດຖະບານຍີ່ປຸ່ນ ໄດ້ມອບອຸປະກອນລະບົບຄວາມເຢັນເພື່ອເກັບຮັກສາ ເເລະ ຂົນສົ່ງວັກຊີນ ມູນຄ່າລວມກວ່າ 900,000 ໂດລາສະຫະລັດ ເເລະ ວັກຊີນປ້ອງກັນພະຍາດ ໂຄວິດ-19 AstraZeneca ຈຳນວນ 320,200 ໂດສ໌ ໃຫ້ແກ່ ກະຊວງສາທາລະນະສຸກ.

ນະ​ຄອນ​ຫຼວງວຽງ​ຈັນ, ວັນ​ທີ 28 ທັນ​ວ​າ 2021 – ໃນ​ມື້ນີ້ ລັດຖະບານຍີ່ປຸ່ນ ​ໄດ້​ມອບ​ອຸປະກອນລະບົບຄວາມເຢັນເພື່ອເກັບຮັກສາ ເເລະ ຂົນສົ່ງວັກຊີນ​ໃຫ້​ແກ່ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ເພື່ອ​​ເສີນ​ສ້າງ​ຄວາມເຂັ້ມແຂງໃນຂະ​ບວນ​ການ​ສັກ​ຢາ​ວັກ​ຊີນປ້ອງ​ກັນ​ພະ​ຍາດ​ ໂຄວິດ-19 ​ໃນສປປ ລາວ.

ອຸ​ປະ​ກອນ​ດັ່ງ​ກ່າວ​ປະ​ກອບ​ມີ: ​ຕູ້ແຊ່ແຂງເພື່ອເກັບຮັກສາວັກ​ຊີນ​ ເເລະ ແທ່ງນໍ້າແຂງທຽມ ຈຳ​ນວນ 208 ຕູ້,ຕູ້​ເຢັນອີກຈ​ຳ​ນວນ 480 ຕູ້, ອາ​ໄຫຼ່​ສ​ຳ​ລັບ​ອຸ​ປະ​ກອນຕ່າງໆ, ກ່ອງ​ຂົນສົ່ງ​ວັກ​ຊີນ 500 ກ່ອງ, ກ່ອງ​ເຢັນ​ຈຳ​ນວນ 100 ກ່ອງ ແລະ ແທ່ງນໍ້າແຂງທຽມຈຳ​ນວນ 10,000 ແທ່ງ, ເຊີ່ງ​ທັງ​ໝົດນີ້ເເມ່ນການ​ຊ່ວຍ​ເຫຼືອ​ຈາກ​ຍີ່​ປຸ່ນ​ໂດຍ​ຜ່ານອົງການຢູ່ນິເຊັບ​ເເລະ ມີ​ມູນ​ຄ່າ​ລວມ​ທີ່ 913,141ໂດລາສະຫະລັດ.

ການ​ສະ​ໜອງອຸປະກອນລະບົບຄວາມເຢັນ​ໃນ​ຄັ້ງ​ນີ້ ​ເເມ່ນເປັນ​ສ່ວນ​ໜຶ່ງ​ຂອງ​ໂຄງ​ການ​ທີ່​ລັດ​ຖະ​ບານ​ຍີ່​ປຸ່ນພວມຈັດ​ຕັ້ງ​ປະ​ຕິ​ບັດ​ເພື່ອສະ​ໜັບ​ສະ​ໜູນ ສ​ປ​ປ ລາວ ໃນ​ການເສີມສ້າງຄວາມເຂັ້ມແຂງໃຫ້ເເກ່ລະບົບຄວາມເຢັນສຳລັບການເກັບຮັກສາ ເເລະ ຂົນສົ່ງວັກຊີນເພື່ອເປັນການປະກອບສ່ວນເຂົ້າໃນວຽກງານການຮັບ​ມື​ກັບ​ພະ​ຍາດ ໂຄ​ວິດ-19, ເຊິ່ງ​ໂຄງ​ການດັ່ງກ່າວເເມ່ນມີມູນ​ຄ່າ​ລວມທັ້ງໝົດ 1.1 ລ້ານ​ໂດ​ລາ​ສະ​ຫະ​ລັດ. ນອກຈາກການຈັດຊື້ອຸປະກອນລະບົບຄວາມເຢັນເເລ້ວ, ຈໍານວນທຶນທີ່ ເຫຼືອພາຍ​ໃຕ້​ໂຄງ​ການ​ນີ້​ແມ່ນຈະປະກອບສ່ວນເຂົ້າໃນການຜັນຂະຫຍາຍການຮ່ວມມືດ້ານວິຊາການລະຫວ່າງລັດຖະບານຍີ່ປຸ່ນ ແລະ ລັດຖະບານ ສປປ ລາວ ໃນວຽກງານເສີມສ້າງລະບົບຄວາມເຢັນ ຂອງ ສປປ ລາວ ໃນອະນາຄົດ.

ພະນະທ່ານ​ ດຣ. ໄພວັນ ແກ້ວປະເສີດ​, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ໄດ້ກ່າວວ່າ: “ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຂໍ​ສະ​ແດງ​ຄວາມ​ຂອບໃຈຕໍ່​ລັດ​ຖະ​ບານ​ຍີ່​ປຸ່ນສຳລັບການ​ສະ​ໜັບ​ສະ​ໜູນ​ອຸ​ປະ​ກອນລະບົບຄວາມເຢັນໃນຄັ້ງນີ້.  ໂດຍການ​ເສີນ​ສ້າງ​ຄວາມເຂັ້ມ​ແຂງ​ໃຫ້​ກັບລະບົບຄວາມເຢັນເພື່ອເກັບຮັກສາ ເເລະ ຂົນສົ່ງວັກຊີນປ້ອງກັນ​ພະ​ຍາດ​ ໂຄວິດ-19, ພວກ​ເຮົາກໍ່​ຈະ​ສາ​ມາດຜັນຂະຫຍາຍວຽກງານການຊັກວັກຊີນໃຫ້ສາມາດ​ເຂົ້າ​ເຖິງ​ຈຳນວນປະຊາກອນ​ໄດ້ຫຼາຍຂື້ນໃນໄລ​ຍະ​ການ​ແຜ່​ລະ​ບາດຂອງ​ພະ​ຍາດ​ດັ່ງ​ກ່າວ.

ນອກຈາກອຸ​ປະ​ກອນລະບົບຄວາມເຢັນເເລ້ວ, ລັດຖະບານຍີ່ປຸນຍັງໄດ້ມອບວັກຊີນປ້ອງກັນພະຍາດ ໂຄວິດ-19 AstraZeneca ຈຳນວນ 320,200 ໂດສ໌ ໃຫ້ແກ່ ກະຊວງສາທາລະນະສຸກ ຢ່າງເປັນທາງການອີກດ້ວຍໃນໂອກາດນີ້, ເຊີ່ງວັກຊີນເຫຼົ່ານີ້ເເມ່ນໄດ້ມາຮອດ ສປປ ລາວ ໃນວັນທີ 23 ທັນວາທີ່ຜ່ານມາ  ເເລະ ເປັນການຊ່ວຍເຫຼືອຈາກຍີ່ປຸນໂດຍຜ່ານໂຄງ​ການ COVAX Facility – ເຊີ່ງແມ່ນ​ການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi) ແລະ ອົງການອະນາໄມໂລກ (WHO), ໂດຍມີ ອົງການຢູນິເຊັບ ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ.

LEAVE A REPLY

Please enter your comment!
Please enter your name here