ບໍລິສັດລົດໄຟລາວ-ຈີນ ບໍ່ໄດ້ອະນຸຍາດໃຫ້ໜ່ວຍງານ ຫຼື ບຸກຄົນໃດເປັນຕົວແທນຂາຍປີ້ລົດໄຟເທື່ອ

0
2828

ບໍລິສັດທາງລົດໄຟລາວ-ຈີນ ຂໍແຈ້ງມາຍັງທ່ານຊາບວ່າ: ປະຈຸບັນ, ບໍລິສັດລົດໄຟລາວ-ຈີນ ບໍ່ໄດ້ອະນຸຍາດໃຫ້ໜ່ວຍງານ ຫຼື ບຸກຄົນໃດເປັນຕົວແທນຂາຍປີ້ລົດໄຟ

ຕາມການລາຍງານງານ ຈາກແຟນເພຈທາງການ Laos – China Railway Company Limited ໄດ້ຈີ້ແຈງວ່າ: ຢ່າຫຼົງເຊື່ອຂ່າວປອມ! ບໍລິສັດທາງລົດໄຟລາວ-ຈີນ ຂໍແຈ້ງມາຍັງທ່ານຊາບວ່າ: ປະຈຸບັນ, ບໍລິສັດລົດໄຟລາວ-ຈີນ ບໍ່ໄດ້ອະນຸຍາດໃຫ້ໜ່ວຍງານ ຫຼື ບຸກຄົນໃດເປັນຕົວແທນຂາຍປີ້ລົດໄຟ, ຂໍ້ມູນທີ່ເອົາມາອ້າງວ່າຕົນເປັນຕົວແທນຂາຍປີ້ ແລະ ລາຄາປີ້ຕ່າງໆທີ່ໂພສໃນເຟສບຸກ ຫຼື ສື່ສັງຄົມອອນລາຍອື່ນໆ ແມ່ນຕ່າງກໍບໍ່ທັນໄດ້ຮັບອະນຸຍາດຈາກບໍລິສັດທັງໝົດ, ​ເຊິ່ງ​ຖືວ່າເປັນ​ການກະທຳ​ທີ່​ຜິດຕໍ່ລະບຽບ​ກົດໝາຍ.

ພ້ອມຍັງແຈ້ງເພີ່ມອີກວ່: ຂໍຄວາມຊ່ວຍເຫຼືອນຳໝູ່ເພື່ອນ ແລະ ພີ່ນ້ອງປະຊາຊົນທຸກໆຄົນຊ່ວຍແຊກັນຕໍ່ໆ, ຮ່ວມກັນຢຸດຕິການຂາຍປີ້ທີ່ບໍ່ຖືກຕ້ອງນີ້, ພ້ອມທັງຂໍໃຫ້ທຸກຄົນຊື້ປີ້ຜ່ານຊ່ອງທາງທີ່ຖືກຕ້ອງຢູ່ທຸກສະຖານີເທົ່ານັ້ນ ເພື່ອເປັນການປ້ອງກັນບໍ່ໃຫ້ຖືກຕ໋ວະ. ພ້ອມດຽວກັນນີ້, ບໍລິສັດທາງລົດໄຟລາວ-ຈີນ ຈະເພີ່ມທະວີການຮ່ວມມືກັບບັນດາກະຊວງກົມກອງຂອງລັດຖະບານ, ເພື່ອຊຸກຍູ້ການເພີ່ມທະວີການລົງໂທດບັນດາບໍລິສັດ ຫຼື ບຸກຄົນ ທີ່ຂາຍປີ້ຜິດກົດໝາຍ ກໍຄືຜູ້ທີ່ສວຍໂອກາດກັກຕຸນປີ້ໂດຍສານ, ມີນາຍໜ້າຈອງໄວ້ ເພື່ອຂາຍປີ້ເກງກຳໄລ. ຖ້າພີ່ນ້ອງປະຊາຊົນພົບເຫັນການກະທຳທີ່ຜິດຕໍ່ກົດໝາຍ ອັນສ້າງຄວາມເສຍຫາຍຕໍ່ພາບພົດຂອງທາງ​ລົດ​ໄຟ​ລາວ-ຈີນ ແລະ ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ, ຂໍໃຫ້ທຸກຄົນແຈ້ງມາຍັງບໍລິສັດທາງລົດໄຟລາວ-ຈີນ ​ຫຼື​ ແຈ້ງເຈົ້າໜ້າທີ່ຕຳຫຼວດໂດຍດ່ວນ.

LEAVE A REPLY

Please enter your comment!
Please enter your name here