ພິທີຄັດເລືອກເອົາຊາວໜຸ່ມເຂົ້າຮັບໃຊ້ຊາດຖັນແຖວກອງທັບປະຊາຊົນລາວ

0
2344

ຫຼວງພະບາງ ຄັດເລືອກຊາວໜຸ່ມຮັບໃຊ້ຊາດ ຮອບທີ 2 ປະຈໍາປີ 2021 ພິທີຄັດເລືອກເອົາຊາວໜຸ່ມເຂົ້າຮັບໃຊ້ຊາດຖັນແຖວກອງທັບປະຊາຊົນລາວ ຮອບທີ 2 ປະຈໍາປີ 2021 ຂອງກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນລະຫ່ວາງວັນທີ 3 – 4 ມັງກອນ ຜ່ານ​ມາ ທີ່​ເດີ່ນກິລາ 20 ມັງກອນ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນເພັງ ເທບພະພອນ ຮອງຫົວໜ້າກົມກໍາລັງພົນ ກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນໂທ ຄໍາສອນ ໂພທິວັນ ຮອງກອງບັນຊາການ ຫົວໜ້າຫ້ອງເສນາທິການທະຫານແຂວງ, ມີຕາງໜ້າກົມກວດກາ ແລະ ພາກ​ສ່​ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.

ການຄັດເລືອກ​ຄັ້ງ​ນີ້, ແມ່ນໄດ້ກວດຫາເຊື້ອພະຍາດໂຄວິດ-19, ກວດນໍ້າມຸດສານເສບຕິດ, ກວດພະຍາດພາຍໃນ – ພາຍນອກ. ຜ່ານການກວດກາເຫັນວ່າຖືກຕ້ອງຕາມມາດຖານເງື່ອນໄຂຄົບຖ້ວນທຸກຢ່າງແລ້ວ, ແມ່ນຈະໄດ້ເຂົ້າປະຕິບັດໜ້າທີ່ຮັບໃຊ້ຊາດຢູ່ໃນຖັນແຖວກອງທັບປະຊາຊົນລາວ.

ສະເພາະປີ 2021 ນີ້, ກົມກໍາລັງພົນ ກົມໃຫຍ່ເສນາທິການກອງທັບໄດ້ກໍານົດໂຕເລກລະດົມພົນໃຫ້ກອງບັນຊາຊາການທະຫານແຂວງຫຼວງພະບາງ ທັງໝົດ 124 ສະຫາຍ. ໃນນີ້, ແມ່ນຈະໄດ້ນໍາສົ່ງໃຫ້ກໍາລັງຫຼວງ 50 ສະຫາຍ, ປະກອບໃຫ້ກອງບັນຊາການທະຫານແຂວງຫຼວງພະບາງ 74 ສະຫາຍ.

ໃນໂອກາດດັ່ງກ່າວ, ສະຫາຍຮອງຫົວໜ້າກົມກໍາລັງພົນ ກົມໃຫຍ່ເສນາທິການກອງທັບກໍໄດ້ຮຽກຮ້ອງ ແລະ ເນັ້ນໃຫ້ພະແນກການກ່ຽວຂ້ອງ, ອະນຸກໍາມະການທີ່ຖືກແຕ່ງຕັ້ງໃນການຄັດເລືອກເອົາຊາວໜຸ່ມເຂົ້າເປັນທະຫານພັນທະຮັບໃຊ້ຊາດຄັ້ງ​ນີ້ ຕ້ອງປະຕິບັດໃຫ້ຖືກຕ້ອງ ແລະ ເຂັ້ມງວດຕາມລະບຽບຫຼັກການເພື່ອຄັດເລືອກໃຫ້ໄດ້ຜູ້ທີ່ຄົບມາດຖານເງື່ອນໄຂຈະເຂົ້າຮັບໃຊ້ຊາດໃນຖັນແຖວກອງທັບປະຊາຊົນລາວ ຕາມເງື່ອນໄຂທີ່ກໍານົດໄວ້.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here