ຂະຫຍາຍຜົນຈົນສາມາດຈັບກຸ່ມເປົ້າໝາຍຄ້າຂາຍຢາເສບຕິດເພີ່ມ

0
3214

ກຸ່ມສີວິໄລ ສຶບຕໍ່ນຳຈັບກຸ່ມເປົ້າໝາຍຄ້າຂາຍຢາເສບຕິດ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ເປົ້າໝາຍທີ່ຖືກຊັດທອດຈາກຜົນການສອບສວນຂະຫຍາຍຜົນຂອງ ເຈົ້າໜ້າທີ່ ປກສ ກຸ່ມສີວິໄລ ກອງບັນຊາການ ປກສ ເມືອງໄຊທານີ, ທີ 4 ມັງກອນ 2022 ເຈົ້າໜ້າທີ່ ປກສ ກຸ່ມໄດ້ສົມທົບກັບການຈັດຕັ້ງບ້ານແສງສະຫວ່າງ ເມືອງໄຊເສດຖາ ນວ, ເຂົ້າຈັບຕົວກຸ່ມເປົ້າໝາຍມົ້ວສຸມ ແລະ ຄ້າຂາຍຢາເສບຕິດ ຢູ່ບ້ານແສງສະຫວ່າງ ຈຳນວນ 6 ຄົນ ພ້ອມຂອງກາງຢາເສບຕິດ ຈຳນວນ 293 ເມັດ.

ໂດຍ ພັທ ແອັດດີ້ ວັນຄຳທອງຄູນ ຫົວໜ້າ ປກສ ກຸ່ມສີວິໄລ ໃຫ້ຮູ້ວ່າ: ຜົນການຮ່ວມມືຈັບກຸມຄັ້ງນີ້ ແມ່ນຈາກການເອົາຄຳໃຫ້ການຈາກເປົ້າໝາຍທີ່ຖືກຈັບຕົວກ່ອນໜ້ານີ້ ຈິ່ງຮູ້ໄດ້ວ່າ ມີການມົ້ວສຸມ ແລະ ຄ້າຂາຍຢາເສບຕິດ ຢູ່ຫ້ອງແຖວບ້ານແສງສະຫວ່າງ ເມືອງໄຊເສດຖາ ນວ; ເຊິ່ງມີເປົ້າໝາຍ 6 ຄົນຄື: ທ້າວ ຈ່ອຍ ອາຍຸ 48 ປີ (ເຈົ້າຂອງຫ້ອງແຖວ) ແລະ ນາງ ໄມຄໍາ ອາຍຸ 21 ປີ ປະຊາຊົນ ທັງສອງເປັນຜົວເມຍກັນ, ທ້າວ ບຸນນຳ ອາຍຸ 25 ປີ, ທ້າວ ໄຊຊະນະ ອາຍຸ 42 ປີ ແລະ ນາງ ຈັນສະໝອນ ອາຍຸ 28 ປີ ທັງສອງເປັນຜົວເມຍກັນ, ທ້າວ ຄູນຄໍາ ອາຍຸ 20 ປີ ທັງໝົດ ຢູ່ບ້ານແສງສະຫວ່າງ ພ້ອມຂອງກາງ 293 ເມັດ ມາສອບສວນ.

ເມື່ອມີຂໍ້ມູນຮັດກຸມ, ຫຼັກຖານຜູກມັດໜັກແໜ້ນພວກກ່ຽວ ຍອມຮັບວ່າ: ຢາບ້າທີ່ເຈົ້າໜ້າທີ່ກວດພົບນັ້ນເປັນຂອງພວກກ່ຽວແທ້ ໂດຍຊື້ນຳຊາຍຄົນໜຶ່ງບໍ່ຮູ້ຊື່, ບໍ່ຮູ້ບ່ອນຢູ່ ປັດຈຸບັນໄດ້ນຳສົ່ງຕົວພວກກ່ຽວ ໃຫ້ກອງບັນຊາການ ປກສ ເມືອງໄຊທານີ ສຶບຕໍ່ດຳເນີນຄະດີ ຕາມກົດໝາຍ.

LEAVE A REPLY

Please enter your comment!
Please enter your name here