ພຽງ 5 ວັນ ສະຫຼອງປີໃໝ່ ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ 197 ຄັ້ງ

0
1692

5 ວັນຂອງການສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ 197 ຄັ້ງ ກົມໃຫຍ່ ຕຳຫຼວດ ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ: ໃນ 5 ວັນຂອງການສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ 2022 ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ ທັງໝົດ 197 ຄັ້ງ, ມີຜູ້ໄດ້ຮັບບາດເຈັບ 297 ຄົນ, ເສຍຊີວິດ ຈາກອຸບັດຕິເຫດ 43 ຄົນ, ມີພາຫະນະເປເພ 315 ຄັນ.

ຖ້າທຽບ ໃສ່ 5 ວັນຂອງປີ 2021, ເຫັນວ່າຈໍຳນວນອຸບັດຕິເຫດປີນີ້ ໜ້ອຍກວ່າ ປີຜ່ານມາ 20 ຄັ້ງ, ແຕ່ປີນີ້ ມີຜູ້ເສຍຊີວິດຫຼາຍກວ່າປີກາຍ 7 ຄົນ.

ແຂວງທີ່ເກີດອຸບັດຕິເຫດຫລາຍກວ່າໝູ່ ແມ່ນແຂວງຈຳປາສັກ, ມີອຸບັດຕິເຫດເກີດຂຶ້ນທັງໝົດ 32 ຄັ້ງ, ນະຄອນຫຼວງວຽງຈັນ 29 ຄັ້ງ, ແຂວງວຽງຈັນ 22 ຄັ້ງ, ແຂວງສະຫວັນນະເຂດ 18 ຄັ້ງ, ແຂວງຫຼວງພະບາງ, ອຸດົມໄຊ ແຂວງລະ 13 ຄັ້ງ, ແຂວງບໍລິຄຳໄຊ 12 ຄັ້ງ, ອັດຕະປື 11 ຄັ້ງ, ແຂວງ ຄຳມ່ວນ ແລະແຂວງຫຼວງນ້ຳທາ ແຂວງລະ 10 ຄັ້ງ.

ແຂວງທີ່ມີຜູ້ເສຍຊີວິດຈາກອຸບັດຕິເຫດຫຼາຍກວ່າໝູ່ແມ່ນແຂວງ ຈຳປາສັກ ມີ 7 ຄົນ, ນະຄອນຫຼວງວຽງຈັນ 6 ຄົນ, ແຂວງອັດຕະປື 5 ຄົນ, ແຂວງຫຼວງນ້ຳທາ, ບໍລິຄຳໄຊ, ສາລະວັນ ແຂວງລະ 4 ຄົນ, ແຂວງສະຫວັນນະເຂດ ແລະແຂວງຫຼວງພະບາງ ແຂວງລະ 5 ຄົນ.

ນອກຈາກນີ້ຍັງມີແຂວງອື່ນຯຕື່ມອີກ.

LEAVE A REPLY

Please enter your comment!
Please enter your name here