ຄະນະຊາວໜຸ່ມສອງປະເທດລາວ-ຫວຽດນາມຮ່ວມລົງນາມເຊັນສັນຍາກໍ່ສ້າງສູນຝຶກອົບຮົມຊາວໜຸ່ມ,ເຍົາວະຊົນ

0
1676

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ44ຂອງຄະນະກຳມະທິການຮ່ວມມືລາວ-ຫວຽດນາມ​ ພິທີໄດ້ຈັດຂື້ນໃນລະຫວ່າງວັນທີ 9-10 ມັງກອນ 2022 ນີ້ ທີ່ສໍານັກງານສູນກາງຊາວໜຸ່ມກອມມູນິດໂຮ່ມີນ ນະຄອນຫຼວງ​ຮ່າໂນ້ຍ​ສສ​ ຫວຽດນາມ​ ໂດຍການເຂົ້າຮ່ວມຂອງສະຫາຍ ອາລຸນໄຊ​ ສູນນະລາດ​ ກຳມະການ​ສູນກາງ​ພັກ​ ເລຂາ​ຄະນະ​ບໍລິຫານ​ງານ​ ສຊປລ,​ ສະຫາຍ​ ຫຽວຽນ ແອງຕວັນ ກຳມະການສູນກາງພັກ​ ເລຂາທີໜື່ງສູນກາງຊາວໜຸ່ມກອມມູນິໂຮ່ຈີມີນ ພ້ອມຄະນະ ໄດ້ຮ່ວມພົບປະກັນ​ ຢ່າງບໍ່ເປັນທາງການ,​ ການຕ້ອນຮັບ ແລະ​ ​ການສົນທະນາແມ່ນໄດ້ດຳເນີນໄປຢ່າງອົບອຸ່ນ ແລະ​ ສະໜິດສະໜົມ​.

ເຊີ່ງທັງສອງໄດ້ຕີລາຄາສູງຕໍ່ການພົວພັນ,​ ການຮ່ວມມືຂອງສອງປະເທດໃນໄລຍະຜ່ານມາ ແລະ​ ພ້ອມກັນຊຸກຍູ້ການພົວພັນຮ່ວມມືໃນໄລຍະຕໍ່ໜ້າໃຫ້ມີປະສິດຕິພາບສູງ ແລະ​ຝ່າຍຫວຽດນາມຍັງຕີລາຄາສູງໃນການພົບປະຄັ້ງນີ້ ເຊີ່ງແມ່ນແຂກຕ່າງປະເທດເປັນຄະນະທຳອິດທີ່ມາຢ້ຽມຢາມ ສູນກາງຊາວໜຸ່ມກອມມູນິດໂຮ່ຈິມີນໃນປີ2022 ເຊີ່ງປີນີ້ເປັນປີທີ່ມີຄວາມໜາຍ,​ ເປັນປີແຫ່ງການສະເຫຼີມສະຫລອງ 60​ປີ​ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ​ 45 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ລາວ-ຫວຽດນາມ-ລາວ​ ກໍ່ຄືຊາວໜຸ່ມສອງປະເທດໄດ້ພ້ອມກັນສ້າງກິດຈະກຳເພື່ອສະເຫຼີມສະຫຼອງໃນວັນສໍາຄັນດັ່ງກ່າວ​ ເພື່ອສືກສາອົບຮົມຊາວໜຸ່ມ,​ເຍົາວະຊົນສອງຊາດ ຕ້ອງມີຄວາມຮັບຜິດຊອບໃນການສືບທອດ ແລະ​ ກໍ່ສ້າງສາຍພົວພັນແບບພິເສດຂອງສອງປະເທດໃຫ້ໜັ້ນຄົງ ແລະ​ສວຍສົດງົດງາມ,​ ການເຂົ້າຮ່ວມກອງປະຊຸມຄັ້ງທີ44ນີ້ຂອງຄະນະກຳມະທິການຮ່ວມມືລາວ-ຫວຽດນາມ​ທັງສອງຝ່າຍຍັງໄດ້ຮ່ວມມືລົງນາມ ສັນຍາການຮ່ວມມືປະຕິບັດໂຄງການສູນຝຶກອົບຮົມຊາວໜຸ່ມ,​ເຍົາວະຊົນ ລາວ-ຫວຽດນາມ​ ທີ່ຈະໄດ້ກໍ່ສ້າງຂື້ນຢູ່ນະຄອນຫຼວງວຽງຈັນ (ສປປ​ ລາວ)​ ໂດຍໄດ້ຮັບທືນຊ່ວຍເຫຼືອລ້າຈາກລັດຖະບານ ສສ ຫວຽດນາມ​ ການເຊັນສັນຍາໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງການນໍາທັງ2ປະເທດ

ຂ່າວໂດຍ: ສື່ມວນຊົນໜຸ່ມລາວ Noum Lao Mass Media

LEAVE A REPLY

Please enter your comment!
Please enter your name here